ຜູ້ຊາຍ ເກົາຫລີ ຄົນໜຶ່ງ ຖືກຈັບ ໃນຖານ ວາງລະເບີດ ໃສ່ ສານເຈົ້າຢູ່ຍີ່ປຸ່ນ

ເຈົ້າໜ້າທີ່ຕຳຫລວດຄົນໜຶ່ງ ຍ່າງລາດຕະເວນ ຢູ່ອ້ອມແອ້ມ ສານເຈົ້າ Yasukuni ໃນນະຄອນ Tokyo ຫລັງຈາກລະເບີດ ໄດ້ແຕກຂຶ້ນ ເມື່ອວັນທີ 24 ພະຈິກ 2015.

ຜູ້​ຊາຍ​ເກົາຫລີ​ໃຕ້​ຄົນ​ໜຶ່ງ ​ໄດ້​ຖືກ​ຈັບ ​ໃນ​ການ​ພົວພັນ​ກັບ​ເຫດ​
ລະ​ເບີ​ດ​ແຕກ ຢູ່​ໃນ​ຫ້ອງ​ນໍ້າ​ສາທາລະນະ ຢູ່ສານ​ເຈົ້າ Yasu-
kuni ທີ່​ເປັນ​ບັນຫາ​ຂັດ​ແຍ້​ງ​ໃນຍີ່ປຸ່ນ​ເມື່ອເດືອນ​ແລ້ວ​ນີ້.

ຕຳ​ຫລວດ​ກ່າວ​ວ່າ ທ້າວ Jeon Change-han ອາຍຸ 27 ປີ ​ໄດ້
​ຖືກ​ກັກ​ຂັງ​ໃນ​ວັນ​ພຸດ​ມື້​ນີ້ ຫລັງ​ຈາກ​ໄດ້​ເດີນທາງໄປ​ເຖິງນະຄອນ
​ໂຕ​ກຽວຈາກ​ເກົາຫລີ​ໃຕ້. ​ມາ​ຮອດ​ປັດຈຸບັນ ລາວ​ໄດ້​ຖືກ​ກ່າວ​ຫາ|
​ວ່າ ​ເຂົ້າ​ໄປ​ໃນສານ​ເຈົ້າດ້ວຍ​ຈຸດ​ປະສົງທີ່ຜິດ​ກົດໝາຍ.

ບັນດາ​ຜູ້​ສືບສວນ​ກ່າວ​ວ່າ ຜູ້​ຕ້ອງ​ສົງຖືກ​ຈັບ​ໄດ້ ​ໃນກ້ອງ​ວົງ​ຈອນ
​ປິດ ຢູ່ທີ່​ສານ​ເຈົ້າກ່ອນເກີດເຫດລະ​ເບີດ​ແຕກ​ໃນ​ວັນ​ທີ 23 ​ເດືອນ
​ພະຈິກ. ຕຳ​ຫລວດ​ໄດ້​ພົບ​ເຫັນ ​ເຄື່ອງຄວບ​ຄຸມເວລາ ​ແລະ​ທໍ່​ທີ່​ເຊື່ອ​ວ່າຈະ​ບັນຈຸ​ວັດ​ດິນ​ລະ​ເບີ​ດ ຢູ່​ໃນຫ້ອງ ​ນໍ້າ ບ່ອນ​ທີ່​ລະ​ເບີດໄດ້ແຕກ​ຂຶ້ນ. ​ເຖິງ​ແມ່ນ​ວ່າມີຫລາຍ​ກວ່າ 100 ຄົນພວມ​ໄປ​ຢ້ຽ​ມຢາມສານ​ເຈົ້າ ​ເພື່ອເຮັດພິທີທາງ​ສາສະໜາກໍ​ຕາມ ​ແຕ່ກໍບໍ່​ມີ​ໃຜ​ໄດ້​ຮັບ​ບາດ​ເຈັບ​ຈາກ​ເຫດ​ລະ​ເບີດ​ແຕກ​ໃນ​ຄັ້ງ​ນີ້.

ທ້າວ Jeon ​ໄດ້​ເດີນ​ທາງໄປ​ເຖິງ ນະຄອນ​ໂຕ​ກຽວ ສອງ​ມື້ກ່ອນເກີດ​ເຫດ​ລະ​ເບີດ​ແຕກ
​ແລະ​ກັບ​ຄືນໄປ​ເກົາຫລີ​ໃຕ້​ໃນ​ຕອນ​ບ່າຍຂອງວັນ​ທີ 23 ​ເດືອນ​ພະ​ຈິກ.

ສານ​ເຈົ້າ Yusukuni ​ເປັນ​ບ່ອນ​ໄວ້ອາ​ໄລ​ໃຫ້​ກຽດ​ແກ່ທະຫານ​ຍີ່ປຸ່ນ ທີ່​ໄດ້ເສຍ​ຊີວິດ​ໄປ​
ຫລາຍ​ກວ່າສອງ​ລ້ານ​ຄົນ“ພ້ອມ​ດ້ວຍ​ພວກນາຍ​ທະຫານ​ຊັ້ນ​ສູງຫຼາຍຄົນ ​ແລະ​ນັກ​ການ
​ເ​ມື​ອງທີ່ີມີ​ຊື່​ສຽງ ທີ່​ໄດ້​ຖືກພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ​ແລະຕັດສິນ​ປະ ຫານ​ຊີວິດ ໃນ​ຖານ​ກໍ່
​ອາ​ຊະ​ຍາ​ກຳ​ສົງຄາມ. ການໄປ​ຢ້ຽມຢາມ​ສານ​ເຈົ້າ​ເປັນ​ປະ​ຈຳ​ໂດຍ​ເຈົ້າ​ໜ້າ​ທີ່​ຂັ້ນສູງ​ຂອງ​
ລັດຖະບານຍີ່ປຸ່ນ​ໄດ້​ເຮັດ​ໃຫ້​ເກີດຄວາມ​ໂກດ​ແຄ້​ນ ຈາກ ປັກ​ກິ່ງ ​ແລະໂຊ​ລ ຊຶ່ງປະ​ເທດ
​ຂອງ​ເຂົາ​ເຈົ້າ​ ໄດ້​ຮັບ​ຄວາມ​ເຈັບ​ຊໍ້າ ພາຍ​ໃຕ້ການ​ຮຸກ​ຮານ​ທາງທະຫານຢ່າງ​ປ່າ​ເຖື່ອນ
​ຂອງ​ຢີ່ປຸ່ນ ​ໃນ​ລະຍະ​ເວລາເຄິ່ງທຳ​ອິດຂອງສັດຕະວັດ​ທີ 20.

Your browser doesn’t support HTML5

Japan War Shrine