ເກົາຫຼີເເໜືອເສີມສ້າງສະມັດຖະພາບ ໃນການເຮັດສົງຄາມ

  • ໄພສານ ວໍຣະຈັກ

ພວກປະທ້ວງເກົາຫຼີໃຕ້ ພາກັນຈູດຮູບ ທີ່ຂີດກາກະບາດໃສ່ ຂອງທ່ານກິມຈົງອິລ ຜູ້ນຳຂອງເກົາຫຼີເໜືອ (ຊ້າຍ) ແລະທ້າວກິມຈົງອຸນ ລູກຊາຍຫຼ້າທີ່ຈະສືບທອດອຳນາດ ຕໍ່ຈາກທ່ານ (ຂວາ) ໃນລະຫວ່າງການປະທ້ວງຕໍ່ຕ້ານ ເກົາຫຼີເໜືອ ທີ່ກຸງໂຊລ (28 ທັນວາ 2010)

ເກົາຫຼີໃຕ້ກ່າວວ່າເກົາຫຼີເໜືອທີ່ເປັນຄູ່ປໍລະປັກຂອງຕົນນັ້ນ
ພວມເສີມສ້າງຄວາມສາມາດໃນການເຮັດສົງຄາມແບບຜິດ
ປົກກະຕິໂດຍກາງຕໍ່ເພີ່ມຂຶ້ນ​ເລື້ອຍໆນຳກຳລັງພິເສດ ປືນ
ໃຫຍ່ແລະອາວຸດນິວເຄລຍເພື່ອຊົດເຊີຍຕໍ່ການໄດ້ປຽບໃນ
ດ້ານອາວຸດທຳມະດາຂອງຝ່າຍເກົາຫຼີໃຕ້.

ໃນລາຍ​ງານຊັ່ງຊາຕີລາຄາສອງປີຕໍ່ຄັ້ງ ທີ່ກະຊວງປ້ອງກັນ
ປະເທດນຳອອກເຜີຍແຜ່ ໃນວັນພະຫັດມື້ນີ້ ເກົາຫຼີໃຕ້ຍັງ
ເວົ້າວ່າ ເກົາຫຼີເໜືອໄດ້ນໍາ​ອອກປະຈຳການລົດຖັງຮຸ້ນໃໝ່
ທີ່ມີຊື່ວ່າ Pokpung-ho ຫຼືເສືອພາຍຸ ທີ່ອີງຕາມລົດຖັງ
T-72 ຂອງອະດີດສະຫະພາບໂຊວຽດນັ້ນ. ລາຍງານເວົ້າ
ວ່າເກົາຫຼີເໜືອໄດ້ນຳເອົາປືນໃຫຍ່ແລະເຄື່ອງຍິງຈະຫຼວດທີ່ສາມາດຍິງຖະຫຼົ່ມຢ່າງໜັກຕໍ່ນະ ຄອນຫຼວງໂຊລຂອງເກົາຫຼີໃຕ້​ ແບບຕັ້ງໂຕບໍ່ຕິດໄດ້ນັ້ນ ມາຕັ້ງລຽງລາຍຢູ່ຕາມບໍລິເວນຊາຍ
ແດນ.

ອັນທີ່ເອີ້ນວ່າເອກກະສານປົກຂາວສະບັບນີ້ໄດ້ກ່າວເຖິງເກົາຫຼີເໜືອວ່າເປັນສະຕູແລະ​ເວົ້າວ່າ ເວລານີ້ເກົາຫຼີເໜືອມີກຳລັງພິເສດຢູ່ 200,000 ຄົນທີ່ໄດ້ຮັບການຝຶກແອບເພື່ອທໍາ​ການແຊກ
ຊຶມເຂົ້າໄປໃນເກົາຫຼີໃຕ້ແລະໂຈມຕີຈຸດຍຸດທະສາດຕ່າງໆຊຶ່ງຈຳນວນດັ່ງກ່າວນີ້ແມ່ນເພີ່ມຂຶ້ນ
ຈາກ 180,000 ຄົນໃນການຊັ່ງຊາຕີລາຄາເທື່ອແລ້ວເມື່ອສອງປີກ່ອນ.

ນອກນັ້ນລາຍງານສະບັບນີ້ຍັງເວົ້າວ່າ ເປັນທີ່ເຊື່ອກັນວ່າພຽງຢາງໄດ້ຮັບທາດປລູໂຕນຽມໃນ​ເກຣດທີ່ສາມາດໃຊ້ເຮັດອາວຸດໄດ້ນັ້ນ ປະມານ 40 ກິໂລ ຈາກເຕົາແຍກນິວເຄລຍຢົງບີຢົງ
ຊຶ່ງປະລິມານດັ່ງກ່າວແມ່ນ​ເທົ່າ​ກັນ​ກັບຈາກລາຍງານເທື່ອແລ້ວ.