ອົງການກຸສົນ ຂອງເກົາຫຼີໃຕ້ ຈັດສົ່ງແປ້ງ ໄປຊ່ອຍ ເກົາຫຼີເໜືອ

  • ໄພສານ ວໍຣະຈັກ

ຮູບພວກເດັກນ້ອຍຂາດອາຫານ ທີ່ໂຮງລ້ຽງເດັກກຳພ້າແຫ່ງນຶ່ງ ໃນເມືອງ Chongjin ແຂວງ Hamgyong ເໜືອ ຂອງເກົາຫຼີເໜືອ ທີ່ນຳອອກເຜີຍແຜ່ໂດຍໂຄງການອາຫານໂລກ ເມື່ອວັນທີ 30 ກໍລະກົດ 2008

ໃນ​ວັນ​ສຸກ​ມື້ນີ້ ກຸ່ມ​ສັງຄົມ​ພົນລະ​ເຮືອນ​ກຸ່ມ​ນຶ່ງ​ຂອງ​ເກົາຫຼີ​ໃຕ້ໄດ້​ຈັດ​ສົ່ງ​ແປ້ງໜັກ 150 ໂຕນ
ໄປ​ໃຫ້​ເກົາຫຼີເໜືອຊຶ່ງ​ເປັນ​ການ​ໃຫ້​ຄວາມ​ຊ່ອຍ​ເຫຼືອທາງ​ດ້ານ​ອາຫານ ​ຊຸດ​ທຳອິດ​ຈາກ​ເກົາຫຼີ​
ໃຕ້ນັບ​ແຕ່​ມື້ລາງ​ຜູ້ນຳ​ຂອງ​ເກົາຫຼີ​ເໜືອ​ໄດ້ເຖິງ​ແກ່​ອະສັນ​ຍະ​ກຳ​ໃນ​ເດື​ອນ​ແລ້ວ.

ພວກ​ຜູ້ຕາງໜ້າ ​ຂອງ​ມູນ​ນິທິ​ສັນຕິພາບ​ເກົາຫຼີ ໄດ້​ຂ້າມ​ເຂດ​ຊາຍ​ແດນ​ທີ່​ມີ​ການ​ຍາມ​ຮັກສາ​
ຄວາມ​ປອດ​ໄພ​ຢ່າງ​ເຄັ່ງ​ຄັດເຂົ້າ​ໄປ​ໃນ​ເກົາຫຼີ​ເໜືອ ພ້ອມ​ດ້ວຍ​ລົດ​ບັນທຸກ​ແປ້ງ 8 ຄັນ.

ແປ້ງ​ເຫຼົ່ານີ້ມີ​ກຳນົດ​ທີ່​ຈະ​ສົ່ງ​ໄປ​ໃຫ້​ໂຮງຮຽນ​ປະຖົມ​ ສູນ​ກາງເບິ່ງ​ແຍງ​ເດັກ​ແລະ​ໂຮງຮຽນ​ອະ
ນຸບານ ​ໃນ​ແຂວງ Hwanghae ​ເໜືອ.

ເຈົ້າໜ້າ​ທີ່​ຂອງ​ມູນ​ນິທິ​ສັນຕິພາບ​ເກົາຫຼີ​ກ່າວ​ວ່າ ຜູ້ຕາງໜ້າ​ສອງ​ຄົນ​ຂອງ​ອົງການຈະ​ຢູ່​ທີ່​ເກົາ
ຫຼີ​ເໜືອ​ຈົນ​ຮອດ​ວັນ​ເສົາ​ມື້ອື່ນ ​ເພື່ອ​ໃຫ້​ເປັນ​ທີ່​ແນ່​ໃຈ​ວ່າການ​ຊ່ອຍ​ເຫຼືອເຫຼົ່ານີ້​ໄດ້​ຕົກ​ໄປ​ເຖິງ​ມື​
ສະຖານ​ທີ່​ຮັບ​ການ​ຊ່ອຍ​ເຫຼືອຕາມ​ທີ່​ໄດ້​ຕັ້ງ​ໃຈ​ໄວ້.