ເກົາຫລີທໍາພິທີຂີດໝາຍ ວັນຄົບຮອບ 100 ປີ ແຫ່ງການປົກຄອງຂອງຍີ່ປຸ່ນ

  • ສິງ ບູຣົມມະວົງ

ພວກອາຍຸສູງເກົາຫລີໃຕ້ ໂຮມຊຸມນຸມກັນ ໃນວັນຄົບຮອບ 100 ປີ ແຫ່ງການຍຶດຄອງຂອງຍີ່ປຸ່ນ ທ່ີກຸງໂຊນ ວັນທີ 29 ສິງຫາ ປີ2010

ວັນ​ອາທິດ​ມື້​ນີ້ ​ແມ່ນວັນ​ຄົບຮອບ 100 ປີ​ ​ທີ່ແຫລມ​ເກົາຫລີໄດ້ຖືກ​ຍີ່ປຸ່ນ​ເຂົ້າ​ຍຶດ​ເອົາ ​ແລະ​ໄດ້​ຕົກ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຢ່າງ​ເປັນ​ທາງ​ການ​ຂອງ​ຍີ່ປຸ່ນ.

ເກົາຫລີ​ເໜືອ​ໄດ້​ຮຽກ​ເອົາ​ຄ່າ​ປົວ​ແປງ​ບາດ​ແຜ​ຈາກສົງຄາມເທື່ອໃໝ່ອີກ​ ໂດຍ​ໃຫ້​ຂໍ້ສັງ​ເກດເຖິງ ​ຄໍາ​ຂໍ​ຂະ​ມາ​ໂທດ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້​ໂດຍນາຍົກລັດຖະມຸນຕີຍີ່ປຸ່ນ ທ່ານ​ Naoto Kan ນັ້ນ​ວ່າ ແມ່ນ​ແນໃສ່​ເກົາຫລີ​ໃຕ້​ໂດຍ​ຕົງ​ເທົ່າ​ນັ້ນ.

ທີ່​ກຸງ​ໂຊນ ​ໃນ​ພິທີ​ສະຫລອງ​ວັນ​ຂີດ​ໝາຍ 1 ສັດຕະວັດຜ່ານ​ມາ​ ນັບ​ແຕ່ຍີ່ປຸ່ນ​ໄດ້​ຍຶດ ຄອງ​ເອົາ​ແຫລມ​ເກົາຫລີ​ເປັນ​ຕົ້ນ​ມາ ຮອງ​ປະທານສະມາຄົມປົດ​ປ່ອຍ​ເກົາຫລີ ທ່ານ Nam Man Woo ກ່າວ​ຕໍ່​ວີ​ໂອ​ເອວ່າ ທ່ານ​ບໍ່​ເຊື່ອ​ວ່າ​ຍີ່ປຸ່ນ​ໄດ້​ດໍາ​ເນີນ​ການ​ຢ່າງ​ພຽງພໍ​ເພື່ອ​ປົວ​ແປງ​ສາຍ​ພົວພັນ​ກັບປະ​ເທດ​ຂອງ​ທ່ານ​ນັ້ນ. ທ່ານ Nam ກ່າວ​ຕື່ມ​ວ່າ ພວກ​ນາຍົກລັ​ດຖະມຸນຕີ​ແລະ​ ເຈົ້າ​ຈັກກະພັດ​ຍີ່ປຸ່ນ​ ໄດ້​ຂໍ​ຂະ​ມາ​ໂທດ​ແລ້ວ​ຫລາຍ​ເທື່ອ ​ແຕ່​ກໍ​ເປັນພຽງ​ແຕ່ຄໍາ​ເວົ້າອອກ​ມາ​ເທົ່າ​ນັ້ນ.

ທ່ານ Katsuya Okada ລັດຖະມຸນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ​ກ່າວຕໍ່​ບັນດານັກຂ່າວ​ ໃນ​ສັບ ປະ​ດາ​ຜ່ານ​ມາ​ວ່າ ​ເລື້ອງ​ນີ້​ຄວນ​ຈະ​ຖືກ​ແກ້ໄຂ​ໃນ​ບັນດານັກປາດ​ອາຈານ​ຫລື​ຊ່ຽວຊານດ້ານ​ການ​ສຶກສາ ເພາະວ່າ ບັນຫາ​ນີ້​ຄົງຈະບໍ່​ໄດ້​ຮັບ​ການ​ແກ້​ໄຂ​ ຈາກ​ພວກ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຈັກ​ເທື່ອ.