ພົນເອກ ປຣະຢຸດ ຈັນໂອຊາ ໄດ້ຂຶ້ນເປັນ ນາຍົກລັດຖະມົນຕີ ຄົນໃໝ່ຂອງໄທ (ສະໄລດ໌)

ນາຍພົນ ປຣະຢຸດ ຈັນໂອຊາ ຖະຫວາຍຄວາມເຄົາລົບ ຕໍ່ໜ້າ ຮູບພາບຂອງກະສັດ ພູມີພົນ ອະດຸນຍະເດດ ຫລັງຈາກໄດ້ຮັບ ພະລາດຊະດຳລັດໃຫ້ການສະໜັບສະໜູນທ່ານ ເປັນນາຍົກ ລັດຖະມົນຕີ ຄົນທີ 29 ຂອງໄທ, ວັນທີ 25 ສິງຫາ 2014.

ຫົວໜ້າ​ຄະນະ​ລັດຖະປະຫານ​ທະຫານ​ໄທ ​ໄດ້​ກາຍ​ມາ​ເປັນ​ນາຍົກ
ລັດຖະມົນຕີ​ຄົນໃໝ່ຂອງ​ປະ​ເທດ ຫຼັງ​ຈາກ​ໄດ້​ຮັບ​ການ​ສະໜັບ​ສະ​
ໜຸນ​ຈາກກະສັດ​ ພູ​ມີ​ພົນ ອະດຸນ​ຍະ​ເດດ.

ພົນ​ເອກ​ປຣະຢຸດ ຈັນ ​ໂອຊາ ​ໄດ້​ຮັບ​ເອົາພະລາດ​ຊະ​ດຳລັດ​ເປັນ
​ລາຍ​ລັກ​ອັກສອນ ທີ່​ຢັ້ງຢືນ​ຕຳ​ແໜ່​ງຂອງ​ທ່ານ ​ໃນ​ພິທີ​ທີ່​ບາງກອກ​
ໃນ​ວັນ​ຈັນ​ມື້​ນີ້.

ທ່ານ ປຣະຢຸດ ​ກ່າວ​ວ່າ “​ໃນ​ໂອກາດ​ນີ້ ຂ້າພະ​ເຈົ້າ​ຂໍ​ໃຫ້​ຄຳ​
ໝັ້ນ​ຕໍ່​ພີ່ນ້ອງ​ປະຊາຊົນ​ວ່າ ຈະ​ມຸ້ງ​ໝັ້ນທຸ້ມ​ເທ​ຢ່າງ​ເຕັມທີ່
ໃນ​ການ​ປະຕິບັດ​ໜ້າ​ທີ່ ດ້ວຍ​ຄວາມ​ຊື່ສັດ​ສຸດຈະລິດ ຍຶດ
ຖື​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ ແລະປະຊາຊົນ​ເປັນ​ສຳຄັນ ​ເພື່ອ​ຕອບ​ແທນ​ຄຸນ
​ແຜ່ນດິນ ນຳ​ຄວາມສຸກຄວາມ​ຮົ່ມ​ເຢັນ​ມາສູ່​ພີ່ນ້ອງ​ປະຊາຊົນ ​ແລະທຳ​ໃຫ້​ປະ​ເທດ​
ຊາດ​ມີ​ຄວາມເປັນປຶກ​ແຜ່ນ​ໝັ້ນຄົງ."

ສະພາ​ນິຕິບັນຍັດ​ທີ່​ຄອບ​ງຳໂດຍ​ທະຫານ ​ໄດ້​ຖືກ​ເລືອກ​ເອົາຫົວໜ້າ​ກອງທັບ​ ໄວ 60 ປີ
ຢ່າງ​ເປັນ​ເອກ​ກະສັນ​ໃນ​ວັນ​ພະຫັດ​ຜ່ານ​ມາ ຊຶ່ງເປັນ​ຂໍ້​ສະຫລູ​ບທີ່​ຫລີກ​ລ່ຽງບໍ່​ໄດ້ ເນື່ອງ​
ຈາກ​ທ່ານ​ເປັນ​ຜູ້ສະໝັກ​ຄົນ​ດຽວ​ ສຳຫລັບ​ຕຳ​ແໜ່​ງດັ່ງກ່າວ.

ນາຍົກລັດຖະມົນຕີ ຄົນໃໝ່ຂອງໄທ

ນາຍ​ພົນ​ປຣະຢຸດ ​ໄດ້ເປັນ​ຫົວໜ້າອຳນາດ​ປົກຄອງ​ທະຫານ​ໄທ​ມາ ນັບ​ແຕ່​ໄດ້​ບີບ​ບັງຄັບ
ໃຫ້​ຄະນະ​ລັດຖະບານ​ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ ​ອອກ​ຈາກ
ອຳນາດ​ໄປ​ໃນວັນ​ທີ 22 ພຶດສະພາແລ້ວ​ນີ້ ເປັນ​ຕົ້ນ​ມາ.

ນາຍ​ພົນ​ປຣະຢຸດ​ ກ່າວ​ວ່າ ທ່ານ​ຈະລາ​ອອກ​ຈາກ​ຕຳ​ແໜ່​ງຫົວໜ້າ​ກອງທັບ​ໃນ​ເດືອນ​ໜ້າ ​
ແລະ​ວ່າ ທ່ານ​ວາງ​ແຜນ​ຈະ​ດຳລົງ​ຕຳ​ແໜ່​ງນາຍົກ ລັດຖະມົນຕີ​ຕໍ່​ໄປ ​ຈົນ​ເຖິງ​ເວລາຈັດ
ການ​ເລືອກ​ຕັ້ງ​ຂຶ້ນໃໝ່ ​ໃນ​ປີໜ້າ. ​ການ​ສະໜັບສະໜຸນ​ຈາກ​ກະສັດ​ພູມີ​ພົນ ໃນ​ວັນ​ຈັນ​ມື້ນີ້
ແມ່ນແຜ້ວ​ທາງ​ສຳລັບ​ການຈັດ​ຕັ້ງ​ຄະນະ​ລັດຖະບານ​ຊົ່ວຄາວ​ຂຶ້ນ ຊຶ່ງ​ທ່ານ​ປຣະຢຸດ​ກ່າວ​ວ່າ
ຈະ​ນຳ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ພາຍ​ໃນ​ເດືອນ​ຕຸລາ.