ນ້ອງສາວຂອງຜູ້ນຳຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໄດ້ເດີນທາງໄປເຖິງເກົາຫຼີໃຕ້
ແລ້ວ.
ຍານາງກິມ ໂຢ ຈົງ ເປັນສະມາຊິກຄອບຄົວຄົນທຳອິດ ຂອງລະບອບ ທີ່ປົກຄອງເກົາ
ຫຼີເໜືອ ມາເປັນເວລາດົນນານ ເດີນທາງໄປຢ້ຽມຢາມເກົາຫຼີໃຕ້ ນັບແຕ່ສົງຄາມເກົາ
ຫຼີ ທີ່ມີຂຶ້ນແຕ່ປີ 1950 ຫາ 1953 ນັ້ນ ໄດ້ສິ້ນສຸດລົງ.
ຍານາງ ແລະຄະນະຜູ້ຕິດຕາມ ຮວມທັງ ທ່ານກິມ ຢົງ ນຳ ປະມຸກໃນທາງພິທີການ
ຂອງເກົາຫຼີເໜືອ ໄດ້ໄປເຖິງ ສະໜາມບິນສາກົນອິນຈອນ ໃນວັນສຸກມື້ນີ້.
ຍານາງກິມ ໂຢ ຈົງ ເປັນສະມາຊິກຂັ້ນສູງພັກກຳມະກອນເກົາຫຼີເໜືອ ຊຶ່ງເປັນພັກລັດ
ຖະບານ ທີ່ປົກຄອງປະເທດ ແລະເປັນທີ່ປຶກສາທີ່ສຳຄັນ ໃຫ້ແກ່ອ້າຍຂອງຍານາງ.
ອົງການສະຫະປະຊາຊາດ ໄດ້ອະນຸຍາດໃຫ້ຜູ້ຕາງໜ້າລະດັບສູງ ຂອງເກົາຫລີເໜືອ
ເດີນທາງໄປເກົາຫຼີໃຕ້ເພື່ອເຂົ້າຮ່ວມພິທີເປີດການແຂ່ງຂັນກິລາໂອລິມປິກລະດູໜາວ
ໂດຍໄດ້ຮັບການຍົກເວັ້ນ ຈາກການລົງໂທດ ຕໍ່ລະບອບການປົກຄອງທີ່ກົດຂີ່ດັ່ງກ່າວ.
ການຍົກເວັ້ນດັ່ງກ່າວມີຜົນໂດຍກົງຕໍ່ທ່ານໂຈ ວີ ຜູ້ນຳຂັ້ນສູງ ຂອງພັກກຳມະກອນເກົາ
ຫຼີເໜືອ ທີ່ໄດ້ມີຊື່ຢູ່ໃນບັນຊີດໍາຂອງສະຫະປະຊາຊາດ ນັບແຕ່ວັນທີ 2 ມິຖຸນາປີ 2017
ເປັນຕົ້ນມາ ແລະຖືກຫ້າມບໍ່ໃຫ້ເດີນທາງແລະກັກຊັບສິນ.

ກອງເຊຍຂອງເກົາຫຼີເໜືອ ໂບກມີ ຂະນະທີ່ເດີນທາງໄປຮອດຫ້ອງການ ທີ່ໃຫ້ອະນຸຍາດ ໃກ້ເຂດ ປອດທະຫານ ທີ່ເມືອງປາຈູ ໃນເກົາຫຼີໃຕ້. (ວັນທີ 7 ກຸມພາ 2018)
ຄະນະປະຕິບັດງານໃນເກົາຫຼີໃຕ້ຂອງສະຫະປະຊາຊາດໄດ້ກ່າວຕໍ່ຄະນະກຳມະການ
ສະພາຄວາມໝັ້ນຄົງວ່າ ຜູ້ແທນ ທີ່ມີສະມາຊິກ 22 ຄົນ ຄາດວ່າ ຈະເຂົ້າຮ່ວມໃນພິທີເປີດການແຂ່ງຂັນກິລາໂອລິມປິກ ໃນວັນສຸກມື້ນີ້ ແລະຈະຢູ່ທີ່ນັ້ນຈົນຮອດວັນອາທິດ.
ການຍົກເວັ້ນຂອງສະຫະປະຊາຊາດ ຍັງອະນຸຍາດໃຫ້ຜູ້ແທນເກົາຫຼີເໜືອ ນຳເອົາສິນ
ຄ້າຫລູຫລາກັບຄືນບ້ານໄດ້ ຊຶ່ງການນຳເຂົ້າໄດ້ຖືກຫ້າມນັ້ນ.
ເກົາຫຼີໃຕ້ໄດ້ຮ້ອງຂໍໃຫ້ຍົກເວັ້ນໂດຍແຈ້ງໃຫ້ຄະນະກຳມະການຂອງສະຫະປະຊາຊາດ
ຢູ່ໃນໜັງສືວ່າ ການຢ້ຽມຢາມນີ້ “ຈະເປັນໂອກາດເວລາອັນດີ ເພື່ອຫຼຸດຜ່ອນຄວາມເຄັ່ງ
ຕຶງໃນແຫລມເກົາຫຼີ ແລະໄກອອກໄປກວ່ານັ້ນ.”
ຍານາງກິມ ໂຢ ຈົງ ມີຊື່ຢູ່ໃນບັນຊີດຳຂອງກະຊວງການເງິນສະຫະລັດ ແຕ່ບໍ່ໄດ້ຢູ່ໃນ
ບັນຊີດຳຂອງສະຫະປະຊາຊາດ.
Your browser doesn’t support HTML5
Koreas Olympics
ປະທານາທິບໍດີເກົາຫຼີໃຕ້ ທ່ານມູນ ເຈ-ອິນ ຈະຮັບປະທານອາຫານທ່ຽງກັບຄະນະຜູ້ແທນຂອງເກົາຫຼີເໜືອໃນວັນເສົາມື້ອື່ນນີ້.