ອາຂອງທ່ານກິມ ຈົງ ອຸນ ບໍ່ໄດ້ຮັບຜົນກະທົບໃດໆ ເຖິງແມ່ນ ສາມີຖືກ ປະຫານຊີວິດ ກໍຕາມ

ທ່ານ ກິມ ຈົງ ອຸນ ຜູ້ນຳເກົາຫຼີເໜືອ ແລະນາງ Kim Kyong Hui, ແມ່ອາຂອງທ່ານ ເຂົ້າຮ່ວມພິທີເປີດຮູບປັ້ນແຫ່ງນຶ່ງ ທີ່ກຸງພຽງຢ້າງ ເມື່ອວັນທີ 16 ກຸມພາ 2013

​ແມ່​ອາ​ ທີ່​ມີ​ອິດ​ທິພົນ​ຂອງ​ທ່ານ​ກິມ ຈົງ​ອຸນ ຜູ້ນຳ​ເກົາຫຼີ​ເໜືອ ທີ່​
ສາມີ​ຂອງ​ນາງ ທ່ານ Jang Song Thaek ​ໄດ້​ຖືກປະຫານ​ຊີວິດ
ໃນ​ສັບປະດາ​ແລ້ວ​ນີ້ ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ສະມາຊິກ​ຂອງ​ຄະນະ
​ກຳມະການ​ລັດ​ທີ່ກຳກັບ​ເບິ່ງ​ນໍາພິທີ​ຊາ​ປະ​ນະ​ກິດ​ສົບ​ສຳລັບ​ເຈົ້າ​
ໜ້າ​ທີ່​ຂັ້ນ​ອາວຸ​ໂສ​ຄົນ​ນຶ່ງ ທີ່​ໄດ້​ເຖິງ​ແກ່​ມໍລະນະ​ກຳ​ໄປ​ໃນ​ວັນ​ສຸກ
​ຜ່ານ​ມາ​ນີ້.

ສູນ​ກາງ​ຂ່າວ​ທາງ​ການຂອງ​ເກົາຫຼີ​ເໜືອ​ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​
ອາທິດ​ວານ​ນີ້​ວ່າ ນາງ Kim Kyong Hui ນ້ອງ​ສາວ​ຂອງ​ມື້​ລາງ
​ທ່ານ​ກິ​ມ ຈົງ​ອີລ ​ມີ​ຊື່ຢູ່​ໃນ​ບັນຊີ​ລາຍ​ຊື່​ຂອງ​ບັນດາເຈົ້າ​ໜ້າ​ທີ່ແລະ
​ນາຍ​ທະຫານຂັ້ນ​ສູງ​ຂອງ​ພັກ ຊຶ່ງ​ຊີ້​ໃຫ້​ເຫັນ​ວ່າ ນາງ​ຍັງໄດ້​ຮັບ​ຄວາມເຫັນ​ດີ​ຈາກຫຼານຊາຍ
ທີ່​ມີ​ອຳນາດ​ຢ່າງ​ຫຼວງ​ຫຼາຍ​ຂອງ​ນາງ​ນັ້ນ​ຢູ່.

ສາມີ​ຂອງ​ນາງ Kim ທ່ານ Jang Song Thaek ​ໄດ້​ຖືກ​ປະຫານ​ຊີວິດ​ໃນ​ວັນ​ພະຫັດ
​ຜ່ານ​ມາ​ນີ້ຫຼັງ​ຈາກຖືກພົບ​ເຫັນວ່າ​ ມີ​ຄວາມ​ຜິດໃນຖານທໍລະ​ຍົດ​ຕໍ່ຊາດ ​ໂດຍສານ​ທະ
ຫານ​ພິ​ເສດ. ອົງການ​ຂ່າວ KCNA ກ່າວ​ວ່າ ທ່ານ Jang ທີ່​ຖືກ​ຈັບ​ ເມື່ອ 1 ສັບປະດາ​
ຜ່ານ​ມາ​ນີ້ ​ໄດ້​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາ​ຕ່າງໆ ທີ່​ຮວມທັງ​ພຶດຕິ​ກຳ​ເປື່ອຍ​ເຍື່ອຍ​ຫຼາຍຢ່າງ
​ເປັນ​ຕົ້ນ ສໍ້​ລາດ​ບັງ​ຫຼວງ ວາງ​ແຜນ​ໂຄ່ນ​ລົ້ມ​ລັດ ​ເສືອ​ຜູ້ຍິງ ດື່ມ​ເຫຼົ້າ​ແລະ​ເສບ​ຢາ​ເສບ​
ຕິດ.

ພວກ​ນັກວິ​ເຄາະ​ບາງ​ຄົນ​ພາກັນ​ວິພາກ​ວິຈານ​ວ່າ ບຸກຄົນ​ທີ່ໃກ້ຊິດ​ກັບ​ທ່ານ Jang
Song Thaek ອາດ​ຈະ​ເສຍ​ຕຳ​ແໜ່​ງຂອງ​ເຂົາ​ເຈົ້າ​ໄດ້​ເຊັ່ນ​ກັນ.