ຜູ້ນຳ ເກົາຫຼີເໜືອ ເພັ່ງເລັງໃສ່ ເສດຖະກິດ ບໍ່ແມ່ນນິວເຄລຍ ໃນຄຳປາໄສ ວັນຂຶ້ນປີໃໝ່

ທ່ານ Kim Jong Un ຜູ້ນຳຂອງເກົາຫຼີເໜືອ ກ່າວຄຳປາໄສ ເນື່ອງໃນໂອກາດ ວັນຂຶ້ນປີໃໝ່. (1 ມັງກອນ 2016)

ທ່ານ Kim Jong Un ຜູ້ນຳ​ຂອງ​ເກົາຫລີ​ເໜືອ ​ໄດ້​ໃຊ້​ຄຳ​ປາ​ໄສ​
ວັນຂຶ້ນປີ​ໃໝ່​ໃນ​ວັນ​ສຸກ​ມື້ນີ້​ ຊຶ່ງຕົ້ນຕໍແລ້ວ ແນ​ໃສ່​ຄວາມ​ສຳຄັນ​
ໃນ​ການ​ພັດທະນາ​ເສດຖະກິດ ຫລີກ​ລ່ຽງການ​ຂົ່ມຂູ່ຫລື​ອ້າງ​ອີງ​
ເຖິງ​ໂຄງການ​ນິວເຄລຍຂອງ​ເກົາຫຼີ​ເໜືອ​ຢ່າງ​ເປັນ​ການ​ເປີດ​ເຜີຍ​
ໃດໆ.

ທ່ານ​ Kim ທີ່​ມັກ​ໃສ່​ແວ່​ນຕາ​ດຳຂອບ​ປລາສຕິກແບບ​ໃໝ່​ແລະ
​ຊົງ​ຜົມ​ ທີ່​ມີ​ການ​ແຖ​ທາງ​ຂ້າງ ຊຶ່ງ​ເປັນ​ສັນຍາ​ລັກ ​ຂອງ​ທ່ານ​ນັ້ນ​ ​
ໄດ້ກ່າວ​ເຖິງ​ ຄວາມ​ຈຳ​ເປັນທີ່​ຈະ​ຕ້ອງ​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​
ໃນ​ທັນທີ ​ຕໍ່​ການ​ພັດທະນາ​ເສດຖະກິດ ​ແລະ ​ຍົກມາດຕະຖານ​
ການ​ຄອງ​ຊີບ​ ໃຫ້​ດີ​ຂຶ້ນ ຢູ່​ໃນ​ເກົາຫຼີ​ເໜືອ ທີ່ເປັນ​ປະ​ເທດ​ ທີ່​ທຸກ​
ຍາກນັ້ນ.

ຜູ້ນຳ​ທີ່​ຍັງ​ໜຸ່ມ​ນ້ອຍ​ທ່ານ​ນີ້ໄດ້​ສະ​ເໜີ​ວິທີ​ການ​ທີ່​ສະ​ເພາະ​ເຈາະ​ຈົງ​ຢູ່​ສອງ​ສາມ​ຢ່າງໃນ​ຄຳ​
ປາ​ໄສ ​ທີ່ຍາວ​ເຄິ່ງຊົ່ວ​ໂມງ​ ​ແລະ​ກໍ​ເປັນ​ຄຳ​ປາ​ໄສ​ຄັ້ງທີ​ສີ່ ນັບ​ແຕ່ທ່ານ ​ໄດ້​ເຂົ້າກຳ​ອຳນາດ​
ການ​ນຳພາ​ປະ​ເທດ ຫລັງ​ຈາກ​ບິດາ​ຂອງ​ທ່ານ​ ທ່ານ Kim Jong Il ໄດ້​ເຖິງແກ່​ອະສັນ​ຍະ​
ກຳຢ່າງ​ກະທັນຫັນ ​ໃນ​ປີ​ 2011.​ ​ແທນທີ່​ຈະ​ເວົ້າ​ເຖິງ​ວິທີ​ການທ່າ​ນຊ້ຳພັດ​ໄດ້​ເນັ້ນຢ້ຳ​ເປັນ​
ສ່ວນ​ໃຫຍ່​ເຖິງ​ເນື້ອ​ໄນ​ແບບດຽວ​ກັນ ​ກັບທີ່​ໄດ້​ພົບ​ເຫັນ​ໃນ​ຄຳ​ປາ​ໄສ​ເທື່ອ​ກ່ອນໆ.

ທ່ານ Kim ​ເວົ້າວ່າ ພວກ​ເຮົາ​ຈະ​ສືບ​ຕໍ່​ໃນ​ການ​ພະຍາຍາມ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ປັບປຸງ ​
ຄວາມ​ສຳພັນ​ລະຫວ່າງ​ເກົາຫຼີ​ເໜືອ​ກັບ​ເກົາຫຼີ​ໃຕ້​ແລະ​ຈະ​ຫາລື​ກ່ຽວກັບ​ບັນຫາ​ຕ່າງໆ​ຂອງ​
ປະຊາ​ຊົນ​ຊາວ​ເກົາຫຼີ ​ແລະ​ການ​ທ້ອນ​ໂຮມ​ຊາດ​ແບບ​ທີ່​ມີຈິດ​ໃຈ​ເປີດ​ກວ້າງ​ ກັບ​ທຸກໆ​ຄົນ​
ທີ່​ມີ​ຄວາມ​ຈິງ​ໃຈປາຖະໜາ​ ຢາກ​ໃຫ້​ປະຊາຊົນ​ເກົ​າ ຫຼືມີ​ຄວາມ​ປອງ​ດອງ​ກັນ​ ມີ​ຄວາມ​ສາ
ມັກຄີ​ ມີ​ສັນຕິພາບ ແລະທ້ອນ​ໂຮມ​ຊາດ.

ນອກ​ນັ້ນທ່ານ Kim ຍັງ​ເຕືອນ​ວ່າ​ ປະ​ເທດ​ຂອງ​ທ່ານ​ແມ່ນ​ພ້ອມ​ແ​ລ້ວທີ່​ຈະ​ເຮັດ​ສົງຄາມ​ຖ້າ​
ຫາກ​ຖືກ​ທ້າ​ທາຍ ​ໂດຍ​ການ​ຮຸກ​ຮານ​ຈາກ​ພາຍ​ນອກ.

ທ່ານ​ຍັງ​ໄດ້​ກ່າວຢ່າງ​ໝັ້ນ​ໃຈ​ເຖິງການ​ເຈລະຈາ​ລະດັບ​ສູງຊຶ່ງ​ໄດ້​ຕົກລົງ​ກັນ​ທີ່​ຈະຈັດຂຶ້ນ​ໃນ​
ປີນີ້ກັບ​ເກົາຫຼີ​ໃຕ້​ຊຶ່ງ​ໄດ້​ສະ​ເໜີ​ໃຫ້​ໂອກາດ​ໃນ​ການ​ປັບປຸງ​ຄວາມ​ສຳພັນລະຫວ່າງ​ສອງ​ເກົາ
ຫລີ ​ແຕ່​ເທົ່າ​ເຖິງ​ປັດຈຸບັນ​ນີ້ ຍັງ​ບໍ່​ທັນ​ເຫັນ​ຜົນ​ທີ່​ເປັນ​ຮູບ​ປະ​ທຳຫຍັງ​ຫລາຍ.

Your browser doesn’t support HTML5

Nokor Kim Spech