ຜູ້ນຳເກົາຫຼີເໜືອ ຫາຍໜ້າ ໄປຈາກສາຍຕາປະຊາຊົນ ຈົນກໍ່ໃຫ້ເກີດຂ່າວຊ່າລື ກ່ຽວກັບສຸຂະພາບ

ພາບຂອງທ່ານ Kim Jong Un ກຳລັງໃຫ້ຄຳແນະນຳ ເລື້ອງການໂດດຈ້ອງຕົວຈິງ ແລະ ການເຝິກໂຈມຕີ ໃຫ້ແກ່ ໜ່ວຍທະຫານໂດດຈ້ອງ.

ຜູ້ນຳເກົາຫຼີ​ເໜືອ ທ່ານ Kim Jong Un ບໍ່​ໄດ້​ອອກ​ມາ​ໃຫ້​ເຫັນ
ຢູ່​ໃນ​ທີ່​ສາທາລະນະ ​ເປັນ​ເວລາ​ເດືອນປາຍ​ແລ້ວ ຊຶ່ງ​ໄດ້ກໍ່​ໃຫ້
​ເກີດ​ມີ​ຂ່າວຊ່າ​ລື​ຕ່າງໆ ກ່ຽວ​ກັບ​ສຸຂະພາບ​ອັນ​ຮ້າຍ​ແຮງ ຫຼື
ບັນຫາ​ຕ່າງໆ​ ດ້ານ​ການ​ເມືອງ.

ທ່ານ Kim ຜູ້​ທີ່​ໄດ້​ສືບ​ທອດ​ຕຳ​ແໜ່​ງ ຈາກພໍ່​ ຄື​ທ່ານ Kim Jong
Il ​ໃນ​ປີ 2011 ​ໄດ້ປາກົດ​ໃຫ້​ເຫັນ​ ​ຕອນ​ສຸດ​ທ້າຍ ​ໃນ​ວັນ​ທີ 3
ກັນຍາ ຢູ່​ໃນ​ງານສະ​ແດງ​ດົນຕີຂອງ​ວົງ Moranbong ​ທີ່​ທ່ານ​
ມັກ​ຫລາຍນັ້ນ ​ຊຶ່ງ​ເປັນ​ວົງດົນຕີ​ພອ໊ບຂອງ​ສິນລະປິນ​ຍິງ​ລ້ວນໆ
​ທີ່​ປະ​ກອບ​ດ້ວຍຍິງສາວ 5 ຄົນ ຊຶ່ງ​ແມ່ນ​ທ່ານ Kim ເລືອກ​ເອົາ
ເອງທັງໝົດ.

​ພວກ​ສັງ​ເກດ​ການ​ເກົາຫຼີ​ເໜືອມີ​ຄວາມ​ແປກ​ປະຫຼາດ​ໃຈ ​ໃນ​ທ້າຍ​ເດືອນ​ ກັນຍາ​ ເມື່ອ
ທ່ານ Kim ບໍ່​ໄດ້​ໄປ​ຮ່ວມກອງ​ປະຊຸມຂອງ​ສະພາ​ແຫ່ງ​ຊາດ ​ຊຶ່ງທ່ານ​ໄດ້​ໄປ​ຮ່ວມທຸກໆ​ເທື່ອ
​ໃນສອງ​ປີ​ທຳ​ອິດ​ທີ່​ໄດ້​ເຂົ້າຮັບ​ຕຳ​ແໜ່​ງນັ້ນ.

2 ​ເດືອນ​ກ່ອນ​ໜ້າ​ນີ້ ພາຍ​ໃນ​ວີ​ດີ​ໂອ ສະແດງ​ໃຫ້​ເຫັນທ່ານ Kim ທີ່​ມີຮູບ​ຮ່າງ​ຕຸ້ຍ​ພີ ​ຍ່າງ​
ຂາ​ເຄຜິດ​ປົກກະຕິ ຢູ່​ເທິງ​ເວທີ​ໃນພິທີຂີດໝາຍ ຄົບຮອບ 20 ປີ ຂອງ​ການ​ເສຍ​ຊີວິດ​
ຂອງ​ພໍ່ປູ່ຂອງ​ທ່ານ ຄື ທ່ານ Kim Il Sung ​ປະທານປະ​ເທດ ຜູ້​ສ້າງຕັ້ງ​ເກົາຫຼີ​ເໜືອ.

ຫຼັງຈາກ​ນັ້ນບໍ່​ດົນຕໍ່​ມາ ສາລະ​ຄະດີ​ບົດ​ນຶ່ງ​ ຂອງ​ສື່​ຂອງ​ລັດ ​ໄດ້ເອີ່ຍ ​ແບບ​ເວົ້າ​ຜ່ານໆ​ໄປ
ເຖິງ​ ​ທ່ານ Kim ຜູ້ນຳ​ທີ່ຊາວ​ເກົາຫຼີ​ເໜືອເຄົາລົບ​ບູຊາ ​ເກືອບ​ເທົ່າ​ກັບ​ເທບພະ​ເຈົ້າ​ນັ້ນ​ວ່າ
​ມີ​ອາການ​ບໍ່​ສະບາຍ​ໂຕ​ເລັກ​ນ້ອຍ ​ແຕ່​ບໍ່​ໄດ້​ລະບຸ​ວ່າ ທ່ານ​ບໍ່​ສະບາຍ ​ເປັນ​ຫຍັງ​ແທ້.

Your browser doesn’t support HTML5

NORTH KOREA LEADER VO

​ໃນ​ເວລາ​ນີ້ ການ​ສັນນິຖານໃດໆກ່ຽວ​ກັບວ່າ​ທ່ານ Kim ຢູ່​ແຫ່ງ​ໃດນັ້ນ ແມ່ນ​ເປັນ​ການ​ເດົາ
​ພຽງ​ເທົ່າ​ນັ້ນ. ບັນຫານີ້​ແມ່ນ​ສັບສົນ​ຕື່ມ​ອີກ​ ຍ້ອນ​ສະພາບ​ປິດ​ລັບ​ ຂອງລັດຖະບານ ​ໃນ​
ເກົາຫຼີ​ເໜືອ ບ່ອນທີ່ການຮົ່ວ​ໄຫ​ລ ອອກມາ​ຂອງ​ຂໍ້​ມູນນັ້ນ ​ແມ່ນມີ​ນ້ອຍ​ທີ່​ສຸດ ນອກຈາກ​ຂໍ້​
ມູນ​ທີ່​ທາງ​ການເປີດ​ເຜີຍອອກ​ເທົ່າ​ນັ້ນ.

​ສື່​ຂ່າວເກົາຫຼີ​ໃຕ້ ​ໄດ້​ລາຍ​ງານຂ່າວ​ວ່າ​ ທ່ານ Kim ​ບໍ່​ສະບາຍ ຍ້ອນ​ເປັນ​ປານດົງ ຊຶ່ງ​ເປັນ​
ພະຍາດ​ພາຍ​ໃນຄອບຄົວ. ນອກ​ນັ້ນ​ແລ້ວ ທ່ານ​ຍັງ​ມີ ໄຂມັນ​ສູງ ຄວາມດັນ​ສູງ ​ແລະ ​ເປັນ
ເບົາຫວານ​ອີກ ຊຶ່ງທັງ​ໝົດ​ນັ້ນ​ແມ່ນ​ກ່ຽວ​ພັນ​ກັບ​ ຄວາມ​ອ້ວນພີ​ຂອງ​ທ່ານ ​ແລະຄວາມມັກ​
ກິນ​ເນີຍ​ແຂງ Emmantal ຂອງ​ທ່ານ.

ທ່ານ Kim Jong Un ຢູ່ໃສ? (ວີດີໂອ/ພາບ)