150 ຄົນເສຍຊີວິດ ໃນມື້ທໍາອິດ ຂອງ ການຢຸດຍິງ ໃນຊີເຣຍ (ສະໄລດ໌)

ຮູບພາບນີ້ ທີ່ນໍາອອກແຜ່ຜາຍໂດຍ ແຫລ່ງຂ່າວ SANA ຂອງ ລັດຖະບານຊີເຣຍ ສະແດງໃຫ້ເຫັນ ຕຶກຫັກພັງຈາກການວາງ ລະເບີດລົດ ໃນກຸງ Damascus.

ຫ້ອງການສັງ​ເກດ​ການ​ສິດ​ທິມະນຸດຊີ​ເຣຍ ທີ່​ລອນ​ດອນ ກ່າວ​ວ່າ
ມີ 150 ຄົນ​ເສຍ​ຊີ​ວິດ​ໃນຊີ​ເຣຍ ໃນ​ມື້​ທໍາ​ອິດ​ຂອງ​ການ​ຢຸດ​ຍິງ ທີ່
ໄດ້​ເລີ້ມ​ຂຶ້ນ​ໃນວັນ​ສຸກວານ​ນີ້ ​ເພື່ອສະຫລອງ​ບຸນ​ມຸສລິ​ມ
Eid al-Adha ນັ້ນ.

ບັນ​ດາ​ຜູ້​ສັງ​ເກດ​ການດ້ານ​ສິດທິ​ມະນຸດ ກ່າວ​ວ່າ ມີເດັກນ້ອຍ​ຮ່ວມ​ຢູ່​ໃນ​ຈໍານວນຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ ​ໃນການວາງລະ​ເບີດ​ຢູ່
ໃກ້ເດີ່ນຫລີ້ນ​ຂອງເດັກນ້ອຍ ​ແລະ​ວັດ​ມຸສລິ​ມ​ແຫ່ງ​ນຶ່ງ ​ຢູ່ໃນ​ກຸງ Damascus.

​ເຂົາ​ເຈົ້າ​ລາຍ​ງານ​ອີກ​ວ່າ ມີການ​ສູ້​ລົບ​ລະຫວ່າງ​ພວກ​ກະ​ບົດ ​ແລະ​ທະຫານ ຢູ່​ໃນ​ຫລາຍ​ເຂດທົ່ວ​ປະ​ເທດ ຮວມ​ທັງ​ຊານ​ເມືອງ​ຫລວງ Damascus ​ແລະ​ຄ້າຍ​ທະຫານ Wadi al-Daif.

​ບັນດເຈົ້າ​ໜ້າ​ທີ່​ທະຫານ​ຊີ​ເຣຍ ກ່າວ​ວ່າ ພວກ​ທະ​ຫານ​ໄດ້​ຕອບ​ໂຕ້​ຕໍ່​ການ​ລະ​ເມີດ​ການ
ຢຸດຍິງຂອງພວກ​ກະບົດ. ສ່ວນທາງນັກ​ລົບ​ຝ່າຍຕໍ່​ຕ້ານ​ກໍກ່າວ​ຫາ​ທະຫານ ວ່າຝ່າຝືນ​ການ​ຢຸດ​ຍິງ. ທູດ​ພິ​ເສດ ສະຫະ​ປະຊາ​ຊາດ ທ່ານ Lakhdar Brahimi ເປັນ​ຜູ້ຈັດແຈງ​ໃຫ້​ມີການ​ຢຸດ​ຍິງ ​ເພື່ອ​ໃຫ້​ຊາວຊີ​ເຣຍ​ໃນທຸກ​ກໍ້າ​ທຸກ​ຝ່າ​ຍ​ໄດ້​ພາກັນ​ສະຫລອງ​ບຸນ Eid al-Adha ຊຶ່ງ​ເປັນ​ການ​ມ້ວນທ້າຍ​ພິທີ​ສະ​ແຫວ​ງ ບຸນ Hajj ຢູ່ Mecca ປະ​ເທດ​ຊາ​ອູ​ດີ ອາ​ເຣ​ເບຍ​ນັ້ນ.

​ໂທລະພາບ ຊີ​ເຣຍ ​ໄດ້​ສະ​ແດງ​ໃຫ້​ເຫັນ ປະທານາທິບໍດີ Bashar al-Assad ​ຍີ້ມຫົວ ໂອ້​ລົມ​ ກັບ​ບັນດາ​ຜູ້ໄປ​ສວດ​ມົນ​ຢູ່​ໂບດ ​ໃນ​ວັນ​ສຸກ​ວານ​ນີ້ ​ໃນ​ຂະນະ​ທີ່ ຊາວຊີ​ເຣຍທໍາ​ມະ​ດາ​ສາມັນຈໍານວນ​ນຶ່ງ ກ່າວ​ວ່າ ​ເຂົາ​ເຈົ້າ​ພຽງ​ແຕ່​ພະຍາຍາມໃຫ້​ມີ​ຊີວິດ​ຢູ່ລອດ ​ແລະ​ບໍ່​ມີ​ອາລົມ​ທີ່​ຈະ​ສ​ະ ຫລອງ​ບຸນ​ແຕ່​ຢ່າງ​ໃດ.

Developments in Syria