18 ຄົນ ເສຍຊີວິດ ໃນການໂຈມຕີ ສະພາ ໂຊມາເລຍ (ວີດີໂອ)

ທະຫານໂຊມາເລຍ ພວມແລ່ນໄປສູ້ລົບ ໃກ້ໆຊາກເພພັງ ຂອງລົດລະເບີດ ໃນລະຫວ່າງການໂຈມຕີ ລັດຖະສະພາ ໂຊມາເລຍ (24 ພຶດສະພາ 2014)

ພວກນັກ​ຕໍ່ສູ້ຂອງກຸ່ມຫົວ​ຮຸນ​ແຮງ Al-Shabab ​ໄດ້​ບຸກຖະລົ່ມ​ເຂົ້າ
​ໄປ​ໃນ​ຕຶກ​ອາຄານ ​ລັດຖະສະພາ​ໂຊ​ມາ​ເລຍ ເຮັດ​ໃຫ້​ມີ​ຜູ້​ຄົນ​ເສຍ
​ຊີວິດ​ໄປ​ຢ່າງ​ໜ້ອຍ 18 ຄົນ ຮວມທັງ​ພວກ​ບຸກ​ໂຈມ​ຕີ​ຈຳນວນ​ນຶ່ງໃນ​
ລະຫວ່າງການ​ໂຈມ​ຕີ​ກັນ​ດ້ວຍ​ລະ​ເບີດ​ແລະ​ປືນ​ນັ້ນ.

​ໂຄສົກ​ຕຳຫຼວດ ກ່າວ​ຕໍ່​ວີ​ໂອ​ເອພະ​ແນ​ກ​ໂຊ​ມາ​ເລຍ ວ່າ ພວກ​ເຈົ້າ
​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ 10 ຄົນ​ ຂອງໂຊ​ມາ​ເລຍ ​ແລະກຳລັງ
ຮັກສາສັນຕິພາບ ຂອງສະຫະພາບອາຟຣິກາ ໃນໂຊມາເລຍ ຫລື
AMISOM ຮວມຢູ່ໃນ​ຈຳນວນ​ພວກ​ທີ່​ເສຍ​ຊີວິດ​ໃນ​ລະຫວ່າງ​ການ​
ໂຈມ​ຕີ​ໃນ​ວັນ​ເສົາ​ວານ​ນີ້ໃນ​ຕຶກ​ອາຄານ​ທີ່​ມີ​ການ​ປ້ອງ​ກັນ​ຢ່າງ​ໜາ
​ແໜ້ນ ​ໃນ​ນະຄອນຫລວງ Mogadishu ນັ້ນ.

​ໂຄສົກ​ທ່ານນີ້ ກ່າວ​ຕື່ມ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ຕື່ມ​ອີກ 14 ຄົນ​ໄດ້​ຮັບ​ບາດ​ເຈັບ ພ້ອມ​ກັບ​ພວກ​ສະມາຊິກ​ສະພາ​ 4 ຄົນ​.

ສະມາຊິກ​ສະພາ​ທ່ານ​ນຶ່ງ ກ່າວ​ວ່າ ​ໄດ້​ມີ​ການ​ເຕືອນ​ລ່ວງ​ໜ້າ​ກ່ຽວ​ກັບ​ການໂຈມ​ຕີ​ຄັ້ງ​ນີ້ ຈາກ​ຄະນະ​ກຳມະການ​ຮັກສາຄວາມ​ປອດ​ໄພ​ພາຍ​ໃນຂອງ​ໂຊ​ມາ​ເລຍ ຊຶ່ງ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ຮັກສາ​ຄວາມ​ປອດ​ໄພ​ທີ່​ເຄັ່ງ​ຄັດ​ນັ້ນ ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ໂຄສົກ​ທ່ານ​ນີ້ ກ່າວ​ຕື່ມ​ວ່າ ບໍ່​ໄດ້​ມີ​ການ​ຫົວຊາ​ນຳ​ລາຍ​ງານ​ດັ່ງກ່າວ​ນີ້​ຢ່າງ​ເອົາ​ຈິງ​ເອົາ​ຈັງ.

ວິທະຍຸ​ຂອງທາງການໂຊ​ມາ​ເລຍ ​ແຈ້ງ​ໃຫ້​ຊາບ​ວ່າ ລັດຖະມົນຕີ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ​ໄດ້​ລາອອກ​ຈາກ​ຕຳ​ແໜ່​ງ​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ຈາກ​ການ​ໂຈມ​ຕີ​ແລ້ວ.

Your browser doesn’t support HTML5

somaliablast25may14