ມີຜູ້ເສຍຊີວິດ 8 ຄົນ ແລະໄດ້ຮັບບາດເຈັບ 81 ຄົນ ໃນເຫດການລະເບີດ ຢູ່ປະເທດເທີກີ

ພາບຂອງລົດໂຮງໝໍທີ່ແນມເຫັນຢູ່ໃນສະຖານທີ່ເກີດເຫດ ລຸນຫຼັງເກີດການລະເບີດຂຶ້ນ ຢູ່ໃນຖະໜົນຄົນຍ່າງທີ່ໜາແໜ້ນ ອິສຕິກລາລ ໃນນະຄອນອິສຕັນບູລ, ປະເທດເທີກີ, ວັນທີ 13 ພະຈິກ 2022.

ລັດຖະມົນຕີກະຊວງພາຍໃນຂອງເທີກີ ກ່າວໃນວັນຈັນມື້ນີ້ວ່າ ໄດ້ຈັບໂຕຜູ້ຕ້ອງຫາ 22 ຄົນ ທີ່ເຊື່ອມໂຍງກັບເຫດການລະເບີດຢູ່ທີ່ສູນກາງການຄ້າຍອດນິຍົມຂອງນະຄອນອິສຕັນບູລ ໃນວັນອາທິດວານນີ້, ອີງຕາມລາຍງານຂອງອົງການຂ່າວລັດຖະບານ ອານາໂດລູ (Anadolu), ຂອງ​ທາງ​ການ​ເທີ​ກີ. ນຶ່ງໃນຜູ້ທີ່ຖືກຈັບກຸມນັ້ນ ເຊື່ອວ່າເປັນຜູ້ວາງລະເບີດ ໃສ່ສູນກາງການຄ້າດັ່ງກ່າວ.

“ການປະເມີນຜົນຂອງພວກເຮົາເຊື່ອວ່າ ຄໍາສັ່ງໃນການໂຈມຕີທີ່ຮ້າຍແຮງ ໃນເທື່ອນີ້ແມ່ນມາຈາກກຸ່ມກໍ່ການຮ້າຍ ເອນ ອາລ-ອາຣັບ ທີ່ຢູ່ທາງພາກເໜືອຂອງ ຊີເຣຍ, ເຊິ່ງເປັນສູນກາງໃຫຍ່ ຢູ່ໃນຊີເຣຍຂອງພັກກຳ​ມະ​ກອນ​ຊາວ​ເຄີ​ດິ​ສຖານ ຫຼື PKK/YPG,” ທ່ານຊູເລມານ ຊອຍລູ (Suleyman Soylu) ກ່າວ. ພັກກຳ​ມະ​ການຫົວຮຸນແຮງເຄີດິສຖານ ແມ່ນອົງ​ການຫົວຮຸນແຮງ ແບ່ງແຍກດິນແດນຊາວເຄີດ.

ທ່ານຊອຍລູ ກ່າວວ່າ ມີຜູ້ເສຍຊີວິດທັງໝົດ 8 ຄົນ ແລະໄດ້ຮັບບາດເຈັບອີກ 81 ຄົນຢູ່ໃນເຫດການລະເບີດຄັ້ງນີ້, ເຊິ່ງ 51 ຄົນແມ່ນໄດ້ຮັບອະນຸຍາດໃຫ້ອອກໂຮງໝໍແລ້ວ, ແຕ່ 5 ຄົນແມ່ນຍັງຄົງຮັກສາໂຕຢູ່ໃນຫ້ອງມໍ​ລະ​ສຸມ ແລະຜູ້ບາດເຈັບອີກ 2 ຄົນ ແມ່ນຍັງມີ​ອາ​ການຮ້າຍແຮງ.

ລັດຖະມົນຕີກະຊວງພາຍໃນກ່າວວ່າ ເທີກີ “ຈະຕອບໂຕ້ຕໍ່ຜູ້ຄົນເຫຼົ່ານັ້ນ ທີ່ຮັບຜິດຊອບຕໍ່ການໂຈມຕີທີ່ຊົ່ວຮ້າຍນີ້.”

ກ່ອນໜ້ານີ້, ປະທານາທິບໍດີເທີກີ ທ່ານຣີເຊັບ ຕາຍຢິບ ເອີດວານ (Recep Tayyip Erdogan) ກ່າວວ່າ ຜູ້ໃດກໍຕາມທີ່ພົວພັນຕໍ່ການກໍ່ການຮ້າຍຕໍ່ຕ້ານເທີກີ ທີ່ໄດ້ຮັບຄວາມປະລາໄຊໃນອະດີດທີ່ຜ່ານມາ ແມ່ນຈະໄດ້ຮັບຄວາມຜ່າຍແພ້ໃນອະນາຄົດຂ້າງໜ້າເຊັ່ນກັນ. ທ່ານເອີດວານ ເດີນທາງໄປຮ່ວມກອງປະຊຸມສຸດຍອດ​ກຸ່ມ G-20 ທີ່ເກາະບາຫຼີ ພຽງບໍ່ເທົ່າໃດຊົ່ວໂມງ ລຸນຫຼັງເຫດລະເບີດດັ່ງກ່າວ.

ເທີກີ, ສະຫະລັດ ແລະສະຫະພາບຢູໂຣບ ພິຈາລະນາວ່າ PKK ແມ່ນອົງການຂອງພວກກໍ່ການຮ້າຍ, ແລະ YPG ແມ່ນກຸ່ມຍ່ອຍທີ່​ຕັ້ງ​ຢູ່​ໃນຊີເຣຍ.

ອ່ານຂ່າວນີ້ເປັນພາສາອັງກິດ