ທ່ານ Khan ນໍາພາ ການປະທ້ວງ ຕໍ່ຕ້ານ ການໂຈມຕີ ຂອງຍົນໂດຣນ ຂອງ ສຫລ

ທ່ານ Imran Khan, ນັກກິລາ cricket ກາຍມາເປັນ ນັກການເມືອງ ນໍາພາຂະບວນການປະທ້ວງ

ທ່ານ Imran Khan ດາຣານັກ​ຫລີ້ນ​ກິ​ລາ cricket ​ຂອງ
ປາ​ກິ​ສຖານທີ່ໄດ້​ກາຍ​ມາ​ເປັນ​ນັກ​ການ​ເມືອງນັ້ນ ​ໄດ້​ລິ​ເລີ້ມ
ໃນ​ອັນ​ທີ່​ຮ້ອງ​ວ່າ ​ຂະ​ບວນລົດ​ຕໍ່ຕ້ານການ​ໂຈມຕີໂດຍເຮືອ
ບິນທີ່​ບໍ່​ມີ​ຄົນ​ຂັບຂອງສະຫະລັດ.


ທ່ານ Khan ​ແລະ​ພັກຂະ​ບວນການ​ເພື່ອ​ຄວາມຍຸຕິ​ທໍາຂອງ​ທ່ານ ພ້ອມ​ໆ​ກັບ ພວກ​ນັກ​ເຄື່ອນ​ໄຫວ​ຊາວຕາ​ເວັນ​ຕົກແລະ​ບັນດາເຄື່ອນ​ໄຫວ​ທ້ອງ​ຖິ່ນ ​ໄດ້​ເລີ້​ມຂະ​ບວນລົດ ທີ່​
ກຸງອິສລາມາ​ບັດ. ຂະ​ບວນລົດດັ່ງກ່າວ ມຸຸ້​ງໜ້າ​ສູ່​ເຂດຊົນ​ເຜົ່າ Waziristan ​ທີ່ຕັ້ງຢູ່​ຕິດ​ຊາຍແດນອັຟກາ​ນິສຖານ ຊຶ່ງ​ເປັນ​ເປົ້າ​ໝາຍ​ທີ່ເຮືອບິນ ບໍ່​ມີ​ຄົນ​ຂັບ​ຂອງ​ສະຫະລັດ ທໍາ​ການ​ໂ​ຈມຕີ​ຢູ່​ເລື້ອຍໆ.

ທ່ານ Khan ​ໄດ້​ປະຕິ​ເສດ​ຕໍ່​ຄວາມ​ເປັນ​ຫ່ວງທີ່​ວ່າ ຂະ​ບວນລົດຂອງ​ທ່ານ ອາດ​ຈະ​ຖືກ​ໂຈມ​ຕີ​ຈາກພວກ​ Taliban ​ແລະ​ກຸ່ມ​ມຸສລິ​ມຫົວ​ຮຸນ​ແຮງ​ອື່ນໆ.

ໂຄສົກຂອງ​ກຸ່ມ​ທາ​ລິ​ບານ​ໃນປາ​ກິ​ສຖານ ກ່າວໃນ​ວັນ​ສຸກວານ​ນີ້ວ່າ ຕົນ​ຈະ​ບໍ່​ຄຸ້ມ ຄອງ
ຄວາມ​ປອດ​ໄພ ​ໃຫ້​ແກ່​ຂະ​ບວນລົດ ​ແລະ​ລະບຸ​ຊື່ທ່ານ Khan ວ່າ​ມີ​ຫົວ​ນິ ຍົມ​ຕາ​ເວັນ​ຕົກ ​ແລະເປັນ​ຜູ້​ທີ່​ບໍ່​ນິຍົມ​ໃນ​ສາສະໜາ​ອິສລາມ.

ການ​ໂຈມຕີໂດຍ​ເຮືອບິນບໍ່​ມີ​ຄົນ​ຂັບ ​ແມ່ນ​ເປັນ​ບັນ​ຫາ​ການ​ຖົກ​ຖຽງໂຕ້​ແຍ້​ງລະ ຫວ່າງ
ສະຫະລັດ ​ແລະປາ​ກິ​ສຖານ. ອິສລາມາ​ບັດກ່າວ​ວ່າ ການ​ໂຈມ​ຕີຂອງ ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ແມ່ນເປັນ​ການ​ລ່ວງ​ລະ​ເມີດ​ຕໍ່​ອະທິປະ​ໄຕ​ຂອງ​ຕົນ​. ສ່ວນສະ ຫະລັດ​ເ​ຊື່​ອວ່າ ມັນ​ແມ່ນ​ເຄື່ອງມືທີ່​ສຳຄັນໃນ​ການ​ດຳ​ເນີນ​ຄວາມພະຍາຍາມ​ເພື່ອ​ຊະນະພວກ​ກໍ່​ການ​ຮ້າຍ​ຂ້າມ​ຊາດອາ​ລໄຄ​ດາ. ​