ບໍລິສັດ Keystone XL ບອກໃຫ້ ສະຫະລັດ ໂຈະການທົບທວນຄຳຮ້ອງ ວາງທໍ່ນໍ້າມັນ

ບ່ອນເກັບມ້ຽນທໍ່ນ້ຳມັນບໍລິສັດ TransCanada ຂອງ Keystone XL ຢູ່ທີ່ເມືອງ Gascoyne ລັດ North Dakota.

ບໍລິສັດ​ກາ​ນາ​ດາ ທີ່ຢູ່​ເບື້ອງ​ຫລັງ​ຂໍ້​ສະ​ເໜີວາງ​ທໍ່ ທີ່​ຈະ​ນຳເອົາ​ນໍ້າ
ມັນຈາກ ກາ​ນາ​ດາ ມາ​ສູ່ ສະຫະລັດ ​ໄດ້​ຮຽກຮ້ອງ​ໃຫ້ ກະຊວງ​
ຕ່າງປະ​ເທດ ສະຫະລັດ ໂຈະ​ການ​ທົບ​ທວນ​ຄື​ນ ​ໂຄ​ງການ​ທີ່​ມີ​
ການ​ຄັດແຍ້​ງກັນຢູ່​ນັ້ນ.

ບໍລິສັດ​ TrasnsCanada ​ໄດ້​ປະກາ​ດ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຕົນ​
ໄດ້​ສົ່ງ​ຈົດໝາຍ​ໄປ​ຫາ ລັດຖະມົນຕີ ​ຕ່າງປະ​ເທດ ສະຫະລັດ
ທ່ານ John Kerry ໃຫ້​ໂຈະ​ການ​ທົບ​ທວນຄືນ Keystone XL
​ເນື່ອງ​ຈາກ​ການ​ດຳ​ເນີນ​ທີ່​ບໍ່​ເປັນ​ປົກກະຕິ ຢູ່​ໃນ​ລັດ Nebraska
ທາງ​ທິດຕາ​ເວັນ​ຕົກ​ກາງ​ ຂອງ ສະຫະ​ລັດ ຈຸດ​ສຸດ​ທ້າຍ​ຂອງການ
​ວາ​ງທໍ່ 1,900 ກິ​ໂລ​ແມັດ. ບໍລິສັດ​ນີ້ກ່າວ​ວ່າ ມັນ​ອາດ​ໃຊ້​ເວລາ
​ຫລາຍ​ປີ ກ່ອນ​ທີ່​ເຈົ້າ​ໜ້າ​ທີ່ Nebraska ຈະ​ເສັດ​ສີ້​ນການ​ທົບ​ທວນ​ຂອງ​ເສັ້ນ​ທາງ​ວາງ​ທໍ່ນີ້.

ຂໍ້​ສະ​ເໜີວາງ​ທໍ່​ມູນ​ຄາ 8 ພັນ​ລ້ານ​ໂດ​ລາ ​ໄດ້​ຢູ່​ພາຍ​ໃຕ້​ການ​ທົບ​ທວນຂອງ ກະຊວງ​ຕ່າງ
ປະ​ເທດ ນັບ​ແຕ່​ບໍລິສັດ​ TransCanada ​ໄດ້ຂໍຮ້ອງ​ເອົາໃບອະນຸຍາດ​ໃນ​ປີ 2008 ມາ​.
ຖ້າ​ຫາ​ກທ່ານ Kerry ​ເຫັນ​ດີ​ຕໍ່​ຄຳ​ຮ້ອງ​ຂໍ​ຂອງ ບໍລິສັດ Transcanada ມັນກໍ​ອາດ​ຈະ​ລ້າ
​ຊ້າ​ການ​ຕັດສິນ​ໃຈ​ທີ່​ລ້າ​ສຸດ ຈົນ​ກວ່າ​ວ່າ ປະທານາທິບໍດີ Barack Obama ຈະພົ້ນ​ຈາກ​
ຕໍ່າ​ແໜ່ງ​ໃນ​ເດືອນ​ມັງກອນ ປີ 2017.

Keystone XL ຈະ​ນຳ​ສົ່ງ​ຫລາຍ​ກວ່າ 800,000 ຖັງ​ນໍ້າມັນ​ຈາກ ​ເຊື້ອ​ນໍ້າ​ມັນ​ຢູ່່ດິນຊາຍ
ຂອງ ນະຄອນ Alberta ຂ້າມ​ຜ່ານ​ລັດ Montana ​ແລະ South Dakota ​ໄປ​ຫາ​ພາກ​
ໃຕ້​ຂອງລັດ Nebraska ​ແລະ​ຈາກ​ນັ້ນ​ ​ເຊື່​ອມ ຕໍ່​ເຂົ້າ​ກັບ​ທໍ່​ນໍ້າມັນ​ທີ່ມີ​ຢູ່່​ແລ້ວ ​ເພື່ອ​ນຳ
​ເອົາ​ນໍ້າມັນ​ດິບ​ໄປ​ໂຮງ​ງານກັ່ນກອງ ຢູ່​ຕາມ​ປາກ​ອ່າວຊາຍ​ຝັ່ງຂອງ ສະຫະລັດ. ​ໂຄງການ
​ດັ່ງກ່າວ​ໄດ້​ເຮັດ​ໃຫ້ ທ່ານ Barack Obama ຕົກຢູ່​ໃນການວິ​ເຄາະ​ທາງ​ການ​ເມືອງ​ຢ່າງ
​ເຄັ່ງ​ຄັດ ລະຫວ່າງ ບັນດາ​ນັກ​ເຄື່ອນ​ໄຫວ​ສິ່ງ​ແວດ​ລ້ອມ ຜູ້​ທີ່​ອ້າງ​ວ່າ ​ໂຄງການ​ດັ່ງກ່າວ​
ຈະ​ເປັນ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ​ຕໍ່​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ​ບັນດາ​ຜູ້​ສະໜັບ
ສະໜູນ ຜູ້​ທີ່​ກ່າວ​ວ່າ ມັນ​ຈະ​ນຳ​ເອົາ​ຄວາມ​ຕ້ອງການ​ດ້ານ​ວຽກ​ງານ ​ແລະ​ສົ່ງ​ເສີມ​ພະລັງ
ງານ​ຂອງ​ປະ​ເທດ​ ​ໃຫ້​ເປັນ​ອິດສະລະ

.ບັນດາ​ນັກ​ເຄື່ອນ​ໄຫວ​ສິ່ງ​ແວດ​ລ້ອມ​ ໄດ້​ຫລັ່ງ​ໄຫລອອກ​ມາຖະ​ແຫລ​ງການກ່າວ​ຫາ
TransCanada ວ່າ​ລໍຄອຍ​ເວລາ​ຈົນ​ກວ່າ​ຫລັງ​ຈາກ ການ​ເລື​ອກຕັ້ງ​ປະທານາທິບໍດີ ປີ
2016 ​ໃນ​ຄວາມ​ຫວັງ​ທີ່​ຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ ລັດຖະບານ​ຜູ້ສຳ​ເລັດ
ທ່ານ Obama ຢູ່ທີ່ທຳນຽບຂາວ.