ທຳນຽບຂາວ ຜິດຫວັງ ກັບສະມາຊິກ ພັກເດໂມແຄຣັດ ທີ່ຄັດຄ້ານ ຂໍ້ຕົງລົງນິວເຄລຍ ກັບອີຣ່ານ

ສະມາຊິກສະພາສູງ ພັກເດໂມແຄຣັດ ທ່ານ Chuck Schumer ກ່າວຕໍ່ບັນດານັກຂ່າວ.

ທຳນຽບຂາວກ່າວ​ວ່າ ​ຕົນຮູ້ສຶກ “ຜິດ​ຫວັງ” ​ແຕ່​ບໍ່ “ແປກໃຈ” ທີ່​
ນຶ່ງ​ໃນ​ບັນດາ ສະມາຊິກຄົນສຳຄັນຂອງ​ພັກ​ເດ​ໂມ​ແຄຣັດ ຢູ່​ໃນ
​ສະພາ​ສູງສະຫະ​ລັດ ໄດ້​ອອກ​ມາ​ຄັດຄ້ານ ​ຕໍ່ຂໍ້​ຕົກລົງນິວເຄລຍ
​ກັບອີຣ່ານ.

​ໂຄສົກ​ທຳນຽບຂາວທ່ານ Josh Earnest ກ່າວ​ໃນ​ວັນ​ສຸກ​ວານ​
ນີ້​ວ່າ ສະມາຊິກ​ ສະພາ​ສູງ Chuck Schumer ​ໄດ້ມີ​ຄວາມເຫັນ​
ທີ່​ແຕກ​ຕ່າງກັນ ກັບ ປະ​ທາ​ນາ​ທິບໍດີ Barack Obama ເລີ້ມມາ
ແຕ່ປີ 2003 ທີ່​ໝາຍ​ເຖິງ ການທີ່ສະມາຊິກ ສະພາສູງ Schumer
​ໄດ້​ລົງ​ຄະ​ແນນ​ສຽງເຫັນພ້ອມ ກັບການເຮັດສົງຄາມໃນ ອີຣັກພາຍ
ໃຕ້ກາ​ນນຳພາ​ໂດຍສະຫະລັດ.

Your browser doesn’t support HTML5

Iran Nuclear

ທ່ານ Josh Earnest ​ໄດ້​ກ່າວວ່າ “​ດັ່ງ​ນັ້ນ ຂ້າພ​ະ​ເຈົ້າຢາກ​ອະທິບາ​ຍວ່າ ນີ້​ເປັນ​ການ
​ປະກາດ​ວ່າ ທີ່ບໍ່​ເປັນທີ່​ແປກໃຈ​ ແກ່​ໃຜ​ທັງ​ໝົດ​ ຢູ່​ທີ່​ທຳນຽບຂາວ ​ເຖິງ ແມ່ນວ່າມັນ​ເປັນ​ທີ່
​ຜິດ​ຫວັງກໍຕາມ. ​ແຕ່​ມັນ​ກໍບໍ່​ໄດ້​ປ່ຽນ​ແປງ​ຄວາມ​ໝັ້ນ​ໃຈ​ຂອງ​ພວກ​ເຮົາ ທີ່​ພວ​ກ​ເຮົາຈະ​ສາ
ມາດ​ລະດົມ ເອົາສ່ວນໃຫຍ່​ຂອງສະມາຊິກ​ພັກ ເດ​ໂມ​ແຄ​ຣັດ ທີ່ຢູ່ສະພາ​ຕໍ່າ ​ແລະ​ສະພາ​ສູງ
​ໃຫ້ມາສະໜັບສະໜູນຂໍ້​ຕົກລົງ ​ແລະ ຖ້າ​ຫາກ​ວ່າມີ​ຄວາມ​ຈຳ​ເປັນ​ ກໍຊ່ວຍໃຫ້​ການໃຊ້ສິດ
​ຍັບ​ຢັ້ງ​ຂອງ​ປະທານາທິບໍດີບໍ່ ຖືກຕ່າວປີ້ນ.

ຢູ່​ໃນ​ຖະ​ແຫລ​ງການ​ທີ່ອະທິບາຍເຖິງ​ຄວາມເປັນ​ຫ່ວງນັ້ນ​ ທ່ານ Schumer ​ໄດ້​ກ່າວ​ວ່າ
ບັນດາ​ລະບົບການ​ກວດກາບໍ່​ເປັນ​ທີ່​ພຽງພໍ. ທ່ານ​ຍັງ​ໄດ້​ສະ​ແດງ​ຄວາມ ​ເປັນ​ຫ່ວງ​ກ່ຽວ
ກັບເລື້ອງ​ເງິນ ​ທີ່​ໄດ້​ຖືກ​ກັກໄວ້​ຍ້ອນການ​ລົງໂທດ ທີ່ຈະຖືກປ່ອຍ​ອອກ​ໄປ​ນັ້ນ ຈະ​ອະນຸຍາດ​
ໃຫ້ອີຣ່ານ ​ເພີ້​ມການ​ໃຫ້ເງິນສະໜັບສະໜູນບັນດາກຸ່ມ​ພວກ​ຫົວ​ຮຸນ​ແຮງຕ່າງໆ​ຢູ່ໃນ​ທົ່ວ​ຕາ​
ເວັນ​ອອກ​ກາງຊຶ່ງຈະ​ເຮັດ​ໃຫ້ຂົງເຂດດັ່ງກ່າວ ບໍ່ມີສະຖຽນລະພາບຕື່ມຂຶ້ນ.

ການ​ຕັດສິນ​ໃຈ​ຂອງ ທ່ານ Schumer ທີ່​ຄາດ​ວ່າ​ຈະ​ເຂົ້າ​ເປັນ​ຜູ້ນຳ​ພັກ​ເດ​ໂມ​ແຄຣັດ ຢູ່​ໃນ
ສະພາ​ສູງ ​ໃນ​ປີ 2017 ນັ້ນ ແມ່ນເບິ່ງກັນວ່າ ​ເປັນ​ການ​ຖອຍຫຼັງ​ຢ່າງຮ້າຍ​ແຮງ ​ແກ່ລັດຖະ
ບານ ທ່ານ Obama ທີ່​ກຳລັງ​ດິ້ນລົນ ​ເພື່ືອ​ເຮັດ​ໃຫ້ ລັດຖະສະພາ ໜູນ​ຫລັງຂໍ້ຕົກລົງກັບ
ອີຣ່ານ. ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມານີ້ ສະມາ ຊິກສຳຄັນຂອງ​ພັກ​ເດ​ໂມ​ແຄຣັດອີກ​ຄົນ​ໜຶ່ງ
ຢູ່ໃນສະພາຕ່ຳ ທ່ານ Eliot Engel ກໍ​ໄດ້​ປະກາດ​ການຄັດຄ້ານຂອງທ່ານຕໍ່​ຂໍ້​ຕົກລົງນີ້.

President Barack Obama speaks about the nuclear deal with Iran at American University in Washington, Aug. 5, 2015.

​ໃນ​ຂະນະ​ດຽວ​ກັນ ສະຫະລັດ ກ່າວ​ວ່າ ຕົນ “​ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ” ກ່ຽວ​ກັບ ລາຍ​ງານ
​ຂອງສື່ມວນຊົນຕາ​ເວັນ​ຕົກວ່່າ ຜູ້​ບັນຊາ​ການ​ກຳລັງ Quds ຂອງ​ອີຣ່ານ ​ໃນ​ມໍ່ໆ​ມາ​ນີ້​ ໄດ້​ເດີນທາງ​ໄປ​ຢ້ຽມຢາມຣັດ​ເຊຍ ອັນ​ເປັນ​ການ​ລະເມີດ​ຕໍ່​ ການ​ຫ້າມ​ເດີນທາງຂອງສະຫະ
​ປະຊາ​ຊາດ.

​ເອກ​ອັກຄະ​ລັດຖະທູດ ສະຫະລັດ ປະຈຳສະຫະ​ປະຊາ​ຊາດ ທ່ານ​ນາງ Samantha
Power ​ໃນ​ວັນ​ສຸກ​ວານ​ນີ້ ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ກຳລັງ​ຊອກ​ຫາ​ລາຍ​ລະ​ອຽດ ກ່ຽວ
​ກັບ​ລາຍ​ງານ​ການ​ເດີນທາງດັ່ງກ່າວ.