ຕຳແໜ່ງທີ່ສຳຄັນ ໃນທີມການຮັກສາ ຄວາມປອດໄພແຫ່ງຊາດ ຂອງທ່ານ ໄບເດັນ ໄດ້ຮັບການຢັ້ງຢືນ

ທ່ານ ອາເລຮານໂດຣ ມາຢໍຄາສ, ຜູ້ຖືກເລືອກເປັນລັດຖະມົນຕີ ການຮັກສາຄວາມປອດໄພພາຍໃນ ຂອງທ່ານ ໄບເດັນ, ໃຫ້ການໃນລະຫວ່າງການໃຫ້ການ ເພື່ອຮັບຮອງເອົາການແຕ່ງຕັ້ງ ໃນການເຂົ້າກຳຕຳແໜ່ງ, ຫໍລັດຖະສະພາ ສະຫະລັດ, ນະຄອນຫຼວງ ວໍຊິງຕັນ. 19 ມັງກອນ, 2021.

ນຶ່ງຕຳແໜ່ງທີ່ສຳຄັນຂອງທີມຮັກສາຄວາມປອດໄພແຫ່ງຊາດຂອງທ່ານ ໄບເດັນ ໄດ້ຮັບການຢັ້ງຢືນໃນວັນພະຫັດວານນີ້, ໃນຂະນະທີ່ທຳນຽບຂາວ ແລະ ບັນດາສະມາຊິກສະພາຂັ້ນສູງຫຼາຍຄົນ ໄດ້ຜັກດັນໃຫ້ມີການຢັ້ງຢືນຜູ້ຖືກສະເໜີເຂົ້າຮັບຕຳແໜ່ງທີ່ສຳຄັນຕື່ມອີກ ເພື່ອຊ່ວຍເຫຼືອໃນການຮັບ ມືກັບບັນຫາທ້າທາຍຕ່າງໆ ລະຫວ່າງປະເທດທີ່ເພີ່ມຂຶ້ນ.

ຜູ້ອຳນວຍການອົງການສືບລັບແຫ່ງຊາດ ທ່ານນາງ ອາວຣິລ ເຮນສ໌ ໄດ້ກາຍເປັນຜູ້ຖືກເລືອກຂອງປະທານາທິບໍດີຄົນທຳອິດທີ່ໄດ້ດຳລົງຕຳແໜ່ງ. ແມ່ຍິງຄົນທຳອິດທີ່ໄດ້ເປັນຜູ້ອຳນວຍການອົງການສືບລັບແຫ່ງຊາດ, ທ່ານນາງໄດ້ສາບານ ຕົນໃນຕອນເຊົ້າວັນພະຫັດວານນີ້, ບໍ່ເຖິງ 24 ຊົ່ວໂມງ ຫຼັງ ຈາກໄດ້ຮັບການຢັ້ງ ຢືນໂດຍສະພາສູງດ້ວຍຄະແນນສຽງ 84 ຕໍ່ 10.

ບໍ່ດົນຫຼັງຈາກການສາບານໂຕແລ້ວນັ້ນ, ທ່ານນາງ ເຮນສ໌ ໄດ້ເຂົ້າຮ່ວມໃນກອງປະຊຸມລາຍງານການສືບລັບປະຈຳວັນຂອງປະທານາທິບໍດີ ແລະ ໄດ້ຕິດຕໍ່ກັບບັນດາສະມາຊິກຂອງອົງການສືບລັບຂອງປະເທດ, ໂດຍເວົ້າໃນຖະແຫຼງການສະບັບນຶ່ງວ່າ ວຽກງານຂອງເຂົາເຈົ້າ “ແມ່ນບໍ່ເຄີຍສຳຄັນຫຼາຍ ກວ່ານີ້ຕໍ່ຄວາມປອດໄພ ແລະ ຄວາມຈະເລີນຮັ່ງມີຂອງປະເທດຂອງພວກເຮົາ.”

ການຢັ້ງຢືນຕຳແໜ່ງທີ່ໄວຂອງທ່ານນາງ ເຮນສ໌ ໄດ້ເຮັດໃຫ້ມີການຍ້ອງຍໍຈາກພັກຣີພັບບລີກັນ ແລະ ເດໂມແຄຣັດ, ຜູ້ທີ່ໄດ້ກ່າວຢໍ້າວ່າປະເທດບໍ່ມີເວລາເຫຼືອ ຫຼາຍ.

ທ່ານ ມາໂກ ຣູບີໂອ, ສະມາຊິກພັກຣີພັບບລີກັນລະດັບສູງໃນຄະນະກຳມະການສືບລັບສະພາສູງໄດ້ກ່າວໃນຖະແຫຼງການສະບັບນຶ່ງກ່ອນມີຜົນຄະແນນສຸດທ້າຍອອກມາວ່າ “ຂ້າພະເຈົ້າດີໃຈ ທີ່ເພື່ອນຮ່ວມສະພາສູງຂອງຂ້າພະເຈົ້າໄດ້ເຂົ້າຮ່ວມກັບຂ້າພະເຈົ້າເພື່ອຢັ້ງຢືນຜູ້ອຳນວຍການ ເຮນສ໌ ຢ່າງວ່ອງໄວ. ສັດຕູຂອງ ພວກເຮົາຈະບໍ່ເຝົ້າເບິ່ງ ແລະ ລໍຖ້າລັດຖະບານໃໝ່ໃຫ້ແຕ່ງຕັ້ງຕຳແໜ່ງພະນັກງານທີ່ສຳຄັນ.”

ສະມາຊິກສະພາສູງ ພັກເດໂມແຄຣັດຄົນສຳຄັນ ໃນຄະນະກຳມະການດັ່ງກ່າວ, ທ່ານ ມາກ ວໍເນີ, ກໍໄດ້ຍົກຍ້ອງຄວາມພະຍາຍາມຂອງສອງພັກການເມືອງເພື່ອ ຢັ້ງຢືນທ່ານນາງ ເຮນສ໌, ໂດຍເວົ້າວ່າບົດບາດຂອງລາວໃນຖານະເປັນເຈົ້າໜ້າທີ່ສືບລັບລະດັບສູງແຫ່ງຊາດແມ່ນ “ສຳຄັນເປັນຢ່າງຍິ່ງ.”

ທ່ານ ວໍເນີ ໄດ້ກ່າວວ່າ “ຫຼັງຈາກຖືກທຳລາຍໂດຍຕັ້ງໃຈເປັນເວລາສີ່ປີ, ປະຊາ ຄົມສືບລັບຂອງພວກເຮົາ ສົມຄວນໄດ້ຮັບຜູ້ນຳທີ່ເຂັ້ມແຂງ ແລະ ຖືກຢືນຢັນ ໂດຍສະພາສູງ ເພື່ອນຳພາ ແລະ ຟື້ນຟູມັນ.”

ນອກນັ້ນຍັງໄດ້ມີການເຄື່ອນໄຫວອີກອັນນຶ່ງໃນວັນພະຫັດວານນີ້ ກ່ຽວກັບ ການສະເໜີຊື່ນາຍພົນ ລອຍດ໌ ອອສຕິນ ທີ່ບຳນານແລ້ວ, ອະດີດຜູ້ບັນຊາການກອງກຳລັງ ສະຫະລັດ ໃນພາກຕາເວັນອອກກາງ ແລະ ເອເຊຍໃຕ້, ໃຫ້ເປັນລັດຖະ ມົນຕີປ້ອງກັນປະເທດຂອງທ່ານ ໄບເດັນ. ທ່ານ ອອສຕິນ ຈະເປັນລັດຖະມົນຕີປ້ອງກັນປະເທດຜິວດຳຄົນທຳອິດ.

ອ່ານຂ່າວນີ້ເປັນພາສາອັງກິດ