ເຈົ້າໜ້າທີ່ຕາລີບານໃນອັຟການິສຖານ ກ່າວໃນວັນພະຫັດວານນີ້ວ່າ ພວກເຂົາເຈົ້າໄດ້ເປີດດ່ານຊາຍແດນ ທີ່ມີຜູ້ຄົນໄປມາຢ່າງຫຼວງຫຼາຍ ກັບປາກິສຖານຄືນໃໝ່ ຫຼັງຈາກໄດ້ປິດລົງເປັນເວລາ 4 ມື້ ຊຶ່ງເຮັດໃຫ້ພວກນັກທ່ອງທ່ຽວຫຼາຍພັນຄົນ ແລະຂະບວນລົດສິນຄ້າ ທີ່ຂົນສະບຽງອາຫານ ຕິດຄ້າງຢູ່ທັງສອງຟາກຝັ່ງ.
ເຈົ້າໜ້າທີ່ປາກິສຖານກ່າວໂດຍບໍ່ໄດ້ໃຫ້ລາຍລະອຽດວ່າ ພວກເຂົາເຈົ້າຍັງໄດ້ດຳເນີນການຕາມ "ຂໍ້ກຳນົດດ້ານບໍລິຫານ" ເພື່ອຟື້ນຟູການເຄື່ອນໄຫວທັງໝົດຜ່ານດ່ານ ທອກແຮມ (Torkham).
ທ່ານ.ມຸລລາຫ໌ ອັບດຸລ ການີ, ຮອງລັດຖະມົນຕີເສດຖະກິດ ທີ່ໄດ້ຖືກແຕ່ງຕັ້ງໂດຍກຸ່ມຕາລີບານ, ດ້ານຂວາມື, ໂອ້ລົມກັບ ທ່ານ ຄາວາຈາ ໂມຮາມມັດ ອາຊີຟ, ລັດຖະມົນຕີກະຊວງປ້ອງກັນປະເທດ ຂອງ ປາກີສຖານ ລະຫວ່າງການປະຊຸມໃນນະຄອນ ກາບູລ ວັນທີ 22 ກຸມພາ 2023
ການເປີດຄືນດັ່ງກ່າວ ໄດ້ມີຂຶ້ນນຶ່ງມື້ ຫລັງຈາກຄະນະຜູ້ແທນຂັ້ນສູງຂອງປາກິສຖານ ໄດ້ໄປຢ້ຽມຢາມນະຄອນຫຼວງກາບູລຂອງອັຟການິສຖານ ເພື່ອປຶກສາຫາ ລື ກ່ຽວກັບຄວາມໝັ້ນຄົງ ຊາຍແດນ, ການຕໍ່ຕ້ານການກໍ່ການຮ້າຍ ແລະການຮ່ວມມືທາງດ້ານເສດຖະກິດ ກັບພວກຜູ້ນຳຕາລີບານ ຂອງປະເທດເພື່ອນບ້ານ ທີ່ບໍ່ມີທາງອອກສູ່ທະເລ.
ທອກແຮມ (Torkham), ເຊິ່ງເປັນນຶ່ງໃນຫຼາຍດ່ານ ຢູ່ໃນຊາຍແດນຍາວເກືອບ 2,600 ກິໂລແມັດ ທີ່ແບ່ງສອງປະເທດອອກຈາກກັນ, ໄດ້ຖືກປິດໂດຍກຸ່ມຕາລີບານໃນວັນອາທິດ, ໂດຍກ່າວຫາວ່າເຈົ້າໜ້າທີ່ກວດຄົນເຂົ້າເມືອງ ຂອງປາກິສ ຖານວ່າ "ປະພຶດບໍ່ເໝາະສົມ" ຕໍ່ນັກທ່ອງທ່ຽວອັຟການິສຖານ, ລວມທັງຜູ້ທີ່ຊອກຫາການດູແລທາງການແພດ ໃນປາກີສຖານ.