ທ່ານ Kerry ແລະ ທ່ານ Zarif ຊຸກຍູ້ ໃຫ້ບັນລຸ ຂໍ້ຕົກລົງ ກ່ອນ​ໜ້າ​ວັນ​ເສັ້ນຕາຍ

ຄະນະເຈລະຈາຂອງສະຫະລັດ ທີ່ລວມມີ ບັນດາລັດຖະມົນຕີຕ່າງໆ ແລະ ອຳນວຍການ ດ້ານລັດຖະສາດ ສະຫະພາບຢູໂຣບ ທ່ານນາງ Helga Schmid ເຂົ້າຮ່ວມກອງປະຊຸມ ກັບບັນດາຜູ້ນຳອີຣ່ານ ຢູ່ທີ່ໂຮງແຮມ ໃນເມືອງ Lausanne ປະເທດ Switzerland, ວັນທີ 26 ມີນາ 2015.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ແລະ
ລັດຖະມົນຕີ​ຕ່າງປະ​ເທດ​ອີຣ່ານ ທ່ານ Javad Zarif ກຳລັງ​ສືບ​ຕໍ່
​ເຈລະຈາ​ກັນອີກ​ ກ່ຽວ​ກັບ​ໂຄງການ​ນິວ​ເຄລຍຂອງ​ອີຣ່ານ ​ໃນ
​ວັນພະ​ຫັນ​ມື້​ນີ້ ຢູ່​ທີ່​ປະ​ເທດ​ສະ​ວິສ​ເຊີ​ແລນ ​ຂະນະ​ທີ່ທັງ​ສອງ​ທ່ານ
​ກ້າວເຂົ້າ​ ສູ່ວັນ​ສຸດ​ທ້າ​ຍ ກ່ອນ​ໜ້າ​ວັນ​ເສັ້ນຕາຍ ​ທີ່​ໄດ້​ກຳນົດ​ຂຶ້ນ
ເພື່ອ​ໃຫ້​ບັນລຸຂອບ​ຂອງຂໍ້​ຕົກລົງນັ້ນ.

ກ່ອນ​ໜ້າ​ກອງ​ປະຊຸມ​ຢູ່​ທີ່ເມືອງ Lusanne ​ເຈົ້າໜ້າ​ທີ່​ກະຊວງ
​ການ​ຕ່າງປະ​ເທດ​ອາວຸ​ໂສ​ທ່ານ​ນຶ່ງຂອງສະຫະລັດ ກ່າວ​ຕໍ່​ບັນດາ​
ນັກ​ຂ່າ​ວວ່າ ສະຫະລັດ “ສາມາດມອງ​ເຫັນ​ເສັ້ນທາງ​ ຂອງ​
ຄວາມ​ຄືບ​ໜ້າ ​ເພື່ອ​ຈະ​ໄປ​ເຖິງ​ຂໍ້​ຕົກລົງ​ໄດ້”
ພາຍ​ໃນ​ວັນ​ທີ
31 ທີ່​ເປັນ​ເປົ້າໝາຍ.

ອີຣ່ານ ​ແລະ ກຸ່ມປະເທດ​ທີ່​ລວມທັງ ສະຫະລັດ ອັງກິດ ຈີນ ຝຣັ່ງ ຣັດ​ເຊຍ ​ແລະ​ເຢຍຣະມັນ ຢາກ​ໃຫ້​ບັນລຸ​ຂໍ້​ຕົກລົງຂັ້ນ​ສຸດ​ທ້າຍ ພາຍ​ໃນ​ທ້າຍ​ເດືອນມີ​ຖຸນາ ຊຶ່ງ​ຢັບຢັ້ງ​ກິດຈະກຳ​ຕ່າງໆ ດ້ານ​ນິວ​ເຄລຍຂອງ​ອີຣ່ານ ​ເພື່ອເປັນການ​ແລກ​ປ່ຽນ​ ກັບ​ການ​ຜ່ອນຜັນ​ມາດ​ຕະການ​ລົງ​ໂທດ​ທາງ​ເສດຖະກິດຕ່າງໆ​ນັ້ນ.

ທັງ​ສອງ​ຝ່າຍ ​ໄດ້​ເຂົ້າ​ເຈລະຈາ​ກັນ​ມາ ຫຼາຍຮອບ​ແລ້ວ​ ເມື່ອ​ສອງ​ສາມ​ເດື່ອ​ນຜ່ານ​ມາ​ນີ້
​ແຕ່​ຫາກ​ຍັງ​ບໍ່ສາມາດ​ຕົກລົງ​ກັນ ກ່ຽວ​ກັບ​ລາຍ​ລະອຽດ​ ​ເຊັ່ນ​ວ່າ ຈຳນວນ​ເຄືອງ​ກັ່ນທາດ
ຢູເຣນຽມຂອງອີຣ່ານ ທີ່ຈະໄດ້ຮັບອະ ນຸຍາດໃຫ້ໃຊ້ງານໄດ້ ​ແລະ ​ໄລຍະຂັ້ນຕອນຂອງ
​ມາດ​ຕະການ​ລົງ​ໂທດ​ຈະ​ຍຸດຕິ​ລົງ​ເມື່ອ​ໃດ.

ອີຣ່ານ​ໄດ້​ຢືນ​ຢັດ​ວ່າ ​ໂຄງການ​ນິວ​ເຄລຍຂອງ​ຕົນ​ນັ້ນ ​ແມ່ນ​ມີຈຸດປະ ສົງໃນທາງ​ສັນຕິ
​ເພື່ອ​ນຳ​ໃຊ້​ໃນ​ດ້ານ​ພົນລະ​ເຮືອນ​ຕ່າງໆ ​ເຊັ່ນ​ການ​ຄົ້ນຄົ້ວທາງ​ດ້ານການ​ແພດ ​ແລະ
ຜະລິ​ພະລັງງານ.

Your browser doesn’t support HTML5

Iran Nuclear Talk