ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດ
ແລະທ່ານ Javad Zarif ລັດຖະມົນຕີຕ່າງປະເທດອີຣ່ານ ພົບ
ປະກັນອີກໃນວັນຈັນມື້ນີ້ ທີ່ສະວິດເຊີແລນ ໃນຂະນະທີ່ພວກ
ທ່ານສືບຕໍ່ ພະຍາຍາມໃຫ້ບັນລຸຄວາມກ້າວໜ້າ ໃນການເຈ
ລະຈາກັນທີ່ມີມາເປັນເວລາດົນນານ ກ່ຽວກັບໂຄງການນີວ
ເຄລຍຂອງອີຣ່ານນັ້ນ.
ທ່ານ Kerry ແລະທ່ານ Zarif ໄດ້ເຂົ້າຮ່ວມກັບບັນດານັກການ
ທູດແລະຊ່ຽວຊານຈາກທັງສອງຝ່າຍ ທີ່ໄດ້ໄຂການເຈລະຈາກັນ
ຮອບຫລ້າສຸດໃນວັນອາທິດວານນີ້. ພວກທ່ານຍັງເຫຼືອເວລາຕື່ມ
ອີກ ປະມານ 2 ສັບປະດາ ກ່ອນເວລາເສັ້ນຕາຍທີ່ໄດ້ວາງໄວ້ກ່ອນ
ເພື່ອໃຫ້ບັນລຸຮ່າງຂອງຂໍ້ຕົກລົງກັນ ເພື່ອຮັບປະກັນວ່າ ໂຄງການນີວເຄລຍຂອງອີຣ່ານ ມີວັດຖຸປະສົງໃນທາງສັນຕິ ເພື່ອແລກປ່ຽນກັບການຍົກເລີກການລົງໂທດດ້ານເສດຖະກິດຕໍ່ອີຣ່ານນັ້ນ.
ທ່ານ Kerry ກ່າວໃນວັນອາທິດວານນີ້ວ່າ ອຸບປະສັກຕ່າງໆທີ່ຍັງເຫຼືອນັ້ນ ສ່ວນໃຫຍ່ແມ່ນບັນຫາດ້ານການເມືອງ ບໍ່ແມ່ນດ້ານເທັກນິກ.
ທ່ານ Kerry ກ່າວຕໍ່ລາຍການ Face the Nation ຂອງຕາໜ່າງ ໂທລະພາບ CBS ວ່າ
“ເປັນທີ່ຈະແຈ້ງວ່າ ຍັງມີຄວາມເຫັນແຕກຕ່າງກັນບາງຢ່າງ ທີ່ຍັງອິງໃສ່ ການຕັດສິນໃຈທາງດ້ານເທັກນິກ ແຕ່ໂດຍທົ່ວໄປແລ້ວ ຄວາມເຫັນແຕກຕ່າງກັນສ່ວນໃຫຍ່ໃນເວລານີ້ ແມ່ນການຕັດສິນໃຈດ້ານການເມືອງ… ກໍຄືການປະຕິບັດຕາມຄຳໝັ້ນສັນຍາ ໃນການພິສູດໃຫ້ໂລກເຫັນວ່າ ໂຄງການນີວເຄລຍນີ້ ມີວັດຖຸປະ
ສົງທາງສັນຕິ.”
Your browser doesn’t support HTML5
Iran Nuclear