ລັດຖະມົນຕີຕ່າງປະເທດ ສຫລ ຢ້ຽມຢາມ ຫວຽດນາມ ແລະປະກາດໃຫ້ ການຊ່ວຍເຫລືອ ເພີ້ມຂຶ້ນ (ສະໄລດ໌/ວີດີໂອ)

ເລຂາທິການໃຫຍ່ ພັກຄອມມິວນິສຫວຽດນາມ ທ່ານ Nguyen Phu Trong (ຂວາ) ຕ້ອນຮັບ ລັດຖະມົນຕີຕ່າງປະເທດສະຫະລັດ John Kerry ທີ່ຮາໂນ່ຍ, ວັນທີ 16 ທັນວາ 2013.

ທ່ານ ຈອນ ​ແຄຣີ ລັດຖະມົນຕີ​ຕ່າງປະ​ເທດ​
ສະຫະລັດ ​ໄປ​ຢ້ຽມຢາມ​ຫວຽດນາມແລະ​ຟິລິບ​ປິນໃນ​ອາທິດ​ນີ້
ອັນ​ເປັນພາກສ່ວນ​ນຶ່ງ​ຂອງ​ການ​ເດີນທາງ ທີ່ມີ​ເປົ້າ​ໝາຍເພື່ອ
​ປັບ​ຄວາມສົມ​ດຸນ​ທາງການ​ທູດ​ ທາງເສດຖະກິດ ​ແລະທາງ​
ທະຫານຂອງ​ວໍ​ຊິງ​ຕັນ ຄືນ​ໃໝ່​ໂດຍ​ແນ​ໄປ​ໃສ່ຂົງ​ເຂດ​ເອ​ເຊຍ
ຫຼາຍຂຶ້ນ. Babrielle Paluch ຜູ້​ສື່ຂ່າວ​ວີ​ໂອ​ເອ ລາຍ​ງານ​
ເລຶ່ອງນີ້​ຈາກ​ບາງກອກ ຊຶ່ງ​ດາຣາຈະ​ນໍາ​ມາສະ​ເໜີ​ທ່ານ​.

Your browser doesn’t support HTML5

ຟັງລາຍງານ ທ່ານແຄຣີຢ້ຽມຢາມ ຫວຽດນາມ


ລັດຖະມົນຕີ​ແຄ​ຣີ ​ເດີນທາງ​ໄປ​ເຖິງ​ຫວຽດນາມ ​ໃນ​ເວລາ​ທີ່ຄວາມ
​ເຄ່ງ​ຕຶງ ​ເພີ່ມ​ທະວີ​ຂຶ້ນກັບ​ຈີນ ​ຍ້ອນປັກ​ກິ່ງເອົາ​ທ່າ​ທີ​ຮຸກ​ຮານຂຶ້ນ ​ກ່ຽວ​ກັບ​ຂໍ້​ຂັດ​ແຍ້​ງກັນ ກັບ​ຫຼາຍ​ປະ​ເທດ​ໃນ​ຂົງ​ເຂດ ເລື້ອງດິນ​ແດນ​ໃນທະ​ເລ.

​ໃນ​ລະຫວ່າງ​ການ​ຖະ​ແຫຼ​ງຂ່າວ​ຢູ່​ນະຄອນຫຼວງ​ຮາ​ໂນ່ຍ ​ໃນ​ມື້​ວັນ​ຈັນນັ້ນ ລັດຖະມົນຕີແຄ​ຣີ ​
ໄດ້ກ່າວ​ຕິຕຽນ​ຈີນ​ ທີ່ໄດ້​ປະກາດຕັ້ງ​ເອົາ​ເຂດປ້ອງ​ກັນ​ທາງ​ອາກາດໃໝ່ ຢູ່​ບໍລິ​ເວນ​ນ່ານຟ້າ​
ເໜືອໝູ່​ເກາະ​ທີ່​ເປັນ​ຂໍ້​ຂັດ​ແຍ້​ງ ກັນ​ກັບ​ຍີ່ປຸ່ນ ຢູ່​ໃນ​ເຂດ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ນັ້ນ. ​ແລະ
ທ່ານ​ແຄຣີ​ເຕືອນ​ວ່າ ປັກ​ກິ່ງບໍ່ຄວນຈະຄິດ​ປະຕິບັດ​ການໃນທໍານອງ​ດຽວນັ້ນ ຕາມ​ລໍາພັງ
ຝ່າຍ​ດຽວ​ ​ ຢູ່ໃນເຂດ​ອື່ນໆ ​ໂຮມ​ທັງ​ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນ​ນໍາ.

ພ້ອມ​ດຽວ​ກັນ ​ລັດຖະມົນຕີ​ແຄຣີປະກາດ​ວ່າ​ ສະຫະລັດ​ຈະ​ໃຫ້​ເງິນ​ເພີ່ມ​ອີກ 32 ລ້ານ​ໂດ​ລ່າ ​
ເພື່ອ​ຊ່ວຍ​ເຫຼືອ​ປະ​ເທດ​ຕ່າງໆ​ຢູ່​ໃນ​ຂົງ​ເຂດ ທໍາ​ການ​ລາດຕະ​ເວນເຂດນ່ານນໍ້າ. ​ຮວມຢູ່ໃນ​
ນັ້ນ ແມ່ນ​ເງິນ​ຊ່ວຍ​ເຫຼືອຫວຽດນາມປະ​ເທດ​ດຽວ 18 ລ້ານ​ໂດ​ລ່າ​.

ການ​ຢ້ຽມຢາມ​ຂອງ​ທ່ານແຄຣີຄັ້ງ​ນີ້ ​ມີ​ຂື້ນຂະນະ​ທີ່​ວໍ​ຊິງ​ຕັນ​ພະຍາຍາມ​ທີ່ຈະ​ສ້າງຄວາ​ມ
ໝັ້ນໃຈ​ໃຫ້​ແກ່​ບັນດາ​ພັນທະ​ມິດ​ຂອງ​ຕົນ ກ່ຽວ​ກັບຍຸດ​ທະ​ສາດ ການຫັນ​ໄປ​ສູ່​ຂົງ​ເຂດ​ເອ​
ເຊຍຂອງ​ຕົນ ກໍ​ຄືປັບ​ຄວາມ​ສົມ​ດຸນ​ດ້ານ​ເສດຖະກິດ ການ​ເມືອງ ​ແລະ​ການທະຫານ ​ໂດຍ
​ແນ​ໄປ​ໃສ່ຂົງ​ເຂດ​ເອ​ເຊຍຫຼາຍຂຶ້ນ ຊຶ່ງ ຖື​ວ່າ​ມີ​ຄວາມສໍາຄັນຕໍ່ອະນາຄົດ​ຂອງ​ສະຫະລັດ.
ທ່ານ Carl Thayer ປະ​ຈໍາ​ມະຫາວິທະຍາ​ໄລ New South Wales ທີ່ປະ​ເທດ​ອອສ​ເຕຣ
​ເລຍ ​ເວົ້າວ່າ ການ​ເດີນທາງ​ຂອງລັດຖະມົນຕີ​ແຄຣີຄັ້ງ​ນີ້ ສ່ວນ​ນື່ງ​ກໍແມ່ນເພື່ອ​ປັບຄວາມ​
ສົມ​ດຸນ​ ຂອງ​ການປັບ​ຄວາມ​ສົມ​ດຸນ ທີ່​ວ່ານັ້ນ.

“ການ​ປັບ​ຄວາມ​ສົມ​ດຸນ​ຂອງ​ສະຫະລັດ​ນັ້ນ ຍາມ​ໃດ​ກໍ​ແມ່ນ​ແນ​ໃສ່​ແຕ່ໃນ​ດ້ານ​
ການ​ທະຫານ ​ແລະການປັບຄວາມ​ສົມ​ດຸນ​ຂອງ ການປັບ​ຄວາມ​ສົມ​ດຸນທີ່​ເວົ້ານີ້
ກໍແມ່ນເພື່ອ​ເນັ້ນ​ຢໍ້າວ່າ​ ສະຫະລັດມີ​ຄວາມ​ໝາຍ​ໝັ້ນ​ທີ່​ຍືນ​ຍົງ​ ຕໍ່ການ​ພົວພັນກັບ​
ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງໃຕ້ ​ແລະ​ເຂດ​ປາກ​ແມ່​ນໍ້າຂອງ ໃນຮູບ​ແບ​ບ
ອື່ນໆ​ນໍ​າ ຊຶ່ງ​ມາ​ພ້ອມ​ກັບ​ການ​ພັດທະນາ​ຢ່າງ​ຍືນຍົງ​ ການ​ປົກ​ປ້ອງສະພາບ​ແວດ​
ລ້ອມ ​ແລະ​ການຫຼຸດ​ຜ່ອນ​ການປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ.”


ຢູ່​ຫວຽດນາມ​ນັ້ນ ທ່ານ​ລັດຖະມົນຕີ​ແຄຣີ ຖື​ໂອກາດ​ຂີ່​ເຮືອທ່ອງ​ທ່ຽວໄປຕາມລໍາ​ແມ່​ນໍ້າຂອງ ​
ເພື່ອກັບ​ຄືນໄປ​ເບິ່ງບ່ອນ​ທີ່ທ່ານ​ເຄີຍ​ເປັນ​ຜູ້​ບັງຄັບເຮືອລາດຕະ​ເວນ​ຂອງ​ອາເມຣິກາລໍານຶ່ງ ​
ໃນ​ປາງ​ສົງຄາມ​ຫວຽດນາມນັ້ນ​.

ທ່ານ​ແຄຣີໄດ້​ກ່າວ​ຕໍ່​ນັກ​ສຶກສາຫວຽດນາມ​ກຸ່ມ​ນຶ່ງ ທີ່​ອາ​ໄສ​ຢູ່​ໃນ​ເຂດຊຸມ​ຊົນ​ທີ່ເສດຖະກິດ
​ເພີ່ງ​ພາ​ແມ່​ນໍ້ານັ້ນ ກ່ຽວ​ກັບການປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ​ ​ແລະ​ປະກາດ​ໃຫ້​ເງິນ​ລົງທຶນ
ຈໍານວນ 17 ລ້ານ​ໂດ​ລ່າ ​ໃສ່​ໃນໂຄງການ​ປາກ ​ແມ່​ນໍ້າຂອງແລະ​ປ່າ​ໄມ້ ຂອງ​ຫວຽດນາມ
ຊຶ່ງ​ມີ​ເປົ້າໝາຍ​ເພື່ອຫຼຸດ​ຜ່ອນ ສະພາບ​ດິນ​ຟ້າ​ອາກາດ​ປ່ຽນ​ແປງ.

ທ່ານ Kerry ຢ້ຽມຢາມ ເຂດປາກແມ່ນໍ້າຂອງ


ຢ່າງ​ໃດ​ກໍ​ຕາມ ​ເຖິງ​ແມ່ນ​ສະຫະລັດ​ແລະ​ຫວຽດນາມ ຈະ​ມີ​ເປົ້າໝາຍ​ຮ່ວມກັນທາງດ້ານ
ການ​ເສດຖະກິດ ​ແລະ​ຄວາມ​ໝັ້ນຄົງກໍ​ຕາມ ​ແຕ່ວໍ​ຊິງ​ຕັນ​ກໍໄດ້​ກ່າວຕໍາ​ໜິຕິຕຽນ ​ປະຫວັດ
ດ້ານ​ສິດທິ​ມະນຸດທີ່ຂີ້ຮ້າຍ​ຂອງ​ຫວຽດນາມ​ຢູ່​ຕະຫຼອດ​ມາ.

ເຖິງ​ແມ່ນໄດ້​ທໍາ​ຄວາມ​ກ້າວໜ້າໃນເລື້ອງ​ສິດ​ທີ​ມະນຸດ​ຂອງ​ຕົນ​ ​ໂຮມທັງ​ການ​ເຊັນ​ລົງ​ນາມ​
ໃນ​ສົນທິສັນຍາ​ຕໍ່​ຕ້ານ​ການ​ທໍລະມານ​ຂອງ​ສະຫະ​ປະຊາ​ຊາດ ​ແລະອະນຸຍາດ​ໃຫ້​ຜູ້​ຂຽນ​
ລາຍ​ງານ​ພິ​ເສດ​ດ້ານ​ສິດທິ​ມະນຸດຂອງ​ຢູແອັນ ​ເຂົ້າ​ໄປ​ໃນ​ຫວຽດນາມໄດ້ກໍ​ຕາມແຕ່ຫວຽດ
ນາມກໍ​ຍັງ​ທໍາ​ການກວດ​ລ້າງ​ປາບ​ປາມ​ພວກ​ທີ່ຕົນ​ຄິດ​ວ່າ ຕິຕຽນລັດຖະບານ​ນັ້ນ​ຢູ່​ຕໍ່​ມາ.

ມີ​ນັກ​ຂ່າວ ​ແລະ​ພວກຂຽນ​ຄວາມ​ເຫັນ​ລົງ​ເວັບ​ໄຊ້ ​ຖືກ​ຈັບ​ກຸມ ຢູ່​ໃນ​ຫວຽດນາມ​ໃນ​ປີ​ນີ້ ຫຼາຍ​ກວ່າ​ຄັ້ງທີ່ຜ່ານໆ​ມາ​.

ບັນດາ​ນັກການ​ທູ​ດ ທີ່​ມີໜ້າ​ຢູ່ໃນ​ກອງ​ປະຊຸມ​ຂອງລັດຖະມົນຕີ​ແຄຣີ ກັບ​ເຈົ້າ​ໜ້າ​ທີ່​ຫວຽດ
ນາມ ​ເວົ້າວ່າ​ ທ່ານ ແຄຣີ​ໄດ້​ເວົ້າອອກ​ມາ​ຢ່າງ​ກົງ​ໆ ກ່ຽວ​ກັບ ຄວາມ​ສໍາຄັນຂອງ​ສິດ​ທິມະ
ນຸດ ​ໂດຍ​ເອີ່ຍ​ເຖິງ​ກໍລະນີສະ​ເພາະຫຼາຍກໍລະນີ. ​ແຕ່​ແນວ​ໃດກໍ​ດີ ອາ​ຈານເທ​ເອີ ​ເວົ້າ​ວ່າ ​
ເລື້ອງ​ຄວາມ​ໝັ້ນຄົງແລະ​ບັນຫາ​ເສດຖະກິດ ທີ່ປະຕິບັດ​ໄດ້ນັ້ນ ​ແມ່ນ​ມາ​ກ່ອນ​ເລື້ອງສິດທິ
​ມະນຸດ ​ໃນ​ການ​ດໍາ​ເນີນການ​ທູດຂອງ​ສະຫະລັດ​ກັບ​ຫວຽດນາມ. ທ່ານ ​ເທ​ເອີ ​ເວົ້າ​ວ່າ:

“ຄວາມ​ກ້າວໜ້າ​ທີ່​ຍືນ​ນານ ໄດ້​ຖອຍຫຼັງ​ໃຫ້ແກ່​ຄວາມເປັນ​ພາຄີ​ທີ່​ຄົບຖ້ວນ​ສົມ
ບູນ. ສະຫະລັດ​ເຕັມ​ໃຈ​ທີ່​ຈະ​ພັດທະນາ​ຄວາມ​ສໍາພັນ​ກັບ​ຫວຽດນາມ​ ໃນ​ທາງ​ເສດຖະກິດແລະ​ທາງ​ທະຫານ ​ໃນ​ຂະນະທີ່ທໍາ​ການ​ປະ​ທ້ວງ ແລະ​ບອກ​ບັນດາ​
ຜູ້​ນໍາ​ຫວຽດນາມວ່າ​ ມັນ​ນອນ​ຢູ່​ໃນ​ຜົນ​ປະ​ຫຍ​ດຂອງ​ຫວຽດນາມ​ເອງ ​ເພາະວ່າ
ປະ​ເທດ​ທັງຫຼາຍ​ທີ່ເຄົາ​ລົບ​ນັບຖື ດທິພົນລະ​ເມືອງ ເຄົາ​ລົບ​ເສລີພາບ​ທາງ​ການ​
ເມືອງ ​ແມ່ນ​ຈະ​ມີ​ສະຖຽນ​ລະ​ພາບທາງ​ການ​ເມືອງ ​ແລະ​ມີການ​ເຕີບ​ໂຕ​ທາງ​
ເສດຖະກິດ ​ແລະ​ນັ້ນ​ກໍ​ແມ່ນ​ຈະສ້າງ​ອິດ​ທິພົນ​ໃນ​ທາງບວກ ຕໍ່​ທິດ​ທາງ​ຂອງ​
ຄວາມ​ສໍາພັນ​ກັບ​ສະຫະລັດ​.”


ທ່ານ ​ເທ​ເອີ ​ເວົ້າ​ຕື່ມ​ວ່າ ສິ່ງນຶ່ງ​ທີ່​ເປັນ​ບັນຫາ​ລົບ​ກວນ ອັນ​ສໍາຄັນ​ຂອງ​ຫວຽດນາມ ​ໃນ
ຄວາມສໍາພັນກັບ​ສະຫະລັດ​ນັ້ນ ກໍ​ຄື​dqfລະ​ບຽບຄວບ​ຄຸມ​ອາວຸດແລະ​ການ​ລັກ​ລອບຄ້າ​
ອາວຸດລະຫວ່າ​ງປະ​ເທດ ທີ່​ຫ້າມ​ຫວຽດນາມ ບໍ່​ໃຫ້​ຊື້​ອຸບປະກອນ​ທາງທະຫານບາງຢ່າງ​ ​
ເຊັ່ນ ແວ່ນຕາ​ເບິ່ງ​ຍາມກາງຄືນ ​ແລະ​ເຄຶ່ອງປາບ​ຈະລາຈົນ ​ເປັນ​ຕົ້ນ.

ຫຼັງ​ຈາກ​ຢ້ຽມຢາມ​ຫວຽດນາມ ​ ທ່ານ​ແຄຣີ​ໄດ້​ເດີນທາງຕໍ່​ໄປຍັງຟິລິບ​ປິນ ບ່ອນ​ທີ່​ທ່ານໄດ້​
ໄປ​ຢ້ຽມຢາມ ​ແຂວງ Tacloban ທີ່​ຖືກ​ພາຍຸ​ໃຕ້ຝຸ່ນ​ໄຫ​ຢັນ ສ້າງ​ຄວາມເສຍ​ຫາຍ​ຢ່າງ​ໜັກ​ ​
ແລະ​ພົບ​ປະ​ກັບ​ເຈົ້າໜ້າ​ທີ່​ລະດັບ​ສູງຂອງ​ຟິລິ​ບປິນ ເພື່ອປຶກສາ​ຫາລື​ກັນ​ເລຶ່ອງຄວາມ​ສໍາ
ພັນສອງ​ຝ່າຍ.

ທ່ານແຄຣີເດີນທາງໄປຮອດຟີລິບປິນ:

Your browser doesn’t support HTML5

Kerry Asia visit