ສຫລ ແລະປາກິສຖານ ທົບທວນເບິ່ງ ຍຸດທະສາດຕ່າງໆ ຮ່ວມກັນ

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ສຳພັດມືກັບ ທ່ານ Sartaj Aziz (ຊ້າຍ) ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດປາກິສຖານ.

ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ກ່າ​ວ
ວ່າ ການ​ສູ້​ລົບ​ຂອງປາ​ກິ​ສຖານ ຕ້ານພວກ​ຫົວ​ຮຸນ​ແຮງ​ຢູ່​ໃນ
ເຂດຊົນເຜົ່າທາງພາກ​ຕາ​ເວັນ​ຕົກ​ສຽງ​ເໝືອ​ປະ​ເທດ ​ໄດ້​ໃຫ້
“ຜົນ​ຮັບ​ທີ່​ສຳຄັນ” ​ແຕ່​ກໍເຕືອນວ່າ ການ​ສູ້​ລົບ​ຕ້ານ​ບັນດາ​ກຸ່ມ​
ກໍ່​ການ​ຮ້າຍ ​ຍັງ​ບໍ່​ທັນ​ເປັນທີ່​ສີ້​ນສຸດເທື່ອ.

ທ່າ​ນ Kerry ກ່າວໃນວັນ​ອັງຄານ​ມື້​ນີ້​ ຫລັງ​ຈາກ​ການ​ເຈລະ
ຈາທາງ​ດ້ານ​ຍຸດ​ທະ​ສາດ ​ທີ່ນະຄອນອິສລາມາ​ບັດວ່າ ກຸ່ມ
ຕ່າງໆເຊັ່ນກຸ່ມທາລີບານຂອງປາ​ກິ​ສຖານ ​ແລະ​ອັຟກາ​ນິສ
ຖານ ຕາໜ່າງ Haqqani ​ແລະກຸ່ມ Lashkar-e Taiba ​ເປັນ
​ໄພ​ຂົ່ມຂູ່​ບໍ່ພຽງ​ແຕ່ຕໍ່ປາ​ກິ​ສຖານ ​ແຕ່​ຍັງ​ເປັນ​ໄພ​ຕໍ່​ເພື່ອນ​ບ້ານ ​
ແລະ​ສະຫະລັດນຳດ້ວຍ.

ທ່ານ ກ່າວ​ວ່າ ບັນດາ​ປະ​ເທດ​ທັງ​ໝົດ​ເຫລົ່າ​ນີ້ ຕ້ອງ​ໃຫ້​ເປັນ​ທີ່ແນ່ນອນ​ວ່າ ພວກ​ຫົວ​ຮຸນ
​ແຮງ​ຈັດ "ບໍ່​ມີ​ຄວາມ​ສາມ​າດຮັກສາ​ທີ່ຕັ້ງ​ໝັ້ນ” ຢູ່​ໃນ​ປາ​ກິ​ສຖານ ແລະ​ແຫ່ງ​ອື່ນໆໄດ້.

ການຢ້ຽມຢາມປາກິສຖານຂອງທ່ານ Kerry ມີຂຶ້ນບໍ່ຮອດນຶ່ງເດືອນຫລັງຈາກ ພວກທາ
ລີບານໂຈມຕີໂຮງຮຽນແຫ່ງນຶ່ງໃນເມືອງ Peshawar ທີ່ໄດ້ສັງຫານເດັກນ້ອຍ 134 ຄົນ ແລະພະນັກງານອີກ 16 ຄົນ. ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ກະຊວງ​ຕ່າງປະ​ເທດສະຫະລັດຄົນ
ນຶ່ງ ກ່າວວ່າ ​ປາ​ກິ​ສຖານ ລັດຖະມົນຕີຕ່າງ ປະເທດສະຫະລັດ ມີແຜນທີ່ຈະໄປຢ້ຽມພວກ
ທີ່ລອດຊີວິດມາໄດ້ຈາກການໂຈມ ຕີທີ່ໂຮງໝໍເມືອງ Peshawar ໃນວັນອັງຄານມື້ນີ້ ແຕ່
ຄວາມວິຕົກກັງດ້ານອາ ກາດ ບັງຄັບໃຫ້ທ່ານຕ້ອງໄດ້ຍົກເລີກແຜນດັ່ງກ່າວນີ້.

Your browser doesn’t support HTML5

KERRY PAKISTAN VOSOT