ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ກ່າວວ່າ ສະຫະລັດ ແມ່ນໄດ້ຮັບກຳລັງໃຈຫຼາຍເປັນພິເສດ ຈາກຖະແຫຼງການທີ່ສົ່ງມາຈາກບັນດາສະມາຊິກຂອງປະຊາຄົມນາໆຊາດ ຮວມທັງຫຼາຍປະເທດໃນເຂດເອເຊຍອາຄະເນ ທີ່ໄດ້ສະແດງ ອອກເຖິງຄວາມສະໜັບສະໜຸນຕໍ່ການຄຸ້ມຄອງດ້ວຍຕົວບົດກົດໝາຍ ແລະແກ້ໄຂຢ່າງ ສັນຕິຕໍ່ບັນຫາຂັດແຍ້ງ ໃນອ້າງເອົາເປັນກຳມະສິດເລື້ອງເຂດນ່ານນ້ຳແດນດິນຢູ່ທະເລຈີນໃຕ້.
ໃນການຖະແຫຼງການ ໃນຕອນທ້າຍຂອງກອງປະຊຸມວ່າດ້ວຍຄວາມໝັ້ນຄົງພູມີພາກຂອງສະມາຄົມບັນດາປະຊາຊາດໃນເຂດເອເຊຍອາຄະເນຫຼືອາຊຽນ ທີ່ ສປປ ລາວ ໃນວັນອັງ ຄານມື້ນີ້ ທ່ານ Kerry ກ່າວວ່າ ທ່ານໄດ້ໂອ້ລົມສົນທະນາແບບກົງໄປກົງມາແລະສ້າງສັນ ຮວມທັງການພົບປະກັບລັດຖະມົນຕີການຕ່າງປະເທດຂອງຈີນ ທ່ານ Wang Yi ໃນວັນຈັນວານນີ້ ກ່ຽວກັບ “ເສັ້ນທາງເດີນໄປຂ້າງໜ້າ” ຫລັງຈາກໄດ້ມີການການຕັດສິນໂດຍສານໄກ່ເກ່ຍນາໆຊາດ ທີ່ໄດ້ປະຕິເສດຕໍ່ການອ້າງເອົາເປັນກຳມະສິດເກີນຂອບເຂດຂອງຈີນໃນເຂດທະເລດັ່ງກ່າວ.ຈີນໄດ້ປະຕິເສດຕໍ່ການຕັດສິນຂອງສານນາໆຊາດ ໂດຍກ່າວວ່າ ສານທີ່ວ່ານີ້ ບໍ່ມີສິດອຳນາດທີ່ຈະຮັບຟັງຄະດີ ທີ່ຍື່ນຟ້ອງໂດຍຟິລິບປີນ.
ກ່ຳປັ່ນຈີນ ແລະເຮືອບິນເຮລິຄອບເຕີ ປະກົດຕົວໃນການຊອກຫາແລະຊ່ອຍກູ້ໄພ ໃກ້ທກັບ Qilian Yu ຂອງໝູ່ເກາະ Paracel ທີ່ຮູ້ກັນໃນຊາວຈີນແມ່ນເກາະ Xisha, ທະເລຈີນໃຕ້, 14 ກໍລະກົດ 2016.
ໃນຂະນະທີ່ທ່ານທຳການຢ້ຽມຢາມນະຄອນຫຼວງວຽງຈັນ ຂອງ ສປປ ລາວ ທ່ານ Kerry ໄດ້ພົບປະກັບລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ທ່ານ Fumio Kishida ແລະທ່ານນາງ Julie Bishop ລັດຖະມົນຕີການຕ່າງປະເທດອອສເຕຣເລຍ ໃນການປະຊຸມລະດັບລັດຖະ ມົນຕີຄັ້ງທີ 6 ຂອງອັນທີ່ເອີ້ນວ່າ ການປະຊຸມຍຸດທະສາດສາມຝ່າຍ ຫຼື Trilatral Strategic Dialogue.
ບຸກຄົນທັງສາມ ຮຽກຮ້ອງໃຫ້ທຸກພັກຝ່າຍ ເຄົາລົບສິດເສລິພາບໃນການເດີນເຮືອແລະການ ບິນຜ່ານ ເຂດເອເຊຍປາຊິຟິກ ແລະມະຫາສະມຸດອິນເດຍ ໃນຂະນະທີ່ອອກຄວາມຄິດເຫັນຄັດຄ້ານຢ່າງແຂງຂັນ ຕໍ່ການເອົາບາດກ້າວໃດໆທີ່ເປັນການບັງຄັບຕາມລຳພັງ ຊຶ່ງຈະນຳໄປສູ່ການປ່ຽນແປງສະພາບການທີ່ເປັນຢູ່ໃນປັດຈຸບັນແລະເພີ້ມຄວາມເຄັ່ງຕຶ່ງຂຶ້ນນັ້ນ.
ຄຳຖະແຫຼງການຈາກສະມາຊິກ 10 ປະເທດຂອງອາຊຽນ ເບິ່ງຄືວ່າຈະມີການປະນີປະນອມ ກັນ ອັນເປັນຜົນເນື່ອງມາຈາກການຄັດຄ້ານຂອງກຳປູເຈຍ ຊຶ່ງເປັນພັນທະມິດທີ່ໃກ້ຊິດຂອງຈີນນັ້ນ.