ສະຫະລັດ ຫາທາງຫລຸດຜ່ອນ ຄວາມເຄັ່ງຕຶງ ລະຫວ່າງ ອິສຣາແອລ ແລະ ປາແລສໄຕນ໌

ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ກຳລັງຍ່າງລົງຈາກເຮືອບິນ ທີ່ເດິ່ນບິນ ນະຄອນ Tel Aviv, ປະເທດ Israel, ວັນອັງຄານ, ພະຈິກ ທີ 24, 2015.

ລັດຖະມົນ​ຕີ ຕ່າງປະ​ເທ​ດ ສະຫະລັດ ທ່ານ John Kerry ປະ
ນາມ​ຄື້ນຟອງ​ການ​ໂຈມ​ຕີ​ຂອງປາ​ແລສໄຕ​ນ໌ຫວ່າງມໍ່ໆ​ມາ​ນີ້ວ່າ​
ເປັນ​ການ​ກໍ່​ການຮ້າຍ ​ໃນ​ຂະນະ​ທີ່​ທ່ານພົບ​ປະ ​ກັບນາຍົກລັດ
ຖະມົນຕີອິສຣາ​ແອ​ລ ​ຢູ່ນະຄອນ Jerusalem.

ທ່ານ Kerry ກ່າວ​ວ່າ ທ່ານ​ຕ້ອງການ​ຫາລື​ກັບທ່ານ Netanya-
hu ​ເພື່ອ​ຊອກ​ຫາຊ່ອງ​ທາງ “​ຕ້ານ​ຄືນ​ ການ​ກໍ່​ການ​ຮ້າຍ” ​ແລະ
“ຄວາ​ມຮຸນ​ແຮງ​ທີ່ໄຮ້​ຄວາມ​ສຳນຶກ” ​ໃນ​ຂະນະ​ທີ່​ທ່ານ​ຢ້ຽມຢາມ
ປະ​ເທດ​ດັ່ງກ່າວ ຫຼັງ​ຈາກໄດ້​ເກີດການ​ປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງ
​ເປັນ​ເວລາ​ສອງ​ເດືອນ​ມາ​ແລ້ວ.

ທ່ານ​ກ່າວ​ວ່າ “​ແລະການ​ຊອກ​ຫາ​ທາງກ້າວ​ໄປ​ໜ້າ ​ເພື່ອ​ຟື້ນ​ຟູຄວາມ​ສະຫງົບ ​ແລະ​ເລີ້ມ
​ໃຫ້​ໂອ​ກາດ ທີ່ຜູ້​ຄົນ​ມີເຫດ​ຜົນ​ສ່ວນ​ໃຫຍ່ ຢູ່ໃນ​ທຸກ​ພາກສ່ວນ​ຂອງ​ໂລກ ກຳລັງ​ຊອກ​ສະ
​ແຫວ​ງຫາ​ໃຫ້​ແກ່​ເຂົາ​ເຈົ້າເອງແລະ​ຄອບຄົວ​ເຂົາ​ເຈົ້ານັ້ນ.”

ທ່ານ Netanyahu ກ່າວ​ວ່າ ອິສຣາ​ແອ​ລ ກຳລັງ​ຕໍ່ສູ້ກັບ ພວກ​ຫົວ​ຮຸນ​ແຮງ​ອິສລາມ​ “ຢູ່
ທຸກໆ​ຊົ່ວ​ໂມງ” ​ແລະເອີ້ນການ​ຕໍ່ສູ້​ນີ້ວ່າ​ເປັນ “ການ​ສູ້​ລົບ​ຂອງ​ຄວາ​ມຈະ​ເລີ​ນ ຕ້ານຄວາມ​
ປ່າ​ເຖື່ອນ.”

ຊາກສົບຂອງ ທ້າວ Reuven Aviram, ອາຍຸ 51 ປີ ໜຶ່ງໃນສອງຄົນ ທີ່ຖືກສັງຫານໃນເດືອນພະຈິກ ທີ່ 19 ຈາກການແທງຂອງຊາວປາແລສໄຕນ໌ ໃນນະຄອນ Tel Aviv.

ທ່ານ Kerry ຍັງ​ພົບ​ປະ​ກັບຜູ້ນຳ​ປາ​ແລ​ສ​ໄຕ​ນ໌ ທ່ານ Mahmoud Abbas ຢູ່​ທີ່ເຂດ​ແຄມ​ຝັ່ງ​ຕາ​ເວັນຕົກ ຂອງ​ແມ່​ນໍ້າຈໍແດນ.

ເຈົ້າໜ້າ ​ທີ່​ຂັ້ນ​ສູ​ງສະຫະລັດ​ຄົນ​ໜຶ່ງ ກ່າວ​ກ່ອນ​ໜ້າການ​ປະຊຸມ ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ​ເຂົາ​ເຈົ້າຈະເຈາ​ະຈົງຢູ່ໃນ​ວົງ​ແຄບ​ໂດຍຮຽກຮ້ອງ​ໃຫ້​ທັງສອງ​ຝ່າຍ ​ເຮັດ​ໃຫ້​ສະ​ພາບ​ການ​ຜ່ອນ​ເບົາ​ລົງ ​ແລະ​ບໍ່​ແມ່ນ​ພະ​ຍາຍ​າມເ​ລີ້​ມການ​ການ​ເຈລະຈາ​ສັນຕິພາ​ບ​ໃນ​ຂອບ​ເຂດ​ທີ່​ກວ້າງ
ຂວາງຄືນ​ໃໝ່.

ທ່ານ Kerry ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທີ່​ຕິດ​ຕາມ​ໄປ​ກັບ​ທ່ານວ່າ ທ່ານ​ຕ້ອງການ​ບາດ
ກ້າວ “ທີ່​ສາມາດລະງັບ​ສະພາບ​ການ​ລົງໜ້ອຍ​ໜຶ່ງ ​ເພື່ອ​ວ່າບໍ່​ໃຫ້​ຜູ້​ຄົນ​ຕົກຢູ່​ໃນ​ຄວາມ​ຢ້ານ​ກົວ​ຂອງ​ແຕ່​ລະ​ວັນທີ່​ ເຂົາ​ເຈົ້າອາດ​ຖືກ​ ແທງ ຫລື​ຖືກ​ລົດ​ຕຳ ​ແລະ​ຖືກ​ຍິງ​ ໃນ​ຂະນະ​ທີ່​ຍ່າງ​ຢູ່່​ອ້ອ​ມແອ້ມ​ເມືອງ.

Your browser doesn’t support HTML5

Israel Palestinian