ຈາສັນຕິພາບໃຫ້ກ້າວໄກໄປໜ້າ ລະຫວ່າງ ອິສຣາແອລ ແລະປາແລັສໄຕ.
ທ່ານນາງ Jen Psaki ໂຄສົກກະຊວງຕ່າງປະເທດສະຫະລັດ ປະກາດ ຂ່າວການເດີນທາງດັ່ງກ່າວ ໃນຖະແຫຼງການສະບັບນຶ່ງ ເມື່ອວັນເສົາວານນີ້.
ທ່ານ ແຄຣີ ຈະເດີນທາງໄປນະຄອນ Jerusalem ວັນທີ 1 ມັງກອນ ເພື່ອພົບປະກັບທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣາແອລ. ຈາກນັ້ນ ທ່ານຈະເດີນ
ທາງຕໍ່ໄປຍັງເມືອງ Ramallah ໃນ ເຂດ West Bank ເພື່ອພົບປະກັບປະທານາ ທິບໍດີ
ປາແລັສໄຕ ທ່ານ Mahmoud Abbas. ໂຄສົກ Psaki ເວົ້າວ່າ ໃນການພົບປະເຫຼົ່ານີ້ ທ່ານ ແຄຣີ ຈະປຶກສາຫາລືກ່ຽວກັບຫຼາຍໆບັນຫາ ໂຮມທັງການເຈລະຈາຕໍ່ຮອງຂັ້ນສຸດທ້າຍ ທີ່ກໍາລັງດໍາເນີນໄປຢູ່ໃນຂະນະນີ້ ລະຫວ່າງທັງສອງຝ່າຍນັ້ນ.
ຄໍາປະກາດແຜນການຢ້ຽມຢາມຂອງທ່ານແຄຣີ ມີຂຶ້ນໃນຂະນະທີ່ ອີສຣາແອລຕຽມການ
ທີ່ຈະປ່ອຍຕົວນັກໂທດຊາວປາແລັສໄຕອີກຈຸນຶ່ງ ເພື່ອສະແດງສັນທະວະໄມຕີ. ແຕ່ກໍຄາດວ່າ ອິສຣາແອລຈະປະກາດແຜນການການສ້າງຕັ້ງບ້ານໃໝ່ໃຫ້ຊາວອິສຣາແອລຢູ່ ໃນເຂດທີ່ຝ່າຍປາແລັສໄຕ ອ້າງເອົາກໍາມະສິດ ນັ້ນ.
ປະທານາທິບໍດີ ອັບບັສ ໄດ້ຮ້ອງຂໍຕໍ່ສະຫະລັດ ໃຫ້ສະກັດກັ້ນການສ້າງຕັ້ງຖິ່ນຖານໃໝ່ຂອງອິສຣາແອລ ໂດຍເຕືອນວ່າ ການເຄຶ່ອນໄຫວດັ່ງກ່າວ ອາດມີຜົນກະທົບຕໍ່ຄວາມ ພະຍາຍາມສ້າງສາສັນຕິພາບ ທີ່ນໍາພາໂດຍ ສະຫະລັດນັ້ນໄດ້.
ທ່ານແຄຣີ ລັດຖະມົນຕີຕ່າງປະເທດຂອງສະຫະລັດ ກໍາລັງຜັກດັນໃຫ້ອິສຣາແອລ ແລະປາແລັສໄຕ ບັນລຸຂໍ້ຕົກລົງສັນຕິພາບຊົ່ວຄາວກັນ ລ່ວງໜ້າວັນເສັ້ນຕາຍ ທີ່ຈະໝົດອາຍຸລົງ ໃນທ້າຍເດືອນເມສາປີໜ້ານີ້.
ທ່ານແຄຣີ ໄດ້ຖືເອົາ ການຕົກລົງສັນຕິພາບເຂດຕາເວັນອອກກກາງ ເປັນເປົ້າໝາຍສູງສຸດອັນນຶ່ງຂອງນະໂຍບາຍຕ່າງປະເທດສະຫະລັດ ແລະກໍໄດ້ທຽວໄປຂົງເຂດດັ່ງກ່າວ ຫຼາຍຄັ້ງໃນຮອບນຶ່ງປີຜ່ານມາ.
Your browser doesn’t support HTML5