ກະຊວງປ້ອງກັນປະເທດຣັດເຊຍ ກ່າວວ່າ ເຮືອບິນລົບຂອງຕົນ
ຕື່ມອີກຫລາຍ ລຳໄດ້ເດີນທາງອອກຈາກຊີເຣຍໃນວັນພຸດມື້ນີ້
ເພື່ອສືບຕໍ່ຖອນກຳລັງອອກຈາກ ປະເທດດັ່ງກ່າວ ໃນຂະນະທີ່
ສະຫະປະຊາຊາດ ເປີດການເຈລະຈາສັນຕິພາບໂດຍທາງອ້ອມ
ກັບພັກຝ່າຍຕ່າງໆທີ່ເປັນປໍລະປັກຂອງຊີເຣຍ ຢູ່ທີ່
ນະຄອນ Geneva.
ລັດຖະມົນຕີ ຕ່າງປະເທດສະຫະລັດ ທ່ານ John Kerry ມີແຜນ
ທີ່ຈະເດີນທາງໄປ ນະຄອນຫຼວງ Moscow ໃນອາທິດໜ້າ ເພື່ອ
ສົນທະນາຫາລືກັບປະທານາທິບໍດີຣັດເຊຍ ທ່ານ Vladimir
Putin ກ່ຽວກັບຫລຸດຜ່ອນລະດັບຄວາມຮຸນແຮງລົງ ແລະການ
ຊຸກຍູ້ສັນຕິພາບຄັ້ງໃໝ່ ຢູ່ໃນຊີເຣຍ.
ທ່ານ Kerry ກ່າວວ່າ ທ່ານຈະສົນທະນາຫາລືກັບທັງທ່ານ Putin ແລະລັດຖະມົນຕີ
ຕ່າງປະເທດ ທ່ານ Sergei Lavrov ກ່ຽວກັບວ່າຈະສ້າງຄວາມກ້າວໜ້າຢ່າງໃດໃຫ້
ແກ່ຂັ້ນຕອນ ເພື່ອຈະນຳເອົາການແກ້ໄຂຕໍ່ບັນຫາຂັດແຍ້ງ ທີ່ດຳເນີນມາເປັນເວລາຫ້າ
ປີ ໂດຍທາງການເມືອງ.

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ຂວາ ຟັງລາຍງານຈາກ ລັດຖະມົນຕີຕ່າງປະເທດ ຣັດເຊຍ ທ່ານ Sergey Lavrov.
ທ່ານກ່າວໃນວັນອັງຄານວານນີ້ວ່າ “ນີ້ເປັນໂອກາດທີ່ຈະຍາດເອົາ ບໍ່ໃຫ້ເສຍເວລາ ທີ່
ພວກເຮົາມີຢູ່ໃນຂະນະນີ້ ໃນຄວາມສາມາດ ເພື່ອເອົາບາດກ້າວໃນທີ່ສຸດ ເພື່ອເຮັດໃຫ້ສົງຄາມແລະການນອງເລືອດສິ້ນສຸດລົງ.”
ການສູ້ລົບກັນໃນຊີເຣຍ ໄດ້ຫລຸດລົງຢ່າງຫຼວງຫຼາຍ ຍ້ອນມີການຍຸດຕິການເປັນ ປໍລະ
ປັກຫຼືການຢຸດຍິງຊົ່ວຄາວ ມາເປັນເວລາສາມອາທິດແລ້ວ.

ເອກອັກຄະລັດຖະທູດຊີເຣຍ ປະຈຳ ສະຫະປະຊາຊາດ ແລະຜູ້ຕາງໜ້າລັດຖະບານ ມາເຖິງຫ້ອງການສະຫະປະຊາຊາດ ທີ່ນະຄອນ Geneva, ວັນທີ 16 ມີນາ 2016.
ແຕ່ທ່ານ Kerry ຍັງໄດ້ເຕືອນວ່າ ສັນຕິພາບທີ່ຖາວອນນັ້ນ ເປັນໄປບໍ່ໄດ້ຕາບ ໃດທີ່ປະ
ທານາທິບໍດີຊິເຣຍ ທ່ານ Bashar al-Assad ຍັງກຳອຳນາດຢູ່.
ກຳລັງທະຫານຣັດເຊຍຈຸທຳອິດ ທີ່ຖອນອອກຈາກຊິເຣຍນັ້ນ ກັບຄືນບ້ານໃນວັນອັງຄານ
ວານນີ້ ທ່າມກາງຝູງຊົນທີ່ໄປຕ້ອນຮັບ ຮ້ອງໂຮສະໜັບສະໜູນ. ທ່ານ Putin ໄດ້ປະກາດ
ຢ່າງບໍ່ຄາດຄິດໃນວັນຈັນທີ່ຜ່ານມາວ່າ ກຳລັງສ່ວນໃຫຍ່ຂອງທ່ານຈະຖອນອອກຊີເຣຍ
ໃນທັນທີ ຊຶ່ງພວກເຂົາເຈົ້າໄດ້ບັນລຸຈຸດປະສົງແລ້ວ ໃນການປະຕິບັດງານຂອງເຂົາເຈົ້າ ທີ່ໄດ້ເລີ້ມຂຶ້ນໃນທ້າຍເດືອນກັນຍາປີກາຍນີ້.
Your browser doesn’t support HTML5
Russia Syria