ລັດຖະມົນຕີຕ່າງປະເທດ Kerry ຈະພົບປະກັບ ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin

ູຝູງຊົນພາກັນເຕົ້າໂຮມກັນ ຢູ່ກາງນະຄອນ Kyiv ປະເທດ Ukraine ຮຽກຮ້ອງໃຫ້ປ່ອຍນັກບິນ Nadezhda Savchenko ທີ່ຣັດເຊຍກັກຂັງ.

ລັດຖະມົນຕີ ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ມີ​ກຳ
ນົດໄປເຖິງ ນະຄອນຫລວງ​ມົນ​ກູ ​ເພື່ອ​ສົນທະ​ນາຫາລື​ກ່ຽວ​ກັບ
ເລື້ອງຊີ​ເຣຍ ກັບ​ທານ​າທິບໍດີຣັດ​ເຊຍ ທ່ານ Vladimir Putin ​
ແລະ​ລັດຖະມົນຕີ ຕ່າງ​ປະ​ເທດ ທ່ານ Sergei Lavrov.

ຊີ​ເຣຍ ​ແລະ​ຢູ​ເຄຣນ ຄາດ​ວ່າຈະ​ເປັນ​ຫົວ​ຂໍ້​ສຳຄັນ​ໃນລາຍ​ການ
​ປະຊຸມ. ກະຊວງ​ຕ່າງ​ປະທດສະຫະລັດ ກ່າວ​ວ່າ ການ​ຢ້ຽມຢາມ
​ໄດ້​ຖືກ​ຈັດ​ແຈງ​ຫລັງ​ຈາກ ປະທາ ນາທິບໍດີ Putin ​ໄດ້​ປະກາດ
ໃນອາທິດ​ແລ້ວ​ນີ້​ວ່າ ຣັດ​ເຊຍ​ໄດ້​ຖອນກຳລັງ​ທະຫານບາງ​ສ່ວນ​
ຂອງ​ຕົນອອກ​ຈາກ​ຊີ​ເຣຍ.

ກະຊວງ​ຕ່າງປະ​ເທດ ສະຫະລັດ ກ່າວ​ວ່າ ທ່ານ Kerry ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ
ຈະ​ສົນທະນາ​ກັນຫາລື​ກັນວ່າ ຈະ​ໃຫ້ການຄໍ້າປະກັນ​ຢ່າງ​ໃດ​ເພື່ອ​ໃຫ້ ການ​ຍຸດຕິ​ຄວາມ​
ເປັນ​ປໍ​ລະ​ປັກດຳ​ເນີນ​ຕໍ່​ໄປ​ຢູ່​ໃນ​ຊີ​ເຣຍ ການ​ໃຫ້​ຄວາມ​ຊ່ວຍ​ເຫຼື​ອ​ດ້ານ​ມະນຸດສະ​ທຳ ​
ພ້ອມ​ທັງການ​ປັບປຸງ ​ແລະ​ຂະ​ຫຍາ​ຍການ​ປະຕິບັດ​ງານ​ຂອງ​ ​ພະນັກງານ​ມະນຸດສະທຳ.
​ເຂົາ​ເຈົ້າ​ຍັງ​ຈະ​ສົນທະນາ​ວ່າ ຈະ​ຊ່ອຍ​ອຳນວຍ​ຄວາ​ມສະດ​ວກ​ແບບ​ໃດ ​ເພື່ອ​ໃຫ້​ມີ​ການ
ປ່ຽນ​ແປ​ງທາງ​ການ​ເມືອງ​ໃນ​ຊີ​ເຣຍ ​ແລະ​ຈະ​ເອົາຊະນະ​ພວກ​ຫົວຮຸນ​ແຮງ​ລັດ​ອິສລາມ
ໄດ້​ຢ່າງ​ໃດ.

ກ່ຽວ​ກັບ​ເລື້ອງ Ukraine ນັ້ນ ທ່ານ Kerry ຄາດ​ວ່າ ຈະ​ຮຽກຮ້ອງ​ໃຫ້​ຣັດ​ເຊຍ ດຳ​ເນີນ
​ການ​ຫລາຍ​ຂຶ້ນ ​ເພື່ອ​ກົດ​ດັນ​ໃຫ້ພວກແບ່ງ​ແຍກ​ດິນ​ແດນນິຍົມຣັດ​ເຊຍ ຢູ່​ທາງ​ພາກ​ຕາ
ເວັນ​ອອກ​ຂອງ Ukraine ​ໃຫ້ເຄົາລົບ​ການ​ຢຸດ​ຍິງທີ່​ໄດ້​ມີ​ການ​ຕົກ ລົງກັນໃນ​ເດືອນ​ແລ້ວ​ນີ້.

ທ່ານ Kerry ຍັງ​ຄາດ​ວ່າ ຈະ​ຮຽກຮ້ອງໃຫ້ຣັດ​ເຊ​ຍ ປ່ອຍ​ໂຕນັກ​ບິນ Ukraine ທ່ານນາງ
Nadiya Savchenko ຜູ້​ທີ່​ໄດ້​ຖືກ​ຕັດສິນ​ລົງ​ໂທດ ​ໃນ​ວັນ​ອັງຄານ​ວານ​ນີ້ໃຫ້​ຕິດ​ຄຸກ​ເປັນ​
ເວລາ 22 ປີໃນ​ຂໍ້​ຫາ​ສົມຮູ້​ຮ່ວມ​ຄິດເພື່ອ​ທຳ​ການ​ສັງຫານ. ສະຫະລັດ ກ່າວ​ວ່າ ຄຳ​ກ່າວ​ຫາ
​ເລົ່າ​ນັ້ນ​ແມ່ນບໍ່​ຖືກຕ້ອງ.

ທ່ານນາງ Savchenko ​ໄດ້ຖືກຕັດສິນ​ລົງ​ໂທດ ໃນການສົມຮູ້​ຮ່ວມ​ຄິດ ໃນ​ປີ 2014 ​ເພື່ອ
ສັງຫານ​ນັກ​ຂ່າວຣັດ​ເຊຍ​ສອງ​ຄົນ ທີ່ໄປ​ລາຍ​ງານ​ຂ່າວສົງຄາມ ຢູ່ພາກ​ຕາ​ເວັນ​ອອກ​ຂອງ
Ukraine ​ໂດຍສັ່ງ​ໃຫ້​ຍິງ​ປືນ​ໃຫຍ່​ໄປໃສ່ທີ່​ເຮັດ​ໃຫ້​ເຂົາ ​ເຈົ້າ​ເສຍ​ຊີວິດ ​ຢູ່​ເມືອງ Lugansk
​ໃນ​ພາກຕາເວັນອອກຂອງ Ukraine.

ທ່ານນາງ Savchenko ກ່າວວ່າ ບັນທຶກໂທລະສັບມືຖືພິສູດໃຫ້ເຫັນວ່າ ທ່ານນາງ ໄດ້
ຖືກຈັບໂດຍພວກຫົວຮຸນແຮງນິຍົມມົສກູກ່ອນນັກຂ່າວທັງ​ສອງໄດ້ເສຍ ຊີວິດ.