ທ່ານ Kerry ພົບປະກັບ ລມຕ ຕ່າງປະເທດ ກາຕາ ເລື້ອງຊີເຣຍ (ວີດີໂອ)

ລມຕ ຕ່າງປະເທດ ສຫລ ທ່ານ Kerry (ຊ້າຍ) ພົບປະກັບທ່ານ ລມຕ ຕ່າງປະເທດ Qatar ທ່ານ Khalid Al Attiya (ຂວາ)

ລັດຖະມົນຕີ​ການ​ຕ່າງປະ​ເທດຂອງ​ສະຫະລັດ ທ່ານ John
Kerry ​ມີໝາຍ​ກໍານົດ​ທີ່​ຈະ​ທໍາ​ການ​ສົນທະນາ ໃນ​ວັນ​ຈັນ​ມື້​ນີ້
ກັບລັດຖະມົນຕີ​ການ​ຕ່າງປະ​ເທດຂອງ Qatar ​ທ່ານ Khalid
al-Attuyah ກ່ອນ​ກອງ​ປະຊຸມຂອງ ​ສະມາຊິກສໍາຄັນຄົນ​ອື່ນໆ
ຂອງ​ກຸ່ມ​ເພື່ອນ​ມິດ​ຂອງ​ຊີ​ເຣຍແລະຂອງ​ຝ່າຍ​ຄ້ານຊີ​ເຣຍ.

Your browser doesn’t support HTML5

Kerry Returns to Europe for Syria Talks


ທັງ​ສອງ​ລັດຖະມົນຕີແມ່ນ​ພົບ​ປະກັນ​ທີ່​ກຸງ​ປາຣີ ປະ​ເທດ​ຝຣັ່ງ ກ່ອນ​ທີ່​ຈະ​ອອກ​ເດີນທາງ
​ໄປ​ຍັງ​ ກຸງ​ລອນ​ດອນ ​ເພື່ອ​ເຂົ້າ​ກອງ​ປະຊຸມ​ດັ່ງກ່າວ​ ໃນ​ວັນ​ອັງຄານ​ມື້​ອື່ນ​ນີ້ ​ຊຶ່ງ​ຈະ​ມີ
ຮວມທັງນັກ​ການ​ທູດ​ຈາກ 11 ປະ​ເທດ ທີ່​ສະໜັບ​ສະ​ໜຸນ ກຸ່ມຝ່າຍ​ຄ້ານທີ່ຕໍ່ຕ້ານ​ປະທາ
ນາທິບໍດີ ຊີ​ເຣຍ ທ່ານ Bashar al-Assad.

ການສົນທະນາ​ຫາລື​ກັນ​ນີ້ ​ແມ່ນ​ມີ​ຂຶ້ນ ​ໃນຂະນະ​ທີ່​ມີ​ການ​ສືບ​ຕໍ່​ຄວາມ​ພະຍາຍາມເພື່ອ
ຈັດ​ກອງ​ປະຊຸມ​ສັນ​ຕິພາບ ​ຊີ​ເຣຍຂຶ້ນ ທີ່​ຈະ​ນໍາເອົາ​ລັດຖະບານ​ຊີ​ເຣຍ​ແລະ​ຝ່າຍ​ຄ້ານ
ມາ​ສົນທະນາ​ກັນ ທີ່​ມີ​ຈຸດປະສົງ​ ໃຫ້​ມີ​ການເຈລະຈາຕໍ່​ລອງ​ກັນ ເພື່ອຫາ​ທາງ​ແກ້ໄຂ
ທາງ​ການ​ເມືອງ ຕໍ່​ວິ​ກິດ​ການ​ໃນ​ປະ​ເທດ.