ທ່ານ Kerry ສືບຕໍ່ ການເຈລະຈາ ກັບ ອິສຣາແອລ ແລະ ປາແລສໄຕ (ວິດີໂອ)

ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ເດີນທາງມາເຖິງ ເດີ່ນເຮືອບິນ Ben Gurion ໃກ້ນະຄອນ ຫລວງ Tel Aviv

ລັດຖະມົນ​ຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ກຳລັງ
ສືບ​ຕໍ່​ການ​ເຈ ລະຈາກັບອິສຣາ​ແອ​ລແລະ​ບັນດາ​ຜູ້​ນໍາ​ອຳນາດ
​ການ​ປົກຄອງປາ​ແລ​ສໄຕ ຜູ້​ທີ່​ທ່ານ​ຫວັງ​ວ່າ ​ໃນ​ບໍ່​ຊ້າ​ນີ້ ​ຈະ​ສາ​
ມາດຮັບ​ເອົາ​ຮ່າງ ​ຂໍ້ຕົກລົງ​ສັນຕິພາບ.

ທ່ານ Kerry ຈະ​ພົບ​ປະໃນວັນ​ສຸກ​ມື້​ນີ້ ກັບນາຍົກລັດຖະມົນຕີ
Benjamin Netanyahu ທີ່ອິສຣາ​ແອ​ລ ກ່ອນ​ມຸ່ງ​ໜ້າ​ສູ່​ເຂດ​ຝັ່ງ
​ຕາ​ເວັນ​ຕົກ​ຂອງ​ແມ່​ນໍ້າ​ຈໍ ​ແດັນ​ຫຼື West Bank ​ໃນ​ການ​ເຈລະ
ຈາ​ກັບປະທານາທິບໍດີປາ​ແລ​ສໄຕ ທ່ານ Mahmoud Abbas.

ຫລັງ​ຈາກການ​ປະຊຸມ​ໃນ​ວັນ​ພະຫັດ​ວານ​ນີ້ກັບ ທ່ານ Netanyahu ​ແລ້ວ ທ່ານ Kerry ກ່າວ​ວ່າ ທ່ານມີ​ຄວາມ​ຫວັງໄປ​ໃນ​ແງ່​ດີ ກ່ຽວ​ກັບ​ການ​ຊອກ​ຫາຊ່ອງ​ທາງ ​ເພື່ອ​ໃຫ້​ບັນລຸ​ການ​ຕົກລົງ ​ທີ່​ສາມາດ “​ໃຫ້​ຄວາມ​ກະຈ່າງ​ແຈ້ງ ​ແລະ​ອຸດ​ຕັນຊ່ອງ​ຫວ່າງ” ລະຫວ່າງສອງ​ກໍ້າ​ສອງ​ຝ່າຍ.

ທ່ານ Kerry ກ່າວ​ວ່າ​ “ປັດຈຸບັນ​ນີ້ ພວກ​ເຮົາ​ໄດ້​ເຈລະຈາ​ກັນ ມາ​ໄດ້ຫ້າ​ເດືອນເຕັມແລ້ວ. ພວກ​ເຮົາ​ຊາບ​ດີ​ຢູ່​ສະ​ເໝີ​ວ່າ ການ​ບັນລຸ​ສັນຕິ​ພາບນັ້ນ​ ເປັນຂັ້ນຕອນທີ່ຍາວ​ນານແລະສະ
ລັບຊັບຊ້ອນ. ມັນ​ເປັນ​ຫົນທາງ​ຫຍຸ້ງຍາກ​ລໍາບາກ. ​ແຕ່​ວ່າມັນ​ບໍ່​ແມ່ນ​ການ​ປະຕິບັດ​ງານທີ່​ເປັນ​ໄປ​ບໍ່​ໄດ້.”

ທ່ານ Kerry ກ່າວ​ວ່າ ຮ່າງ​ຂໍ້​ຕົກລົງ ອາດ​ຈະ​ເປັນ “ການ​ບັນລຸ​ຄວາມ​ກ້າວໜ້າ​ທີ່​ສໍາຄັນ” ​ເຖິງ
ແມ່ນ​ວ່າ ມັນ​ຈະ​ມີ​ຄວາມ​ກະຕືລື​ລົ້ນ​ໜ້ອຍ​ກວ່າ​ເປົ້າ​ໝາຍໃນ​ຂັ້ນ​ຕົ້ນຂອງ​ທ່ານ ​ໃນ​ການບັນລຸ
ສັນ​ຕິ​ພາບ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ ໃນ​ເດືອນ​ເມສາຈະ​ມາ​ເຖິງ​ນີ້.

ການ​ຢ້ຽມຢາ​ມຂອງ​ທ່ານ ​Kerry ຊຶ່ງເປັນ​ເທື່ອ​ທີ 10 ນັບ​ແຕ່​ເດືອນ​ມີນາປີ​ກາຍນີ້​ເປັນຕົ້ນມາ​
ມີ​ຂຶ້ນໃນ​ຂະນະ​ທີ່ອິສຣາ​ແອ​ລແລະ​ປາ​ແລ​ສ​ໄຕກ່າວ​ຫາ​ຊຶ່ງ​ກັນ​ແລ​ະກັນວ່າ ຫາ​ທາງ​ທຳລາຍ
ການ​ດຳ​ເນີນ​ຄວາມພະຍາຍາມ ​ເພື່ອ​ໃຫ້​ບັນລຸ​ການ​ແກ້​ໄຂແບບ​ມີສອງ​ປະ​ເທດ ຕໍ່​ບັນຫາ​ຂັດ​
ແຍ້​ງຂອງ​ພວກ​ເຂົາ​ເຈົາທີ່ມີ​ມາ​ໄດ້​ຫຼາຍ ສິບ​ປີ​ແລ້ວນັ້ນ.

Your browser doesn’t support HTML5

Israel