ທ່ານ Kerry ເລັ່ງຫາ ການສະໜັບສະໜູນ ສຳລັບ ໂຄງການ ນິວເຄລຍ ກັບ ອີຣ່ານ

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John kerry ໃຫ້ ຄຳປາໄສ ກ່ຽວກັບ ຂໍ້ຕົກລົງນິວເຄລຍ ອີຣ່ານ ທີ່ສູນລັດ ຖະທຳມະນູນແຫ່ງຊາດ ໃນນະຄອນ Philadelphia, ລັດ Pennsylvania, Sept. 2, 2015.

ລັດຖະມົນ​ຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ແມ່ນ​
ກຳລັງ​ຂໍ​ຮ້ອງ​ໃຫ້​ປະຊາຊົນ ອາ​ເມຣິກັນ ສະໜັບສະໜຸນ​ຂໍ້​ຕົກ
ລົງ ນິວ​ເຄລຍ ກັບ ອີຣ່ານ.

ທ່ານ Kerry ກ່າວ​ຄຳ​ປາ​ໄສ​ໃນ​ວັນ​ພຸດ​ວານ​ນີ້ ຕໍ່​ກຸ່ມ​ທີ່​ລວມມີ​
ອົງການ​ສາສະໜາ ​ແລະ ນັກຮຽນ​ໃນ​ນະຄອນ Philadelphia
ວ່າ “ຂ້າພະ​ເຈົ້າ​ເຊື່ອ​ວ່າ, ອີງ​ຕາມ​ປະສົບ​ການ​ໃນ​ຊີວິດ,
ວ່າ​ຂໍ້​ຕົກລົງ​ນິວ​ເຄລຍ ກັບ ອີ​ຣ່ານ ​ແມ່ນ​ບາດກ້າວ​ໃນ​
ແງ່​ດີ​ທີ່​ໃຫຍ່​ຫຼວງ.”

​ໃນ​ນະຄອນຫຼວງ ວໍ​ຊິງ​ຕັນ, ສະມາຊິກ​ສະພາສູງພັກເດໂມແຄຣັດ ຈາກລັດ Maryland ທ່ານນາງ Barbara Mikulski ​ໄດ້​ປະກາດ​ວ່າ​ທ່ານ​ນາງ ຈະ​ສະໜັບ ສະໜູ​ນຂໍ້ຕົກລົງ​ນັ້ນ, ​ເຊິ່ງຮູ້ຈັກ​ກັນ​ໃນນາມ ແຜນການ​ປະຕິບັດ​ຮ່ວມ​ທີ່​ມີ​ເນື້ອ​ຫາ​ຄວບ​ຄຸມຫຼື JCPOA ​ໄດ້​ກາຍ​ເປັນ​ສະມາຊິກ ​ສະພາສູງ​ຄົນທີ 34 ທີ່ໃຫ້​ການ​ສະໜັບສະໜູນ.

ການ​ງຶກ​ຫົວ​ເຫັນ​ດີ​ຂອງ​ທ່ານ​ນາງ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ​ແມ່ນ​ມີ​ຄວາມ​ໝາຍ​ຫຼາຍ ​ເພາະ
ວ່າ ​ມັນ​ຈະ​ໃຫ້​ຄະ​ແນນ ​ທີ່​ຕ້ອງການ​ຂອງ​ປະ​ທາ​ນາ​ທິບໍ ດີບາຣັກ​ ​ໂອ​ບາ​ມາ ​ສາມາດ ຮັກສາ
ການໃຊ້ສິດຍັບຢັ້ງໃນການຕ້ານຢັນຕໍ່ມະຕິ​ໃດໆ​ກໍຕາມ ເພື່ອຄັດຄ້ານຂໍ້​ຕົກລົງນີ້. ພັກ​ເດ​ໂມແຄຣັດ ​ໃນ​ສະ ພາ​ຕ່ຳກ່າວ​ວ່າ ພວກ​ເຂົາ​ກໍ​ຍັງ​ມີ​ຄະ​ແນນ​ສຽງ​ຫຼາຍ​ພໍ​ທີ່​ຈະ​ກີດ​ກັ້ນ​ຄວາມ​ ພະຍາຍາມ​ໃດ​ໆ ​ເພື່ອ​ລົ້ມ​ລ້າງ​ການ​ຍັບ​ຢັ້ງ​ຂອງປະທານາທິບໍດີ.

​ໂຄສົກ​ທຳນຽບຂາວ​ໄດ້​ກ່າວ​ວ່າ ລັດຖະບານ​ແມ່ນ “​ມີ​ກຳລັງ​ໃຈ” ​ໂດຍ​ການນັບຄະແນນ
ຫລ້າສຸດຂອງ​ບັນດາ​ສະມາຊິກ​ສະພາສູງ ຜູ້​ທີ່​ກ່າວ​ວ່າພວກ​ເຂົາ​ຈະ​ສະໜັບສະໜູນຂໍ້​ຕົກ
ລົງ​ນິວ​ເຄລຍ. ທ່ານ Josh Earnest ​ໄດ້​ກ່າວ​ວ່າ “​ໃນ​ເມື່ອ​ການ​ເດີມ​ພັນ​ແມ່ນ​ສູງ
ຂະໜາດ​ນີ້, ທຸກໆ​ການ​ລົງຄະ​ແນນ​ສຽງ​ແມ່ນ​ມີ​ຄວາມ​ສຳຄັນ.”

ສະພາ​ແມ່ນ​ມີ​ກຳນົດ​ທີ່​ຈະ​ອະພິປາຍ​ກ່ຽວກັບ​ຂໍ້ຕົກລົງ​ໃນ​ສັບປະດາ​ໜ້າ ​ຊຶ່ງເປັນຊຸມມື້​ສຸດ​ທ້າຍ​ຂອງ​ໄລຍະ​ການ​ທົບ​ທວນ 60 ມື້, ກ່ອນ​ທີ່​ຈະ​ມີ ການ​ລົງ​ຄະ​ແນ​ສຽງ​ເຫັນພ້ອມ ຫຼື ຄັດ ຄ້ານ. ບັນ​ດາ​ນັກວິ​ເຄາະ​ໄດ້​ໂຕ້​ຖຽງ​ວ່າ ​ມັນ​ບໍ່​ໄດ້​ມີກຳນົດຢ່າງ​ພຽງພໍ​ເພື່ອ​ຮັບປະກັນ​ວ່າ ອີຣ່ານ ຈະ​ບໍ່​ພັດທະນາ​ອາວຸດ​ນິວ​ເຄລຍຂອງ​ພວກ​ເຂົາ, ​ແລະ ​ເຮັດ​ໃຫ້​ ອິສຣາ​ແອ​ລ ທີ່​
ເປັນ​ພັນທະ​ມິດ​ຂອງ ສະຫະລັດ ​ມີ​ໄພ​ອັນ​ຕະລາຍ ​ໂດຍ​ອະນຸຍາດ​ໃຫ້ ອີຣ່ານ ​ໃຊ້​ກອງ​
ທຶນ​ໃໝ່ ທີ່ຖືກປ່ອຍ ​ສະໜັບ ສະໜູນ​ພວກ​ກໍ່​ການ​ຮ້າຍ.

​ໃນ​ນະຄອນ Philadelphia, ທ່ານ Kerry​ໄດ້​ກ່າວ​ວ່າ ການ​ຕັດສິນ​ໃຈ​ຂອງ​ສະຫະລັດ​
ໃນ​ການ​ຖອນ​ໂຕ​ອອກ​ຈາກ​ຂໍ້​ຕົກລົງ​ຈະ​ເປັນ​ການ​ເຮັດ​ໃຫ້​ບໍ່​ມີ​ຄວາມ​ໝັ້ນຄົງ.

Your browser doesn’t support HTML5

US Iran Nuclear