ທ່ານ Kerry ຈະເພັ່ງເລັ່ງ ໃສ່ເລື່ອງ ເກົາຫຼີເໜືອ ແລະຈີນ ໃນການຢ້ຽມຢາມ ເອເຊຍ ຂອງທ່ານ (ວີດີໂອ)

Your browser doesn’t support HTML5

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ເລີ້ມການຢ້ຽມ ຢາມເຂດເອເຊຍ ບ່ອນທີ່ທ່ານມີແຜນທີ່ຈະ
ຊຸກຍູ້ ໃຫ້ເກົາຫຼີເໜືອຍົກເລີກຄວາມ ໄຝ່ຝັນໃນການຢາກມີ
ອາວຸດນິວເຄລຍ ແລະ​ໃຫ້ຈີນຫລຸດຜ່ອນຄວາມເຄັ່ງຕຶງລົງ
ຢູ່ໃນຂົງເຂດ.

ການເດີນທາງໄປຢ້ຽມຢາມເຂດເອເຊຍໃນຄັ້ງນີ້ຂອງທ່ານ
Kerry ແມ່ນຄັ້ງທີ 5 ນັບຕັ້ງແຕ່ທ່ານໄດ້ເຂົ້າຮັບຕຳແໜ່ງ
ເປັນລັດຖະມົນຕີການຕ່າງປະເທດສະຫະລັດ ໃນປີກາຍນີ້
ຊຶ່ງຈະຮວມທັງການຢຸດແວ່ທີ່ເກົາຫຼີໃຕ້ ໃນວັນພະຫັດມື້ນີ້
ຈີນໃນມື້ ວັນສຸກ ແລະອິນໂດເນເຊຍ ໃນມື້ວັນເສົາ.

ກຸງວໍຊິງຕັນໄດ້ຕຳໜິຕິຕຽນຕໍ່ອັນທີ່ຕົນເຫັນວ່າ ເປັນການພະຍາຍາມຂອງຈີນທີ່ ຈະເຂົ້າ
ຄວບຄຸມເຂດຕ່າງໆທີ່ຍັງມີການຂັດແຍ້ງກັນ ໃນບໍລິເວນທະເລຈີນຕາເວັນອອກແລະ
ທະເລຈີນຕອນໃຕ້.

ກ່ອນໜ້າການເດີນທາງໄປຮອດກຸງໂຊລຂອງທ່ານ Kerry ນັ້ນ ເຈົ້າໜ້າທີ່ທ່ານ ນຶ່ງຂອງ
ສະຫະລັດກ່າວວ່າ ມັນເປັນເລື່ອງທີ່ບໍ່ສະຫຼາດທີ່​ສຸດ ສໍາລັບ​ຈີນ​ທີ່​ຈະເອົາບາດກ້າວ
ທີ່​ເປັນ​ການສ້າງຄວາມແຕກແຍກ ແລະເຮັດໃຫ້ຂົງເຂດບໍ່ມີສະຖຽນລະ ພາບ. ເຈົ້າໜ້າທີ່
ທ່ານນີ້ເຕືອນວ່າ ປັກກິ່ງບໍ່ຄວນຈະດຳເນີນການໃດໆທີ່ຈະຕ່າວປີ້ນ ສະຖານະພາບ
ທີ່ເປັນຢູ່ໃນປັດຈຸບັນ.

Your browser doesn’t support HTML5

US Secretary of State Visits South Korea