ທ່ານ Kerry ຫາລື ກ່ຽວກັບ ການສ້າງຕັ້ງ ແນວໂຮມຕ້ານກະບົດ ລັດອິສລາມ (ສະໄລດ໌/ວີດີໂອ)

ລມຕ ຕ່າງປະເທດສະຫະລັດ ທ່ານ John Kerry (ຂວາ) ຈັບມືກັບເລຂາທິການໃຫຍ່ ຂອງສັນນິບາດອາຣັບ ທ່ານ sNabil al-Arabi ກ່ອນການພົບປະກັນທີ່ນະຄອນຫຼວງໄຄໂຣ (13 ກັນຍາ 2014)

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ພວມຢູ່ທີ່ປະເທດອີຈິບ ຊຶ່ງເປັນບ່ອນຢຸດແວ່ ແຫ່ງສຸດທ້າຍໃນ
ການຢ້ຽມຢາມຂົງເຂດຂອງທ່ານ ເພື່ອສ້າງຕັ້ງແນວໂຮມຕ້ານ ພວກຫົວຮຸນແຮງລັດອິສລາມ ຊຶ່ງເປັນຜູ້ຮັບຜິດຊອບໃນການ
ສັງຫານພົນລະເຮືອນ ຢູ່ໃນອີຣັກ ແລະຊີເຣຍ.

ໝາຍກຳນົດການຂອງທ່ານ Kerry ໃນວັນເສົາມື້ນີ້ແມ່ນຮວມ
ທັງການພົບປະ ກັບຫົວໜ້າສັນນິບາດອາຣັບ ທ່ານ Nabi al-
Arabi ປະທານາທິບໍດີອີຈິບ ທ່ານ Abdul Fattah al-Sisi ແລະລັດຖະມົນຕີການຕ່າງປະເທດທ່ານ Sameh Shoukri.
ສະຫະລັດພວມດຳເນີນງານ ເພື່ອຊຸກຍູ້ ໃຫ້ມີການເຄື່ອນໄຫວຫລາຍໄປກວ່າ ການໂຈມຕີ ທາງອາກາດຕໍ່ພວກນັກລົບກຸ່ມລັດອິສລາມຢູ່ໃນອີຣັກໄປສູ່ການສ້າງຕັ້ງແນວໂຮມໃນຂອບ ເຂດທີ່ກວ້າງຂວາງຕ້ານພວກຫົວຮຸນແຮງຈຸນີ້ທີ່ມີຖານປະຕິບັດງານຢູ່ໃນຊີເຣຍ.

ທ່ານ Kerry ຕັ້ງແນວໂຮມ ຕ້ານ ລັດອິສລາມ

ເວລານີ້ ພວກເຈົ້າໜ້າທີ່ສະຫະລັດ ເອີ້ນການປະຕິບັດງານທາງທະຫານ ຕ້ານກຸ່ມລັດອິສ ລາມວ່າ ເປັນການເຮັດສົງຄາມ.

ໂຄສົກຂອງທຳນຽບຂາວ ທ່ານ Josh Earnest ກ່າວວ່າ ການສູ້ລົບຕ້ານພວກກະບົດລັດ ອິສລາມ ແມ່ນເປັນການເຮັດສົງຄາມ ທີ່ຄ້າຍຄືກັນກັບ ການຕໍ່ຕ້ານ ກຸ່ມກໍ່ການຮ້າຍອາລ ກາອີດາທີ່ມີຊື່ສຽງບໍ່ດີນັ້ນ.

Your browser doesn’t support HTML5

US Congressional Leaders Back Campaign Against IS

ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງສະຫະລັດ ກ່າວວ່າ ທ່ານ Kerry ຈະເຈລະຈາຫາລື ກັບອີ
ຈິບ ກ່ຽວກັບການປະກອບສ່ວນເຂົ້າຮ່ວມໃນກຸ່ມແນວໂຮມຂອງນາໆຊາດເພື່ອປາບປາມ ພວກຫົວຮຸນແຮງ ລັດອິສລາມ. ເຈົ້າໜ້າທີ່ກ່າວວ່າ ການປະກອບສ່ວນດັ່ງກ່າວ ແມ່ນມີທ່າ ທາງວ່າຈະຮວມທັງການຈຳກັດການຫຼັ່ງໄຫລຂອງພວກນັກລົບຕ່າງປະເທດແລະການເງິນ ຂອງພວກເຂົານຳດ້ວຍ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວໃນມື້ວັນສຸກ ວານນີ້ວ່າ ເປົ້າໝາຍ ຂອງກຸ່ມແນວໂຮມບັນດາປະເທດອາຣັບແລະປະເທດຕາເວັນຕົກທີ່ພວມມີການຂະຫຍາຍ
ໂຕ ພາຍໃນການນຳພາ ຂອງສະຫະລັດນັ້ນ ກໍຄືດັບສູນ ແນວຄິດຫົວຮຸນແຮງຈັດອິສລາມ ດັ່ງກ່າວເປັນການສະເພາະ ທີ່ປູກຝັງໂດຍພວກລັດອິສລາມນັ້ນ.

Your browser doesn’t support HTML5

US Muslim Leaders Condemn Islamic State

ພວກຫົວຮຸນແຮງຈຸນີ້ ໄດ້ເລີ້ມການບຸກໂຈມຕີດ້ວຍກຳລັງອາວຸດ ລັກພາໂຕແລະສັງຫານຜູ້ ຄົນໃນຂະນະທີ່ພວກເຂົາໄດ້ຂະຫຍາຍຂອບເຂດການຄວບຄຸມຈາກຊີເຣຍເຂົ້າໄປໃນອີຣັກ.

ໃນການຢຸດແວ່ຢ້ຽມຢາມເທີກີໃນມື້ວັນສຸກວານນີ້ທ່ານ Kerry ກ່າວວ່າ ມີປະມານ 40 ປະ ເທດແລ້ວ ໄດ້ສະເໜີໃຫ້ຄວາມສະໜັບສະໜຸນ ໃນຫລາຍໆລະດັບ ຕໍ່ກຸ່ມແນວໂຮມ ຕ້ານ ພວກຫົວຮຸນແຮງ ລັດອິສລາມ.

Your browser doesn’t support HTML5

US ISLAMIC STATE UPD CNPK