ຖ້າສະພາ ອອກສຽງ ‘ບໍ່’ ຕໍ່ຂໍ້ຕົກລົງກັບອີຣ່ານ ມັນກໍອາດ ສ້າງຄວາມບໍ່ ທຸ່ນທ່ຽງ ກັບພັນທະມິດ

Your browser doesn’t support HTML5

ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ​ ທ່ານ John Kerry ກ່າວ
​ວ່າ ການ​ທີ່ສະຫະລັດປະຕິ​ເສດ​ ຕໍ່​ຂໍ້​ຕົກລົງ​ດ້ານ​ນິວ​ເຄລຍກັບ
​ອີຣ່ານ ອາດ​ຈະ​ເຮັດ​ໃຫ້ການ​ພົວພັນ​ຕ່າງໆ ກັບ​ບັນດາ​ພັນທະ​ມິດ
​ກ່ຽວ​ກັບ​ບັນຫາ​ທີ່​ສຳຄັນ​ອື່ນໆ​ນັ້ນ ປັ່ນ​ປ່ວນ.

ທ່ານ Kerry ກ່າວ​ວ່າ “​ເພື່ອນໆ​ເອີ້ຍ ອັນ​ນັ້ນ ​ເປັນ​ສູດ​ທີ່​ຈະ​
ເຮັດ​ໃຫ້​ ພວກ​ເຂົາ​ເຈົ້າ ກ້າວ​ອອກ​ໄປ​ ຢ່າງໄວວາ ຈາກ​
ຢູ​ເຄຣນ ບ່ອນ​ທີ່​ພວກ​ເຂົາ​ເຈົ້າ ​ແມ່ນ​ບໍ່​ແນ່​ໃຈ​ຢູ່​ແລ້ວ ​ແລະ​
ພ້ອມ​ແລ້ວ​ທີ່​ຈະ​ກ່າວ​ວ່າ ພວກ​ເຮົາໄດ້​ທຳ​ໜ້າ​ທີ່​ ຂອງ​ພວກ
​ເຮົາ​ແລ້ວ”
ທີ່​ໝາຍ​ເຖິງ​ຄວາມ​ພະຍາ​ຍາມ ​ເພື່ອສະໜັບສະໜູູນ
ລັດຖະບານ​ຢູ​ເຄຣນ ​ໃນ​ການ​ຕໍ່ສູ້​ຕ້ານ​ຢັນ​ກັບ​ພວກ​ກະບົດ​ທີ່​ໜູນຫຼັງ​ໂດຍຣັດ​ເຊຍ.

ບັນດາທະຫານ ຢູເຄຣນ ຢູ່ເທິງລົດຫຸ້ມເກາະ APC ກຳລັງຊົມການເຝິກຊ້ອມລົບ ພາຍໃຕ້ການຊີ້ນຳ ຂອງບັນດາຄູເຝິກສອນຊາວອັງກິດ ຢູ່ທີ່ຄ້າຍທະຫານ ນອກເມືອງ Zhitomir ຂອງຢູເຄຣນ, ວັນທີ 11 ສິງຫາ 2015.

ທ່ານ Kerry ​ໄດ້​ສະ​ແດງ​ຄວາມ​ເຫັນ ​ໃນ​ວັນ​ອັງຄານ​ວານ​ນີ້ ​ໃນ​ລະຫວ່າງ ການ​ປຶກສາ​ຫາ​ລື ​ໂຄງການ​ນິວ​ເຄລຍອີຣ່ານ ທີ່​ຈັດ​ຂຶ້ນ​ໂດຍ ບໍລິສັດ​ສື່ມວນ​ຊົນ Thompson Reuters.

ລັດຖະສະພາ​ສະຫະລັດ ມີ ​ເວລາ 60 ມື້ ​ເພື່ອ​ທົບ​ທວນ​ຄືນ ຂໍ້​ຕົກລົງ​ນິວ​ເຄລຍກັບອີຣ່ານ ທີ່​ຮູ້
ຈັກ​ກັນວ່າ ​ ​ແຜນ​ປະຕິບັດ​ການ​ຮ່ວມຮອບດ້ານ ຫຼື JCPOA.

ບັນດາ ​ສະມາຊິກ​ສະພາ ສາມາດ​ຜ່ານ​ຍັດຕິ​ດ້ວຍ​ການ​ເຫັນ​ດີ ຫຼື ບໍ່​ເຫັນ​ດີ ຫຼື ບໍ່​ມີ​ຄຳ​ເຫັນ​ໄດ້. ປະທານາທິບໍດີ ສະຫະລັດ ທ່ານບາຣັກ​ ​ໂອ​ບາ​ມາ ​ໄດ້​ກ່າວ​ວ່າ ທ່ານ​ຈະ​ໃຊ້​ສິດ​ຍັບຍັ້ງ ການ​ລົງ​ຄະ​ແນນ​ສຽງ​ໃດໆ ທີ່​ບໍ່​ເຫັນ​ດີ​ເຫັນ​ພ້ອມ ​ແຕ່​ການ​ໃຊ້​ສິດ​ຍັບຍັ້ງຂອງ​ທ່ານ ອາດ​ຖືກ​ລົບ​ລ້າງ​ໄດ້​ໂດຍ ການ​ລົງ​ຄະ​ແນນ​ສຽງ 2 ສ່ວນ 3 ​ໃນ​ລັດຖະສະພາ.

​ ໃນ​ຂະນະ​ທີ່ ບັນດາ​ເຈົ້າໜ້າ​ທີ່ ລັດຖະບານ ຂອງທ່ານ​ໂອ​ບາ​ມາ ກຳລັງ​ໂຄສະ​ນາ​ກ່ຽວ​ກັບ​ຂໍ້​ຕົກລົງດັ່ງກ່າວ ​ສະ​ມາ​ຊິກ​ພັກ​ຣີພັບ​ບລີ​ກັນ ແລະ ສະ​ມາ​ຊິກພັກ​ເດ​ໂມ​ແຄຣັດ ຈຳນວນ​ໜຶ່ງ ກໍ​ໄດ້​ພາກັນອອກສຽງ ຄວາມ​ກັງວົນ​ຕ່າງໆ ກ່ຽວ​ກັບແຜນດັ່ງກ່າວ​ນັ້ນ ລວມທັງ ສະມາຊິກ​ສະພາ​ສູງ ສັງກັດ​ພັກເດ​ໂມ​ແຄຣັດ ທ່ານ Chuck Schumer ນຳ​ດ້ວຍ.

​ເມື່ອ​ອາທິດ​ ແລ້ວ​ນີ້ ທ່ານ Schumer ​ໄດ້​ປະກາດ​ວ່າ ທ່ານ ຈະ​ລົງຄະ​ແນນສຽງ ບໍ່​ເຫັນ​ດີ. ທ່ານ ກ່າວ​ວ່າ JCPOA ນັ້ນ ຈະ​ອະນຸຍາດໃຫ້ ອີຣ່ານບັນລຸ “​ສອງເປົ້າ​ໝາຍ” ຂອງ​ຕົນ ດ້ວຍ​ການ​ກຳຈັດ​ມາດ​ຕະການ​ລົງ​ໂທດ​ຕ່າງໆ ​ໃນ​ຂະນະ​ດຽວ​ກັນ ກໍ​ຈະສາມາດ​ຮັກສາໄວ້​ ພະ​ລັງງານ​ທີ່​ເປັນນິວ​ເຄລຍ ​ແລະ ບໍ່ເປັນນິວ​ເຄລຍ.

​ແຕ່​ທ່ານ Kerry ກ່າວ​ວ່າ ໃນ​ທີ່​ສຸດ​ແລ້ວ ຖ້າລັດຖະສະພາບໍ່​ຮັບຮອງ​ເອົາ​ຂໍ້​ຕົກລົງ ທີ່​ສະໜັບສະ​ໜູນ ​ໂດຍ ສະມາຊິກ​ຖາ​ວອນ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ຄົນ​ອື່ນໆ ​ແລະ ​ເຢຍຣະມັນ ທີ່​ຢູ່​ໃນບັນດາ​ປະ​ເທດກຸ່ມ P5 + 1, ມັນ​ກໍ​ອາດ​ຈະເປັນ​ຜົນ​ເສຍ​ຫາຍ​ ຕໍ່ນະ​ໂຍບາຍ​ຕ່າງປະ​ເທດ​ຂອງ​ສະຫະລັດ.