ເຮືອບິນຂອງຣັດເຊຍ ໃນຊີເຣຍ ແມ່ນເປັນ 'ກຳລັງປົກປ້ອງ' ອີງຕາມທ່ານ ແຄຣີ

ເຮືອບິນຂົນສົ່ງ ຂອງຣັດເຊຍ ຈອດຢູ່ທີ່ ນະໜາມບິນ Latakia ໃນປະເທດຊີເຣຍ (ພາບສະໜອງໂດຍ ບໍລິສັດ Stratfor, ເປັນບໍລິສັດສືບລັບດ້ານແຜນຜັງການເມືອງ ແລະ ເປັນບໍລິສັດທີ່ປຶກສາ ທີ່ຕັ້ງຢູ່ໃນນະຄອນ Austin ລັດ Texas)

ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry
ກ່າວ​ວ່າ ບັນດານັກ​ຊ່ຽວຊານ ດ້ານທະຫານສະຫະລັດ ​ເຊື່ອ
​ວ່າ ພວກເຮືອບິນ ຣັດ​ເຊຍ ທີ່ໄດ້ສົ່ງ​ໄປ​ຍັງ​ຖານ​ທັບ​ອາກາດ
​ໃນ​ຊີ​ເຣຍ ນັ້ນ ​ແມ່ນເປັນ ​“ກຳລັງ​ປົກປ້ອງ” ຂັ້ນພື້ນຖານ ​
ທີ່ແນໃສ່ເພື່ອ​ໃຫ້ການປ້ອງກັນພວກ​ທະຫານຣັດ​ເຊຍ ​ແລະ
ອາວຸດຍຸດໂທປະກອນຕ່າງໆ ຢູ່​ທີ່​ນັ້ນ.

​ແຕ່​ທ່ານ Kerry ​ໄດ້​ກ່າວ ​ໃນ​ວັນ​ອັງຄານ​ວານນີ້ວ່າ ມັນ​ຍັງ​
ບໍ່​ຈະ​ແຈ້ງ​ເທື່ອວ່າ ຈຸດປະສົງໄລຍະ​ຍາວ​ຂອງຣັດ​ເຊຍ​ນັ້ນ ​
ແມ່ນ​ເພື່ອຂະຫຍາຍ​ການ​ມີໜ້າ​ທາງ​ດ້ານ​ທະຫານ​ຢູ່​ໃນ​ຊີ​ເຣຍ.
ທ່ານ​ກ່າວ​ອີກ​ວ່າ ຖ້າຣັດ​ເຊຍ ຫາກຊອກຫາຊ່ອງ​ທາງ​ທີ່ຈະ
ຂະຫຍາຍ​ອິ​ດທິພົນ​ຢູ່ໃນ​ພາກຕາ​ເວັນ​ອອກ​ກາງ ຣັດເຊຍໄດ້​ທຳ​ໄປ​ໃນ​ທາງ​ທີ່​ຜິດ​ປົກກະຕິ ຫຼາຍ​ໂດຍ​ການ​ໃຫ້ການສະໜັບສະ​ໜູນ ລັດຖະບານ​ຊີ​ເຣຍ ທີ່​ຮັບຜິດຊອບ​ໃນການກໍ່ໂທດ ກຳຕ່າງໆ.

ທ່ານ Kerry ​ເວົ້າວ່າ “ການສະໜັບສະ​ໜູນ ປະທານາທິບໍດີ ຊີ​ເຣຍ Bashar al-Assad
ນັ້ນ ​ແມ່ນ​ເປັນ​ການ​ສະໜັບສະໜູນ ຊົນ​ກຸ່ມນ້ອຍ Shia ທີ່​ໄດ້​ທຳ​ການ​ຖິ້ມ​ລະ​ເບີດ​ຖັງ​
ຫຼາຍຄັ້ງ ​ໃສ່​ປະຊາ​ຊົນ​ຂອງ​ຕົນ, ທີ່​ໄດ້​ໃຊ້​ແກັສພິດຕໍ່​ປະຊາຊົນ​ຂອງ​ທ່ານ​ເອງ, ກໍ່​ອາ
ຊະຍາກຳ​ສົງຄາມ ທີ່​ໄດ້​ເຮັດ​ໃຫ້​ປະຊາ​ຊົນ​ຂອງ​ຕົນ​ອຶດຫິວ ​ແລະ ທໍລະມານປະຊາຊົນ​
ຂອງ​ຕົນ.”

ຣັດ​ເຊຍ ​ໄດ້​ກ່າວ​ວ່າ ຕົນ​ຢາກ​ເອົາ​ຊະນະ​ພວກ​ລັດ​ອິສະລາມ ​ແຕ່​ໄດ້​ປະຕິ​ເສດ​ທີ່​ຈະເຂົ້າຮ່ວມ ​
ກັບ​ກຸ່ມ​ແນວ​ໂຮມ​ທີ່​ນຳພາ​ໂດຍ​ສະຫະລັດ ທີ່​ມີ​ເປົ້າໝາຍເຊັ່ນ​ດຽວກັນນັ້ນ.

ທ່ານ​ Kerry ກ່າວ​ວ່າ ທ່ານ​ຫວັງ​ວ່າ ຣັດ​ເຊຍ ​ແລະ ອີຣ່ານ ຊຶ່ງ​ເປັນ​ພັນທະ​ມິດຫຼັກຂອງ​ຊີ​ເຣຍ
​ພ້ອມແລ້ວ​ທີ່​ຈະ​ທຳ​ງານ​ເພື່ອ​ສັນຕິພາບ​ໃນ​ຊີ​ເຣຍ.

ທ່ານ Kerry ​ເວົ້າອີກ​ວ່າ “​ແຕ່​ຖ້າ​ພວກ​ຣັດ​ເຊຍ ​ເຂົ້າໄປໃນ​ຊີ​ເຣຍ ​ເພື່ອ ຊຸກຍູ້ ທ່ານ Assad ​ແລະ ​ເພື່ອ​ຈັ້ງຢືນຢູ່​ນະ​ທີ່​ນັ້ນ ​ໃນ​ທາງ​ທີ່​ສະໜອງ ​ໃຫ້ທ່ານ Assad ມີ​ແນວ​ຄິດ
ຕໍ່​ໄປ​ວ່າ ຕົນ​ບໍ່​ຈຳ​ເປັນ​ທີ່​ຈະ​ຕ້ອງ​ເຈລະຈາ ຊຶ່ງ​ຂ້າ​ພະ​ເຈົ້າຄິດ​ວ່າ ມັນ​ຈະ​ເປັນ​ບັນຫາ
ສຳ​ຫລັບ​ຊີ​ເຣຍ ​ແລະ ສຳ​ຫລັບ ທຸກໆ​ຄົນ ຜູ້​ທີ່​ຢາກໃຫ້​ບັນຫາ​ນີ້ ທີ່​ແກ່ຍາວ​ມາ​ໄດ້​
ດົນ​ນານ​ແລ້ວ​ ໃນ​ປັດຈຸບັນ​ນີ້ ​ໃຫ້ສິ້ນ​ສຸດ​ລົງ​.”

Your browser doesn’t support HTML5

US Warns Moscow Against ‘Fanning the Flames’ in Syria