ທ່ານ Kerry ຍົກຍ້ອງ ສາຍສຳພັນ ໃນອະດີດ ແລະ ປັດຈຸບັນ ກັບໝູ່ເກາະ ໂຊໂລມອນ

ລັດຖະມົນຕີການຕ່າງປະເທດ ສະຫະລັດ John Kerry ໂບກມື້ອຳລາ ຢູ່ໃນນະຄອນ Sydney ປະເທດອອສເຕຣເລຍ ເມື່ອວັນພຸດ ທີ 13 ກໍລະກົດ 2014.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry
​ໄດ້​ໄປ​ຮອດ​ໝູ່ເກາະ Solomon ບ່ອນ​ທີ່​ທ່ານ​ຈະ​ເຂົ້າຮ່ວມ
​ພິທີ​ທີ່​ລະນຶກເຖິງການ​ຮ່ວມ​ໄມ້​ຮ່ວມ​ມືຂອງປະເທດດັ່ງກ່າວ
ກັບ​ກອງ​ກຳລັງ​ພັນທະ​ມິດ ​ໃນ​ສົງຄາມ​ໂລກ​ຄັ້ງທີ 2.

ຫຼັງຈາກໄດ້ເດີນທາງໄປເຖິງນະຄອນຫລວງ Honiara ​ເມື່ອ
​ວັນ​ພຸດ​ມື້​ນີ້ ແລ້ວ ທ່ານ Kerry ​ກໍໄດ້ໄປ​ວາງ​ພວງມາ​ໄລ​ຢູ່ທີ່​
ອະນຸສາວະລີສຳ​ຫລັບ​ຊາວ​ Solomon ​ທີ່​ໄດ້​ໃຫ້​ຄວາມ​ຊ່ວຍ
​ເຫຼືອໃນການຕໍ່ສູ້​ກັບ​ກອງ​ກຳລັງ​ຂອງ​ຍີ່ປຸ່ນ.

ຢູ່​ທີ່​ໝູ່​ເກາະ Solomon ໄດ້ມີການສູ້ລົບກັນຢ່າງ​ໜັກໜ່ວງ ​
ລະຫວ່າງ​ຍີ່​ປຸ່ນ ​ແລະ ສະຫະ​ລັດ ລວມທັງ​ການ​ສູ້​ລົບ​ທີ່​ໄດ້​ເຮັດ​ໃຫ້ທ່ານ​ John F. Ken-
nedy ​ຊຶ່ງໄດ້​ເປັນປະທານາທິບໍດີຕໍ່​ມານັ້ນຕົກຄ້າງທີ່​ເກາະ​ຫິນ​ປະ​ກາ​ລັງ​ແຫ່ງ​ໜຶ່ງ. ທ່ານ
Kennedy ແລະ ພວກລູກ​ເຮືອ​ ຂອງເຮືອ​ລາດຕະ​ເວນ​ຊຶ່ງໄດ້ຫລົ້ມຢູ່ທີ່​ນັ້ນ ​ໄດ້​ຮັບ​ການ
ຊ່ວຍ​ເຫລືອຈາກຊາວ​ເກາະ Solomon ສອງ​ຄົນ ຊຶ່ງ​ຜູ້​ສຸ​ດທ້າຍ ​ໄດ້​ເສຍ​ຊີວິດ​ ເມື່ອ​ຕົ້ນ
​ເດືອນ​ນີ້ຮວມ ອາຍຸ​ໄດ້ 93 ປີ.

ທ່ານ Kerry ກ່າວ​ວ່າ ທັງ​ສອງ​ປະ​ເທດ ຍັງ​ຄົງ​ມີ​ຄວາມ​ຜູກ​ພັນ​ກັນ “​ໃນຫຼາຍໆ​ດ້ານ”
ແລະ ມີ​ຄວາມ​ເພິງ​ພໍ​ໃຈກັບ “ສາຍ​ພົວພັນ​ອັນ​ຍິ່ງໃຫຍ່​ນີ້.” ທ່ານ​ຍັງ​ໄດ້ສະ​ແດງຄວາມ
ຫວັງ​ອອກມາວ່າ ການ​ເລືອກ​ຕັ້ງ ຊຶ່ງຄາດວ່າຈະມີຂຶ້ນໃນ​ທ້າຍ​ປີ​ນີ້ຈະ​ຊ່ວຍ “ນຳ​ເອົາ​
ພາກສ່ວນ​ຕ່າງໆ​ເຂົ້າຮ່ວມ​ກັນເພື່ອອະນາຄົດ”
ສຳ​ຫລັບ​ປະ​ເທດ​ຂອງເກາະ​ດອນ
ນ້ອຍໆແຫ່ງນີ້ ທີ່​ໄດ້​ປະສົບ​ກັບ​ຄວາມ​ບໍ່​ສະຫງົບ​ມາຫຼາຍປີ​ແລ້ວນັ້ນ.

ຫົວໜ້ານັກ​ການ​ທູດ​ສະຫະລັດທ່ານນີ້ ​ໄດ້​ໄປ​ເຖິງ​ນະຄອນ​ຫລວງ Honiara ຈາກ
ນະຄອນ Sydney​ ບ່ອນ​ທີ່ທ່ານ ​ແລະຫົວໜ້າ​ທຳ ນຽບຫ້າ​ແຈ ທ່ານ Chuck Hagel ​
ໄດ້​ເຂົ້າຮ່ວມກອງ​ປະ​ຊຸມ​ຄວາມ​ໝັ້ນຄົງ​ປະຈຳ​ປີກັບບັນດາ​ເຈົ້າໜ້າ​ທີ່​ຂອງ Australia.
ຜູ້ນຳທັງ​ສອງ ຍັງ​ໄດ້​ເຂົ້າຮ່ວມໃນການ​ພົບ​ປະ ​ກັບຄູ່ຕຳແໜ່ງຈາກບັນດາ​ປະ​ເທດໃນ
ເຂດ​ເອ​ເຊຍ​ຕາ​ເວັນອອກສຽງ​ໃຕ້ ​ທີ່ມຽນມານຳດ້ວຍ.