ການເຈລະຈາ ກ່ຽວກັບ ໂຄງການນິວເຄລຍ ຂອງອີຣ່ານ ເລີ້ມຄືນອີກ

Your browser doesn’t support HTML5

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານ John Kerry
ແລະລັດຖະມົນຕີ ຕ່າງປະເທດອີຣ່ານ ທ່ານ Mohammad
Javad Zarif ໄດ້ພົບປະກັນທີ່ປະເທດອອສເຕຣຍໃນວັນເສົາ
ມື້ນີ້ ໃນການເຈລະຈາຫາລືຮອບຫລ້າສຸດ ເພື່ອໃຫ້ບັນລຸຂໍ້ຕົກ
ລົງດ້ານນິວເຄລຍລະຫວ່າງອີຣ່ານແລະບັນດາປະເທດມະຫາ
ອຳນາດຂອງໂລກ.

ເຈົ້າໜ້າທີ່ອະວຸໂສຄົນນຶ່ງ ຂອງກະຊວງການຕ່າງປະເທດສະ
ຫະລັດກ່າວໃນວັນສຸກວານນີ້ວ່າ ຂໍ້ຕົກລົງນິວເຄລຍຊົ່ວຄາວ ໄດ້ມີການຕໍ່ອາຍຸໄປຮອດວັນຈັນຈະມາ ເພື່ອອຳນວຍໃຫ້ຄະ
ນະເຈລະຈາ ທີ່ນະຄອນວຽນນາ ມີເວລາຕື່ມ ໃນການຕໍ່ລອງ
ກັນເພື່ອໃຫ້ບັນລຸການຕົກລົງໃນຂອບເຂດທີ່ກວ້າງຂວາງ.

Your browser doesn’t support HTML5

On the Scene: Iran Nuclear Talks Enter Day 15

ເຈົ້າໜ້າທີ່ທ່ານນີ້ ກ່າວວ່າ “ເພື່ອອຳນວຍໃຫ້ມີເວລາເພີ້ມຕື່ມ ສຳລັບການເຈລະຈາ ພວກ ເຮົາໄດ້ເອົາບາດກ້າວ ທີ່ຈຳເປັນຕ່າງໆ ທາງດ້ານເທັກນິກ ເພື່ອໃຫ້ມາດຕະການກ່ຽວກັບ ແຜນການປະຕິບັດງານຮ່ວມ ຍັງມີຜົນບັງຄັບ ໄປຈົນຮອດວັນທີ 13 ກໍລະກົດ.” ຂໍ້ຕົກລົງ ຊົ່ວຄາວດັ່ງກ່າວ ໄດ້ບັນລຸກັນ ໃນເດືອນເມສາຜ່ານມາ ແລະເສັ້ນຕາຍຕົ້ນຕໍໃນວັນທີ 30 ມິຖຸນາເພື່ອໃຫ້ບັນລຸການຕົກລົງ ແມ່ນໄດ້ຜ່ານພົ້ນໄປແລ້ວ.

ໃນວັນສຸກວານນີ້ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ກ່າວວ່າ
ການເຈລະຈາກັນແມ່ນມີຄວາມຄືບໜ້າ.

ທ່ານ Kerry ກ່າວຕໍ່ພວກນັກຂ່າວວ່າ “ພວກເຮົາຍັງມີສອງສາມເລື້ອງ ທີ່ຫຍຸ້ງຍາກຫຼາຍ ແລະພວກເຮົາຈະນັ່ງລົງ ຫາລືກັນກ່ຽວກັບບັນຫາເຫຼົ່ານັ້ນໃນໄວໆນີ້. ແຕ່ຂ້າພະເຈົ້າຄິດ
ວ່າ ພວກເຮົາໄດ້ແກ້ໄຂບາງເລື້ອງທີ່ເດັ່ນໆໄປແລ້ວແລະພວກເຮົາໄດ້ມີຄວາມຄືບໜ້າຈຳ ນວນນຶ່ງ.”

ທ່ານ Kerry ໄດ້ພົບປະກັບທ່ານ Zarif ແລະບັນດາເຈົ້າໜ້າທີ່ດ້ານນະໂຍບາຍການຕ່າງ ປະເທດຂອງສະຫະພາບຢູໂຣບ ໃນຕອນເຊົ້າຂອງວັນສຸກວານນີ້.

ເມື່ອມີການຖາມວ່າ ທ່ານຈະຢູ່ທີ່ນະຄອນຫຼວງຂອງອອສເຕຣຍຕໍ່ໄປຫລືບໍ່? ທ່ານ Zarif
ຕອບວ່າ ເບິ່ງຊົງຄືຈະເປັນຈັ່ງຊັ້ນ. ທ່ານໄດ້ຮ້ອງລົງມາໃສ່ພວກນັກຂ່າວ ແຕ່ລະບຽງຂອງ ໂຮງໂຮມ ຊຶ່ງເປັນສູນກາງທີ່ເປີດການເຈະລະຈາກັນນັ້ນ. ທ່ານ Zarif ກ່າວວ່າ “ພວກເຮົາ ບໍ່ມີເສັ້ນຕາຍ ພວກເຮົາບໍ່ມີ ຂ້າພະເຈົ້າຕ້ອງການຂໍ້ຕົກລົງທີ່ດີ.”

Your browser doesn’t support HTML5

Kerry on Iran Talks: 'We Will Not Wait Forever'