ປ. Obama ຮຽກຮ້ອງໃຫ້ ທ່ານ Abbas ຮັບເອົາຂອບ ເພື່ອ ເຈລະຈາກັນຕື່ມ (ວີດີໂອ)

Your browser doesn’t support HTML5

ລັດຖະມົນຕີຕ່າງປະ​ເທດ ສະຫ​ະລັດ ທ່ານ John Kerry
ມີ​ແຜນ​ທີ່​ຈະ​ດຳ​ເນີນ ການ​ຊຸກຍູ້​ໄປ​ໜ້າກ່ຽວ​ກັບການ​ເຈ
ລະຈາສັນຕິພາບ ລະຫວ່າງ ອິສຣາ​ແອ​ລ ​ແລະ​ ປາ​ແລ​ສ
ຕາຍ ​ໃນ​ບໍ່​ເທົ່າ​ໃດ​ວັນ​ຈະ​ມາ​ເຖິງ​ນີ້ ຫລັງ​ຈາກທ່ານ​ແລະ​
ປະທານາທິບໍດີ Barack Obama ​ໄດ້​ພົບ​ກັບປະທານາ
ທິບໍດີ ປາ​ແລ​ສຕາຍ ທ່ານ Mahmoud Abbas.

​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ຂອງກະຊວງ​ການ​ຕ່າງປະ​ເທດ ສະຫະລັດ
ຄົນ​ນຶ່ງ ​ກ່າວໃນ​ຕອນ​ແລງ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ Kerry
​ແລະ ທ່ານ Abbas ​ໄດ້​ພົບ​ປ​ະກັນ​ເປັນ​ເທຶ່ອທີສອງ​ເພື່ອ
“​ແລກປ່ຽນ​ຄວາມຄິດ​ເຫັນ” ​ແລະ​ໂອ້​ລົມ ​ກ່ຽວກັບຊ່ອງທາງ
ທີ່ ອາດ​ເປັນ​ໄປ​ໄດ້ ໃນການ​ເຈລະຈາ​ສັນຕິພາບ.

ຢູ່​ໃນ​ການ​ພົບປະກ່ອນໜ້ານີ້ ​ທີ່ທຳນຽບຂາວ ທ່ານ Obama ​ໄດ້​ຮຽກຮ້ອງ​ໃຫ້ ທ່ານ
Abbas ຈົ່ງ​ທຳການຕັດສິນ​ໃຈ​ທີ່ຍາກລຳບ​າກ​ນີ້ ​ແລະ​ຮັບ​ເອົາ​ຄວາມສ່ຽງ​ໃນການມີ
ສັນຕິພາບ​ກັບກັບອິສຣາ​ແອ​ລ.

ທ່ານ Obama ກ່າວ​ວ່າ : “​ເປັນ​ສິ່ງ​ທີ່​ຍາກລຳບາກຫຼາຍ ​ເປັນເລື່ອງ​ທີ່​ທ້າ​ທາຍ​ທີ່​ສຸດ.
ພວກ​ເຮົາ​ຕ້ອງ​ໄດ້ທຳການຕັດສິນໃຈທີ່​ຫຍຸ້ງຍາກ​ລຳບາກ ຈຳນວນ​ນຶ່ງ​ທາງ ດ້ານ​ການ
​ເມືອງ ​ແລະ​ຄວາມສ່ຽງ ຖ້າ​ຫາກ​ວ່າພວກ​ເຮົາຢາກ​ສາມາດ​ກ້າວ​ໄປ​ໜ້າ​ໄດ້.”

ສ່ວນທ່ານ Abbas ກ່າວ​ວ່າ ທ່ານຕ້ອງການຢາກ​ເຫັນ ອິສຣາ​ແອ​ລ ທຳການ​ປ່ອຍ​ໂຕ
ຕາມໝາຍກຳນົດ​ ພວກນັກ​ໂທດປາແລສຕາຍກຸ່ມ​ສຸດ​ທ້າຍ.

ທ່ານ Abbas ກ່າວ​ວ່າ : ທ່ານ ປະທານາທິບໍດີ ພວກ​ເຮົາ​ໄດ້ມີການຕົກລົງກັບ ອິສຣາ​
ແອ​ລທີ່ໄກ່ເກ່ຍ​ໂດຍທ່ານ Kerry ກ່ຽວກັບ​ການ​ປ່ອຍ​ໂຕ​ບັນ​ດາ​ນັກ​ໂທດ​ຊຸດທີ​ສີ່ ​ແລະ
​ພວກ​ເຮົາ​ຫວັງ​ວ່າ ຊຸດ​ທີ​ສີ່​ນີ້ ຈະຖືກ​ປ່ອບ​ໂຕ​ໃນ​ວັນ​ທີ 29 ​ເດືອນ​ມີນາ​ນີ້ ​ເພາະວ່າ​ເລຶຶ້ອງ
ດັ່ງກ່າວ​ຈະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ ຄວາ​ມ​ປະທັບໃຈອັນໜັກ ແໜ້ນ​ ກ່ຽວກັບ​ການ​ເຮັດ​ແທ້
​ທຳຈິງ ໃນການດຳເນີນຄວາມພະຍາ​ຍາມ​ທັງຫລາຍ ​ເພື່ອ​ບັນລຸສັນ​ຕິ​ພາບ.”

ນອກນັ້ນທ່ານ Obama ຍັງ​ໄດ້​ກົດດັນໃຫ້ ນາຍົກລັດຖະມົນຕີ ອິສຣາ​ແອ​ລ ທ່ານ
Benjamin Netanyahu ຈົ່ງ​ດຳເນີນການຕໍ່ໄປກ່ຽວ​ກັບ​ ການ​ປ່ອຍ​ນັກ​ໂທດແລະ ກ່າວ
​ວ່າ ທຸກ​ຝ່າຍຈະ​ຕ້ອງ​ມີການຜ່ອນສັ້ນຜ່ອນຍາວ​ ເພື່ອ​ຈະບັນລຸ​ສັນຕິພາບໄດ້.