ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ກ່າວວ່າ ໃນອີກບໍ່ເທົ່າໃດມື້ ຕໍ່ໜ້ານີ້ ຈະເປັນຊ່ວງເວລາສຳຄັນ
ໃນການເສີມສ້າງແຮງກະຕຸ້ນ ເພື່ອກ້າວໄປສູ່ເປົ້າໝາຍ
“ຂອງການຫຼຸດຜ່ອນບັນຫາຂັດແຍ້ງທີ່ດຳເນີນມາເປັນເວລາ
5 ປີ ຢູ່ໃນຊິເຣຍ.”
ທ່ານໄດ້ກ່າວຕໍ່ບັນດາພວກນັກຂ່າວ ໃນແລງວັນຈັນວານນີ້
ໃນນະຄອນຫຼວງວໍຊີງຕັນ ໃນຂະນະທີ່ ຊິເຣຍ ກຳລັງຢ່າງກ້າວ
ເຂົ້າ ເຂົ້າສູ່ວັນທີ 4 ໃນການຍຸດຕິການເປັນປໍລະປັກ ທີ່ຮວມທັງ
ພວກຕໍ່ສູ້ທີ່ສະໜັບສະໜຸນຝ່າຍລັດຖະບານ ແລະກອງກຳລັງ
ຕໍ່ຕ້ານ ແຕ່ບໍ່ຮວມເອົາກຸ່ມລັດອິສລາມ ຫຼື ກຸ່ມ Jabhat al-
Nusra ທີ່ເປັນເຄືອຂ່າຍຂອງກຸ່ມກໍ່ການຮ້າຍ al-Qaida.
ທ່ານ Kerry ໄດ້ກ່າວວ່າ ທ່ານແລະລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ເຫັນພ້ອມນຳກັນທີ່ວ່າ ໄດ້ມີການລະເມີດຈຳນວນນຶ່ງເກີດຂຶ້ນ ນັບຕັ້ງແຕ່ການຢຸດຍິງເລີ້ມ ຂຶ້ນໃນວັນເສົາຜ່ານມານີ້ ແຕ່ວ່າພວກທ່ານບໍ່ຕ້ອງການຍົກເອົາຂຶ້ນມາເວົ້າ ຢ່າງເປັນການເປີດເຜີຍ. ແຕ່ແທນທີ່ ພວກທ່ານຈະກາງຕໍ່ຄະນະກຳມະການທີ່ນຳພາໂດຍປະເທດທັງສອງ ທີ່ຈະທຳການສືບສວນສອບສວນ ໃນທຸກໆກໍລະນີທີ່ໄດ້ຖືກລາຍງານ ກ່ຽວກັບການລະເມີດ ແລະສົ່ງເສີມໃຫ້ມີການປະຕິບັດຕາມດ້ວຍການຢຸດຍິງ.
Your browser doesn’t support HTML5
Next Few Days Critical to Success of Syrian Cease-Fire
ທ່ານ Kerry ໄດ້ກ່າວວ່າ “ມັນເປັນການຍາກລຳບາກຫຼາຍ ແຕ່ວ່າ ຄວາມຈິງແລ້ວພວກເຮົາແມ່ນຕ້ອງໄດ້ຍຸຕິວົງຈອນຂອງການສູ້ລົບແລະການນອງເລືອດທີ່ທຳລາຍຊິເຣຍ. ນັ້ນລະເປັນການງ່າຍ.”
ຄະນະກຳມະການທີ່ຕິດຕາມເບິ່ງການຢຸດຍິງ ໄດ້ພົບປະກັນໃນວັນຈັນວານນີ້ ແລະທ່ານ Kerry ໄດ້ກ່າວວ່າ ຍັງຈະສືບຕໍ່ມີການປະຊຸມກັນ ຢູ່ເປັນປະຈຳ.
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ຍັງໄດ້ກ່າວວ່າ ເຖິງແມ່ນວ່າ “ໄດ້ມີເຫດຮ້າຍຈຳນວນນຶ່ງ” ເກີດຂຶ້ນກໍ່ຕາມ ແຕ່ວ່າການຢຸດຕິການເປັນປໍລະປັກຕໍ່ກັນນັ້ນ ຍັງໄດ້ຮັບການເຄົາລົບຢູ່ຕໍ່ມາ.
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Ash Carter ໄດ້ກ່າວວ່າ “ຖ້າຫາກວ່າ ໄດ້ມີ
ການເຄົາລົບກັນຢ່າງເໝາະສົມ ຕໍ່ ການຢຸດຍິງແລ້ວ ມັນກໍຈະນຳໄປສູ່ການຫຼຸດຜ່ອນຄວາມ
ຮຸນແຮງລົງ.”