ລມຕ ການ​ຕ່າງປະ​ເທດ​ ສຫລ ທ່ານ Kerry ​ ຮຽກຮ້ອງ ໃຫ້ຍຸຕິຄວາມຮຸນແຮງ ໃນ ອິສຣາແອລ

Your browser doesn’t support HTML5

ທ່ານ Benjamin Netanyahu ນາຍົກລັດຖະມົນຕີ Israel ຍັງ​ສືບ​ຕໍ່​ຊີ້​ໜ້າ​ແລະ​ຖິ້ມໂທດ
​ໃສ່ຝ່າຍປາ​ແລ​ສ​ໄຕນ໌ ​ໃນ​ເຫດ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ເມື່ອ​ໄວໆ​ມາ​ນີ້​ໃນ Israel ນັ້ນ.

​ໃນ​ຂະນະ​ທີ່​ທ່ານ​ຈະທຳການ​ໂອ້​ລົມ​ສົນທະນາ​ກັບລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໃນ​ວັນ​ພະຫັດ​ມື້​ນີ້ ທ່ານ Netanyahu ​ໄດ້​ກ່າວ​ວ່າ ມັນ​ຈະ “ບໍ່​ມີ​ຄຳ​ຖາມ​ໃດໆ” ທີ່​ວ່າຄື້ນຟອງ​ຂອງການ​ໂຈມ​ຕີ​ທີ່​ຮ້າຍ​ແຮງໃນປັດຈຸບັນນີ້ ແມ່ນເກີດຈາກ “ການ​ຍຸຍົງ.” ໂດຍກົງ.

ທ່ານ Netanyahu ກ່າວວ່າ “ການ​ຍຸຍົງ ຈາກ​ກຸ່ມ Hamas, ການ​ຍຸຍົງ​ຈາກ​ຂະບວນການ
ອິສລາມ​ໃນ Israel, ນີ້​ເປັນ​ການຍຸຍົງ, ຂ້າພະ​ເຈົ້າ​ຂໍ​ໂທດ ທີ່​ເວົ້າ​ແບບ​ນີ້ ຈາກປະທາ​ນາທິບໍດີ Abbas ​ແລະ​ຈາກອຳນາດການປົກຄອງປາແລສໄຕນ໌.”

ທ່ານ ​ໄດ້ກ່າວ​ອ້າງ​ເຖິງ​ເຫດການ​ໃນ​ວັນ​ພະຫັດ​ມື້​ນີ້ ທີ່​ທ່ານ​ໄດ້​ກ່າວ​ວ່າ “ພວກ​ກໍ່​ການ​ຮ້າຍ​ສອງ​ຄົນ ໄດ້​ພະຍາຍາມ​ສັງຫານພວກ​ເດັກນ້ອຍ​ນັກຮຽນ ທີ່ເຕັມ​ລົດ​ເມ​ຄັນນຶ່ງ.”

​ລາຍງານຂ່າວ​ຂອງ Israel ແຈ້ງ​ວ່າ ຊາຍຊາວ​ປາ​ແລ​ສ​ໄຕ​ນ໌ 2 ຄົນ ​ໄດ້ແທງຜູ້​ຊາຍ​ຊາວ​ຢິວ ​ໃນ​ເມືອງ Beit Shemesh ​ໃນ​ວັນພະຫັດມື້ນີ້ ຫຼັງ​ຈາກ​ທີ່​ໄດ້​ພະຍາຍາມ​ຂຶ້ນ​ລົດ​ເມ​ໂຮງຮຽນ​ນັ້ນ.

ປະທານາທິບໍດີ ປາແລວໄຕນ໌ທ່ານ Mahmoud Abbas, ປະທານ ຂອງພັກ ເສລີປະຊາທິປັດ ໃນກອງປະຊຸມ West Bank ເມືອງ Ramallah, 22 ສິງຫາ 2015.

ລັດຖະມົນຕີ​ການ​ຕ່າງປະເທດ Kerry ​ໄດ້​ຮຽກຮ້ອງ​ໃຫ້​ຍຸຕິ​ຄວາມ​ຮຸນ​ແຮງ ​ແຕ່​ກໍບໍ່​ໄດ້​ຖິ້ມ​ໂທດ​ໃສ່​ຝ່າຍ​ໃດ​ຝ່າຍ​ນຶ່ງ ​ໃນ​ຂະນະ​ທີ່​ທ່ານ​ມຸ້ງ​ໜ້າ​ໄປເຈລະຈາໂອ້ລົມ​ກັບ​ທ່ານ Netanyahu ​ໃນ​ນະຄອນ Berlin.

ທ່ານ Kerry ​ໄດ້​ກ່າວ​ວ່າ “​ແນ່ນອນມັນເປັນສິ່ງສຳຄັນຫຼາຍ ທີ່​ຈະ​ຍຸຕິ​ທຸກການ​ຍຸຍົງ​ ແລະ​ຄວາມ​ຮຸນ​ແຮງ ​ແລະ​ຊອກ​ຫາ​ຊ່ອງ​ທາງ​ເພື່ອກ້າວໄປ​ເບື້ອງ​ໜ້າ.”

ທ່ານ Kerry ​ໄດ້​ກ່າວ​ຕໍ່​ທ່ານ Netanyahu ວ່າ “ພວກ ​ເຮົາ​ຮູ້​ ກັນ​ແລະ​ກັນ​ເປັນ​ຢ່າງດີ, ຂ້າພະ​ເຈົ້າ​ເຊື່ອ​ວ່າ ພວກ​ເຮົາ​ມີ​ຄວາມ​ສາມາດ ທີ່​ຈະ​ປ່ຽນ​ແປງ​ໄດ້ ​ແລະ​ນີ້​ແມ່ນ​ຈຸດປະສົງ​ທີ່​ຂ້າພະ​ເຈົ້າ​ມາ​ທີ່​ນີ້.”

Your browser doesn’t support HTML5

US Seeks to Defuse Israeli-Palestinian Tensions