ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ກຳລັງເດີນ ທາງໄປຍັງ ນະຄອນ ຫລວງປັກກິ່ງ ຫຼັງຈາກທີ່ໄດ້ໄປຢ້ຽມຢາມປະເທດ ມົງໂກເລຍ ຊຶ່ງເປັນຈຸດໝາຍປາຍທາງ ທີ່ບໍ່ຄ່ອຍເຫັນ ໃນວຽກງານການເດີນທາງຮອບໂລກຂອງທ່ານ ແລະ ເປັນຄັ້ງທຳອິດ ທີ່ ເດີນທາງໄປຍັງປະເທດ ທີ່ບໍ່ມີທາງອອກສູ່ທະເລດັ່ງກ່າວ ໃນຖານະເປັນນັກການທູດ ຂັ້ນສູງສຸດ ຂອງສະຫະລັດ.

ແຜນການເດີນທາງ ຂອງລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ ຈອນ ແຄຣີ ຈາກນະຄອນຫຼວງ ປາຣີ ໄປຍັງ ນະຄອນຫຼວງ ອູລານບາຕໍ ຕໍ່ໄປຍັງນະຄອນຫຼວງປັກກິ່ງ.
ທ່ານ Kerry ໄດ້ພັນລະນາເຖິງປະເທດມົງໂກເລຍ ໃນວັນອາທິດມື້ນີ້ ວ່າ ເປັນແຫລ່ງທີ່ “ອຸດົມສົມບູນໄປດ້ວຍປະຊາທິປະໄຕ.” ປະເທດນີ້ ໄດ້ຖືກຫ້ອມລ້ອມ ໂດຍລັດຖະບານ ທີ່ປົກຄອງດ້ວຍພັກການເມືອງພຽງພັກດຽວ ຂອງປະເທດຣັດເຊຍ ແລະ ຈີນ.
ໃນປີ 1987 ສະຫະລັດ ໄດ້ສ້າງຕັ້ງສາຍສຳພັນທາງການທູດ ກັບມົງໂກເລຍ ທີ່ຮູ້ຈັກກັນດີ ໃນຖານະທີ່ເປັນບ່ອນກຳເນີດ ຂອງຈັກກະພັດ Genghis Khan ຂອງມົງໂກລ. ວໍຊິງຕັນ ໄດ້ໃຫ້ການສະໜັບສະໜູນທາງດ້ານການເມືອງ ແລະ ການພັດທະນາດ້ານເສດຖະກິດ ແກ່ມົງໂກເລຍ ແລະຍັງຮັກສາໄວ້ສາຍສຳພັນທີ່ດີຕະຫຼອດມາ ກັບບັນດາປະເທດຍັກໃຫຍ່ທີ່ເປັນເພື່ອນບ້ານຂອງປະເທດດັ່ງກ່າວນຳດ້ວຍ.

ລັດຖະມົນຕີຕ່າງປະເທດ ສະຫະລັດ John Kerry, ຊ້າຍ, ກັບ ລັດຖະມົນຕີຕ່າງປະເທດ ມົງໂກເລຍ Lundeg Purevsuren ເຂົ້າຮ່ວມກອງປະຊຸມ ຖະແຫລງຂ່າວ ທີຈັດຂຶ້ນຢູ່ທີ່ກະຊວງການຕ່າງປະເທດ ມົງໂກເລຍ ໃນນະຄອນ Ulaanbaatar ຂອງມົງໂກເລຍ, ວັນທີ 5 ມິຖຸນາ 2016.
ເຖິງຢ່າງໃດກໍຕາມ ບັນຫາບາງຢ່າງ ທາງດ້ານປະຊາທິປະໄຕ ແລະ ສິດທິມະນຸດ ໃນ ມົງໂກເລຍ ປັດຈຸບັນນີ້ ແມ່ນໄດ້ຕົກເປັນຄຳຖາມ. ລາຍງານເລື້ອງສິດທິມະນຸດ ຂອງກະ ຊວງການຕ່າງປະເທດສະຫະລັດ ໃນມົງໂກເລຍ ຊີ້ໄປຍັງ “ກົດໝາຍທີ່ບໍ່ຊັດເຈນ ແລະ ຂາດຄວາມໂປ່ງໃສ ໃນຂັ້ນຕອນດ້ານນິຕິບັນຍັດ ບໍລິຫານ ແລະຕຸລາການ” ທີ່ “ໄດ້ ບ່ອນທຳລາຍ ປະສິດທິພາບຂອງລັດຖະບານ ແລະ ຄວາມເຊື່ອໝັ້ນຂອງມະຫາຊົນ ແລະ ສົ່ງເສີມໃຫ້ມີການສໍ້ລາດບັງຫຼວງ.”
ທ່ານ Kerry ໄດ້ເລີ້ມຕົ້ນໂຄງການຊ່ວຍເຫຼືອໃໝ່ ຂອງອົງການ USAID ໃນຂະນະທີ່ ຢູ່ໃນ ມົງໂກເລຍເພື່ອ “ເພີ້ມການພົວພັນຂອງປະ ຊາຊົນ ເຂົ້າໃນຂະບວນການ ໃນດ້ານການ ເມືອງທີ່ເປັນປະຊາທິປະໄຕ ແລະ ຍັງຈະເສີມຂະຫຍາຍ ການປົກຄອງທີ່ດີ ໃນ ມົງໂກເລຍ ນຳດ້ວຍ” ອີງຕາມກະຊວງການຕ່າງປະເທດ.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ຮັບເອົາ aaruul ຂອງຂວັນທີ່ເປັນ -- ເນີຍແຫ້ງແຂງ -- ຈາກແມ່ຍິງ ແຕ່ງກາຍໃນຊຸດປະເພນີຂອງມົງໂກເລຍ ທີ່ມາຕ້ອນຮັບ ທ່ານໃນຂະນະເດີນທາງໄປເຖິງ ສະໜາມບິນ ສາກົນ Chinggis Khaan ໃນນະຄອນຫຼວງອູລານບາຕໍ ຂອງມົງໂກເລຍ, ວັນທີ 5 ມິຖຸນາ 2016.
ປະເພນີງານສະຫຼອງດ້ານວັດທະນະທຳຂອງຊາວມົງໂກເລຍ ທີ່ເອີ້ນວ່າ nadaam ຊຶ່ງໄດ້ ປະກອບດ້ວຍລາຍການຕ່າງໆ ເຊັ່ນ ການແຂ່ງມ້າ ມວຍປ້ຳ ແລະ ຍິງທະນູ ໄດ້ເປັນ ຈຸດເດັ່ນ ຂອງການເດີນທາງຢ້ຽມຢາມ ຂອງທ່ານ Kerry ເພື່ອສົ່ງເສີມວັດທະນະທຳ ແລະ ການພົວພັນແບບປະຊາຊົນຕໍ່ປະຊາຊົນ ກັບ ມົງໂກເລຍ.
ທ່ານ Kerry ໄດ້ລອງຍິງທະນູ ແລະໄດ້ໂອ້ລົມກັບຜູ້ຊະນະເລີດຂອງການແຂ່ງຂັນມວຍປ້ຳ ກ່ອນທີ່ທ່ານຈະອອກເດີນທາງໄປຍັງຈີນ.