ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ກ່າວໃນວັນສຸກວານນີ້ວ່າ ສະຖານະການໃນຊີເຣຍໄດ້ຊຸດໂຊມລົງຢ່າງໜັກ ນັບຕັ້ງແຕ່ໄດ້ມີຄວາມສະຫງົບເປັນເວ ລາສັ້ນໆ ລຸນຫລັງທີ່ໄດ້ບັນລຸຂໍ້ຕົກລົງຢຸດຍິງເມື່ອເດືອນກຸມພາຜ່ານມາ ແຕ່ກໍໃຫ້ຄຳໝັ້ນ ສັນຍາວ່າ ສະຫະລັດແລະຣັດເຊຍແມ່ນໃກ້ທີ່ຈະບັນລຸຂໍ້ຕົກລົງສະບັບໃໝ່ທີ່ມີຄວາມຄົງທົນຖາວອນຫຼາຍກວ່າເກົ່າ.
ທ່ານ Kerry ໃຫ້ຄວາມເຫັນດັ່ງກ່າວຢູ່ນະຄອນເຈນີວາຫຼັງຈາກໄດ້ພົບປະຢ່າງຍືດຍາວ ກັບລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov. ພວກນັກການທູດ ທັງສອງ ກຳລັງຊອກຫາຊ່ອງທາງ ເພື່ອໃຫ້ມີການຕົກລົງກັນ ກ່ຽວກັບການຮ່ວມມືທາງ ທະຫານແລະການແບ່ງປັນຂໍ້ມູນໃນຄວາມພະຍາຍາມເພື່ອເອົາຊະນະກຸ່ມລັດອິສລາມ ໃນຊີເຣຍ ຊຶ່ງເປັນສິ່ງທີ່ທັງສອງຝ່າຍຕ່າງກໍມີຄວາມຕ້ອງການນັ້ນ.
ທ່ານ John Kerry ຈັບມືກັບ ລມຕ ຕ່າງປະເທດຣັດເຊຍ ທ່ານ Sergey Lavrov ກ່ອນພົບປະກັນ ຢູ່ເຈນີວາ.
ທ່ານ Kerry ກ່າວວ່າ ປະຊາຊົນຊາວຊີເຣຍ ແມ່ນໄດ້ຮັບຜົນປະໂຫຍດ ຈາກຄວາມສະ ຫງົບທີ່ເກີດຂຶ້ນລຸນຫລັງການຕົກລົງກັນໃນເດືອນກຸມພາ ແຕ່ຜົນປະໂຫຍດທີ່ໄດ້ຮັບມາ ກັບສູນເສຍໄປ ເວລາການລະເມີດຢຸດຍິງ ຊຶ່ງໃນທີ່ສຸດ ໄດ້ກາຍເປັນສະພາບປົກກະຕິ ແທນທີ່ຈະແມ່ນການຍົກເວັ້ນ.
ທ່ານ Kerry ກ່າວວ່າ ທັງສອງຝ່າຍໄດ້ຕົກລົງກັນວ່າ ຈະບໍ່ມີການແກ້ໄຂທາງທະຫານຕໍ່ບັນຫາສົງຄາມກາງເມືອງໃນຊີເຣຍແລະການເຈລະຈາໃນຮອບສອງສາມອາທິດທີ່ຜ່ານ ມານີ້ ແມ່ນໄດ້ດຳເນີນໄປດ້ວຍດີ ແຂງຂັນແລະໃຫ້ດອກອອກຜົນ. ທ່ານກ່າວວ່າ ບັນຫາທາງດ້ານເທັກນິກທີ່ຍັງຄ້າງຄາຢູ່ ຈະມີການແກ້ໄຂກັນ ໃນລະຍະສອງສາມມື້ຂ້າງໜ້ານີ້ ເພື່ອເອົາຊະນະຄວາມບໍ່ໄວ້ວາງໃຈກັນຂອງທຸກ ພັກຝ່າຍ.
ລົດບັດຂອງລັດຖະບານຊີເຣຍ ແລະລົດໂຮງໝໍຂອງສະພາກາງແດງ ທີ່ທາງເຂົ້າເມືອງ Daraya
ທ່ານເວົ້າວ່າ ບັນຫາຂັດແຍ້ງນີ້ຈະບໍ່ສິ້ນສຸດລົງ ໂດຍປາສະຈາກການຕົກລົງກັນທາງດ້ານການເມືອງ. ມັນເປັນຊ່ອງທາງດຽວເທົ່ານັ້ນທີ່ມີຢູ່ເພື່ອໃຫ້ມີສັນຕິພາບແລະຄວາມໝັ້ນຄົງ ແລະການເປັນຢູ່ຕາມປົກກະຕິ ທີ່ປະຊາຊົນຊາວຊີເຣຍ ສົມ ຄວນຈະໄດ້ຮັບນັ້ນ.
ວິກິດການມະນຸດສະທຳທີ່ຮ້າຍແຮງໃນເມືອງ Aleppo ຂອງຊີເຣຍແລະຫົວເມືອງອື່ນໆບ່ອນທີ່ພົນລະເຮືອນໄດ້ຖືກໂດດດ່ຽວ ຍ້ອນການສູ້ລົບ ທີ່ຍັງບໍ່ສາມາດໄດ້ຮັບການຊ່ອຍເຫລືອທີ່ຈຳເປັນນັ້ນ ກໍໄດ້ມີການຳໂອ້ລົມກັນ ອີງຕາມຄຳເວົ້າຂອງທ່ານ Lavrov.
ເຊັ່ນດຽວກັນກັບທ່ານ Kerry ທ່ານ Lavrov ໃຫ້ຄຳໝັ້ນສັນຍາວ່າ ຍັງມີບັນຫາຄ້າງຄາຢູ່ພຽງເລັກນ້ອຍກ່ອນທີ່ຈະສາມາດປະກາດຂໍ້ຕົກລົງລະຫວ່າງກັນໂດຍເວົ້າວ່າຍັງມີຢູ່ສອງສາມຈຸດ ທີ່ຄວນຈະຢູ່ໃນບ່ອນທີ່ຖືກຕ້ອງ.
ທ່ານ Lavrov ກ່າວຕື່ມວ່ວາ ທ່ານເຊື່ອວ່າ ການໂອ້ລົມກັນກ່ຽວກັບກິດຈະວັດໃນທຸກໆມື້ ແມ່ນກະແຈສຳຄັນໃນການແກ້ໄຂບັນຫາຊີເຣຍ. ນອກນັ້ນທ່ານຍັງກ່າວວ່າ ທ່ານເຊື່ອວ່າສະຫະລັດແລະຣັດເຊຍ ຄວນມີຄວາມສຳພັນ ທີ່ເປັນປົກກະຕິ ເພື່ອທີ່ຈະສາມາດເຄື່ອນໄຫວໄປໜ້າ ກ່ຽວກັບສະຖານະການໃນຊີເຣຍ.