ທ່ານ Kerry ກ່າວວ່າ ມັນເປັນເວລາ ທີ່ສຳຄັນ ສຳລັບ ອີຣັກ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry (ຂວາ) ຈັບມືກັບນາຍົກລັດຖະມົນຕີອີຣັກ ທ່ານ Haider Al-Abadi ທີ່ທຳນຽບລັດຖະບານ ກ່ອນການພົບປະກັນ. (8​ ເມສາ 2016)

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້ເລີ້ມ​ການ​ເຈລະຈາ​ຫຼາຍ​ຮອບກັບ​ພວກ​ເຈົ້າໜ້າ​ທີ່​ອີຣັກ​ ໃນ​ວັນ​ສຸກ​ມື້ນີ້ ​ໃນ​ລະຫວ່າງ​ການຢ້ຽມຢາມ​ນະຄອນຫລວງ​ແບັກ​ແດດ​ເພື່ອເນັ້ນຢ້ຳ​ໃນ​ການ​ໃຫ້​ຄວາມ​ສະໜັບສະໜຸນຢ່າງ​ແຂງ​ຂັນ​ຂອງ​ສະຫະລັດຕໍ່​ລັດຖະບານ​ອີ​ຣັກ​ ​ຂະນະ​ທີ່ປະ​ເທດ​ດັ່ງກ່າວ ​ພວມແກ້​ໄຂ​ບັນຫາ​ທ້າ​ທາຍທາງ​ດ້ານ​ຄວາມ​ໝັ້ນຄົງ ​ເສດຖະກິດ​ແລະ​ການ​ເມືອງ.

ທ່ານ Kerry ກ່າວ​ກ່ອນ​ເລີ້ມ​ປະຊຸມ ​ກັບ​ລັດຖະມົນຕີ ​ການ​ຕ່າງປະ​ເທດ​ ທ່ານ Ibrahim al-Eshaiker al-Jaafari ວ່າ ນີ້​ແມ່ນ​ຈະ​ແຈ້ງ ມັນ​ເປັນ​ເວລາ​ທີ່​ຫລໍ່​ແຫ​ລມສຳຄັນ​ຢູ່​ທີ່​ນີ້​ ​ໃນ​ອີຣັກ.

ສ່ວນ​ທ່ານ Jaafari ກ່າວ​ວ່າ ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ​ທ່ານ​ຮູ້​ດີ ​ໃນ​ການ​ເຄື່ອນໄຫວ​ເມື່ອ​ໄວໆ​ມານີ້ ກ່ຽວ​ກັບ​ຂັ້ນຕອນ​ທາງ​ການ​ເມືອງ​ຢູ່​ທີ່ນີ້.

ທ່ານ Kerry ເດີນທາງແຕ່​ບາຫ໌​ເຣນ​ໄປ​ອີ​ຮັກໃນ​ການ​ຢ້ຽມຢາມ​ແບບ​ບໍ່​ມີ​ການ​ປະກາດ​ໃຫ້​ຊາບລ່ວງ​ໜ້າ ຊຶ່ງ​ເປັນ​ຂີດ​ໝາຍ​ຄົບຮອບ​ການ​ຢ້ຽມຢາມ​ອີຣັກ​ເທື່ອ​ທຳ​ອິດ​ຂອງ​ທ່ານ​ໃນປີ 2014.

ທ່ານ Kerry ​ຍັງ​ຈະ​ໄດ້ພົບ​ປະ​ກັບນາຍົກລັດຖະມົນຕີ​ອີຣັກ Haider al-Abadi ​ແລະ​ລັດ ຖະບານທ້ອງ​ຖິ່ນ​ໃນ​ເຂດ Kurdistan ຂອງ​ນາຍົກລັດຖະມົນຕີ Nechrivan Barzani.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry (ຊ້າຍ) ພວມຍ່າງກັບ ເອກອັກຄະລັດຖະທູດ ສະຫະລັດ ປະຈຳອີຣັກ ທ່ານ Stuart Jones ທີ່ສະຖານທູດ ສະຫະລັດ ໃນນະຄອນຫຼວງແບັກແດດ. (8 ເມສາ 2016)

ທ່ານ John Kirby ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ນອກ​ຈາກ​ການ​ໃຫ້​ຄວາມ​ສະໜັບສະໜຸນ ​ຕໍ່​ລັດຖະບານ​ອີຣັກ​ແລ້ວ ຍັງ​ເປັນ​ທີ່​ຄາດກັນ​ວ່າ ທ່ານ Kerry ​ຈະ​ປຶກສາຫາລື​ກ່ຽວ​ກັບ​ການ​ປະຕິບັດ​ງານ​ຂອງ​ແນວ​ໂຮມ​ນາໆ​ຊາດເພື່ອ​ໃຫ້ການ​ສະໜັບ ສະໜຸນ​ຕໍ່​ການ​ດຳ​ເນີນ​ຄວາມ​ພະຍາຍ​າມຂອງ​ອີຣັກ​ໃນ​ການ​ເອົາ​ຊະນະ​ກຸ່ມ​ລັດ​ອິສລາມ.

ການເດີນທາງ​ໄປ​ຢ້ຽມຢາ​ມຄັ້ງນີ້ ມີ​ຂຶ້ນ​ໃນ​ຂະນະ​ທີ່​ກຳລັງ​ ພາຍ​ໃຕ້​ການ​ນຳພາ​ ຂອງອີຣັກ ພວມ​ບຸກ​ໂຈມ​ຕີ​ເພື່ອ​ເຂົ້າ​ຢຶດ​ຄືນ ເອົາເມືອງ Mosul ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ ທີ່​ຕົກ​ໄປ​ ຢູ່ໃນ​ກຳມື​ຂອງ​ພວກຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໃນ​ປີ 2014 ນັ້ນ.

ສະຫະລັດ​ອາດ​ຈະໃຫ້ການ​ສະໜັບສະໜຸນ​ເພີ້ມຕື່ມ ​ຕໍ່​ການ​ດຳ​ເນີນ​ຄວາມ​ພະຍາຍາມດັ່ງ ກ່າວ. ​ໃນຕົ້ນອາທິດ​ນີ້ ກະຊວງ​ປ້ອງ​ກັນ​ປະ​ເທດຂອງ​ສະຫະລັດ​ປະກາດ​ວ່າ ຕົນ​ຈະ​ເປີດ ຄ້າຍ​ທະຫານ​ຂະໜາດນ້ອຍ​ຂຶ້ນຕື່ມອີ​ກ​ແຫ່ງ​ນຶ່ງ.

ພົນ​ເຮືອ​ຕີ Andrew Lewis ຮອງ​ຜູ້ອຳນວຍການ​ຄະນະ​ປະຕິບັດ​ງານ​ຮ່ວມ​ຂອງ​ທຳນຽບ ຫ້າ​ແຈກ່າວ​ວ່າອາດ​ເກີດ​ສະຖານະ​ການ​ ຊຶ່ງ​ພາ​ໃຫ້​ມີ​ການຈັດຕັ້ງຫຼື​ເປີດຄືນ​ຄ້າຍ​ທະຫານ ອີກ​ແຫ່ງ​ນຶ່ງຈາກ​ໄລຍະ​ຫຼາຍ​ປີຜ່ານມາ​ທີ່ີອາດ​ຈະ​ມີ​ການ​ນຳ​ໃຊ້ ​ເພື່ອ​ເປັນ​ຖານ​ຍິງ​ສະໜັບ ສະໜຸນຢູ່​ໃນ​ເຂດ​ແນວ​ຫລັງ.

Your browser doesn’t support HTML5

US Iraq Kerry