ທ່ານ Kerry ກ່າວວ່າ ສຫລ ຈະເຂົ້າຮ່ວມ ການເຈລະຈາ ຫຼາຍຝ່າຍ ກ່ຽວກັບ ຊີເຣຍ

Your browser doesn’t support HTML5

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ໄດ້
ປະກາດແຜນການເພື່ອຈັດກອງປະຊຸມນາໆຊາດໃນຂອບເຂດທີ່
ກວ້າງຂວາງ ກ່ຽວກັບຊີເຣຍໃນອາທິດໜ້າຊຶ່ງເປັນການເພີ້ມການ ດຳເນີນຄວາມພະຍາຍາມທາງດ້ານການທູດເພື່ອຫາທາງແກ້ໄຂ
ທາງດ້ານການເມືອງ ຕໍ່ບັນຫາຂັດແຍ້ງນອງເລືອດ ທີ່ແກ່ຍາວມາ
ຢູ່ໃນປະເທດດັ່ງກ່າວ.

ທ່ານ Kerry ກ່າວຕໍ່ພວກນັກຂ່າວທີ່ນະຄອນວຽນນາໃນວັນສຸກ
ວານນີ້ ຫຼັງຈາກໄດ້ພົບປະກັບລັດຖະມົນຕີການຕ່າງປະເທດຣັດ
ເຊຍທ່ານ Sergei Lavrov. ເຈົ້າໜ້າທີ່ກ່າວວ່າ ລັດຖະມົນຕີທັງ ສອງແມ່ນໄດ້ພະຍາຍາມຊອກຫາການຕົກລົງຮ່ວມກັນ ລະຫວ່າງວໍຊິງຕັນ ແລະມົສກູກ່ຽວ
ກັບອະນາຄົດທາງການເມືອງຂອງຊີເຣຍ.

ນອກນັ້ນພວກທ່ານທັງສອງຍັງໄດ້ພົບປະກັບລັດຖະມົນຕີການຕ່າງປະເທດຂອງເທີກີແລະ ຊາອຸດີ ອາຣາເບຍ ໃນການເຈລະຈາທີ່ທ່ານ Kerry ເວົ້າວ່າ ດຳເນີນໄປໃນທາງ “ສ້າງສັນ” ແລະ “ໃຫ້ດອກອອກຜົນ”. ທ່ານກ່າວວ່າ ພວກທ່ານໄດ້ ຕົກລົງກັນ ທີ່ຈະປຶກສາຫາລື ກັບ ທຸກພັກຝ່າຍກ່ຽວຂ້ອງທັງໝົດ ແລະແນໃສ່ເພື່ອເປີດຄືນກອງປະຊຸມໃນຂອບເຂດທີ່ກວ້າງ ຂວາງ ໂດຍແນໃສ່ເພື່ອສ້າງຄວາມຄືບໜ້າແກ່ຂັ້ນຕອນທາງດ້ານການເມືອງແບບມີຄວາມ ໝາຍ ພາຍໃນວັນສຸກອາທິດໜ້ານີ້.

ທ່ານ Kerry ໄດ້ກ່າວໂດຍເນັ້ນໜັກວ່າ ພວກທີ່ເຂົ້າຮ່ວມທັງໝົດຈະມີສິດເທົ່າທຽມກັນໂດຍ
ເວົ້າວ່າ “ນີ້ແມ່ນການດຳເນີນຄວາມພະຍາຍາມຫຼາຍຝ່າຍ ແລະ ຈະບໍ່ມີບັນດາຜູ້ນຳທີ່ແຕ່ງ ຕັ້ງຕົນເອງ. ພວກເຮົາພຽງແຕ່ພະຍາຍາມຈະສຳຫຼວດເບິ່ງຄວາມຄິດຄວາມເຫັນ ພວກເຮົາ ຫວັງວ່າຈະໄດ້ຂະຫຍາຍຈຳນວນປະເທດທີ່ມີຄວາມວິຕົກກັງວົນເປັນຢ່າງຍິ່ງກ່ຽວກັບເລື້ອງ
ນີ້.”

ສະຖານທີ່ຈະຈັດກອງປະຊຸມຍັງບໍ່ທັນມີການແຈ້ງໃຫ້ຊາບເທື່ອ.

ກ່ອນໜ້ານີ້ ໃນລະຫວ່າງກອງປະຊຸມຖະແຫລງຂ່າວຮ່ວມກັນ ກັບທ່ານ Nasser Judeh
ລັດຖະມົນຕີຕ່າງປະເທດຈໍແດັນ ທ່ານ Lavrov ກ່າວຕໍ່ພວກນັກຂ່າວວ່າ ຣັດເຊຍ ແລະຈໍ
ແດັນໄດ້ຕົກລົງກັນທີ່ຈະປະສານງານການປະຕິບັດງານທາງທະຫານຢູ່ໃນຊີເຣຍຮວມທັງ
ການໂຈມຕີທາງອາກາດນຳດ້ວຍ.

Your browser doesn’t support HTML5

Russia Syria