ລມຕ ຕ່າງປະເທດ Kerry ລາຍງານ ແຜນໂຈມຕີມັນ​ສະໝອງ ຂອງ ກຸ່ມລັດອິສລາມ

ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວຢູ່ທີ່ ກອງປະຊຸມນັກຂ່າວ ທີ່ກອງບັນຊາການ NATO ນະຄອນ Brussels, ທີ 2, ທັນວາ 2015.

ລັດຖະມົນຕີ​ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ກ່າວ
ໃນ​ວັນ​ພຸດ​ມື້​ນີ້​ວ່າ ລັດຖະບານ​ອີຣັກ ​ໄດ້​ຖືກແຈ້ງ​ໃຫ້​ຊາບ​ລ່ວງ​
ໜ້າ ກ່ຽວ​ກັບ​ການ​ປະກາດ​ຂອງ ລັດຖະມົນຕີປ້ອງກັນ​ປະເທດ
ທ່ານ Ash Carter ວ່າ ໜ່ວຍ​ປະຕິບັດ​ງານ ພິ​ເສດຂອງ​ສະຫະ
ລັດ ອາດ​ຈະໄປ​ເຖິງອີຣັກ ​ໃນ​ບໍ່​ເທົ່າ​ໃດ​ອາທິດ​ຂ້າງ​ໜ້າ​ນີ້.

“ກຳລັງ​ສຳ​ຫລວດ​ຫາ​ເປົ້າ​ໝາຍ​ພິ​ເສດ” ຈະ​ປະກອບ​ດ້ວຍ
​ກຳລັງ​ພິ​ເສດປະມານ 200 ຄົນ ​ອີງ​ຕາມ​ບັນດາ​ເຈົ້າ​ໜ້າ​ທີ່ໆ
​ຮູ້ເ​ລື້​ອງດີກ່ຽວ​ກັບ​ແຜນການດັ່ງກ່າວທີ່​ແນ ໃສ່ເພື່ອໂຈມ​ຕີ
ມັນ​ສະໝອງ ​ແລະ​ລະບົບ​ເສັ້ນ​ປະສາດ ຂອງ​ກຸ່ມ​ກໍ່​ການ​ຮ້າຍ
​ລັດ​ອິສລາມ.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter (ຊ້າຍສຸດ)

ນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi ສັນລະ​ເສີນ​ກຳລັງ​ທະຫານ ​ຂອງ​ທ່ານ
ຢູ່​ໃນ​ຖະ​ແຫລ​ງການທີ່​ອອກ​ໃນ​ວັນ​ອັງຄານ​ວານ​ນີ້ ​ແລະໄດ້​ເວົ້າ​ວ່າ ​ໃນ​ຂະນະ​ທີ່ອີຣັກ ຍິນ​ດີ​
ຕ້ອນຮັບການ​ສະໜັບສະໜູນ​ຈາກ​ເພື່ອນ​ຮ່ວມງານ​ນາໆ​ຊາດກໍ​ຈິງ ​ແຕ່ຕົນ​ບໍ່ຕ້ອງການ ກຳ
ລັງ​ສູ້​ລົບ​ພາກ​ພື້ນ​ດິນຂອງ​ຕ່າງປະ​ເທດ. ທ່ານ​ກ່າວ​ວ່າ ການ​ຊ່ວຍ​ເຫລືອ​ດັ່ງກ່າວ ​ແລະ​ການ​ປະຕິບັດ​ງານ​ພິ​ເສດ ຈະ​ຕ້ອງ​ປະຕິ​ບັດ ດ້ວຍ​ການ​ຮັບ​ຮູ້​ຈາກ​ລັດຖະບານ ​ແລະການປະສານ
​ງານ​ກັບກຳລັງ​ທະຫານ​ອີຣັກ

ທ່ານ Kerry ​ໄດ້​ສະ​ແດງ​ການ​ສະໜັບ​ສະ​ໜູນ​ຢ່າງ​ແຮງຕໍ່​ທ່ານ Abadi ​ແລະ​ກ່າວ​ໃນ​ວັນ
​ພຸດ​ມື້​ນີ້​ວ່າ ​ແຜນ​ຂອງ​ສະຫະລັດ ທີ່​ກຳລັງ​ນຳ​ອອກປະຕິບັດແມ່ນ​ໄດ້​ຮັບ​ການ​ເຫັນ​ພ້ອມ​
ຢ່າງ​ເຕັມທີ່​ ຈາກລັດຖະບານ​ອີຣັກ.

ກຳລັງທະຫານເຄີດ ທີ່ຮູ້ກັນວ່າ peshmerga ກຳລັງປະຕິບັດງານ.

ທ່ານ Kerry ​ໄດ້​ກ່າວ​ໂດຍ​ການ​ໃຊ້ຄຳຫຍໍ້​ກັບ​ກຸ່ມລັດ​ອິສລາມວ່າ “ພວກ​ເຮົາ​ຈະ ​ສືບ​ຕໍ່​
ປະຕິ​ບັດ​ງານ​ຢ່າງ​ໃກ້ຊິດ​ທີ່​ສຸດກັບອີ​ຣັກທີ່​ເປັນຄູ່​ຮ່ວມງານວ່າ ​ໃຜ​ຈະ​ຖືກ​ສົ່ງ​ໄປ​ຢ່າງ​ແທ້​
ຈິງ ບ່ອນ​ໃດ​ທີ່​ເຂົາ​ເຈົ້າ​ຈະ​ຖືກ​ສົ່ງ​ໄປ ການ​ປະຕິບັດ​ງານແບບ​ໃດ​ທີ່​ຈະມີ​ຂຶ້ນ ​ເຂົາ​ເຈົ້າ​ຈະ​ໃຫ້
ການ​ສະໜັບສະໜູນ​ແບບ​ໃດ ​ຕໍ່ຄວາມ​ພະຍາຍາມ​ຂອງ​ອີຣັກ ​ເພື່ອ​ຫລຸດ​ສະມັດ​ຖະພາບ ​ແລະ​ທຳລາຍກຸ່ມ ISIL.”

Your browser doesn’t support HTML5

Kerry Comments During NATO Press Conference