ຫົວໜ້ານັກການທູດ ພົບປະ ໂອ້ລົມກັນ ທີ່ວຽນນາ ເລື້ອງນີວເຄລຍ ຂອງອີຣ່ານ (ວີດີໂອ)

ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດ ກ່າວຕໍ່ສື່ມວນຊົນ ເວລາເດີນທາງໄປຮ່ວມກອງປະຊຸມ ທີ່ໂຮງ ແຮມແຫ່ງນຶ່ງ ໃນນະຄອນວຽນນາ, ວັນທີ 13 ກໍລະກົດ 2014.

ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ
ກ່າວວ່າ ຍັງມີຊ່ອງຫວ່າງທີ່ສຳຄັນ ໃນການເຈລະຈາເພື່ອຊອກ
ຫາຊ່ອງທາງໃຫ້ ມີການບັນລຸຂໍ້ຕົກລົງກ່ຽວກັບໂຄງການນິວ
ເຄລຍຂອງອີຣ່ານ.

ທ່ານ Kerry ກ່າວທີ່ອອສເຕຣຍໃນວັນອາທິດມື້ນີ້ວ່າ ມັນເປັນ
ເລື່ອງສຳຄັນທີ່ຈະໃຫ້ເປັນທີ່ແນ່ໃຈວ່າ ອີຣ່ານຈະບໍ່ສ້າງອາວຸດ
ນິວເຄລຍ.

ຫົວໜ້ານັກການທູດສະຫະລັດກຳລັງຢູ່ທີ່ນະຄອນວຽນນາ ​ເພື່ອ​ທຳ​ການ​ໂອ້​ລົມສົນທະນາກັນ
ເລື້ອງ​ນີວ​ເຄລຍ​ຮອບ​ໃໝ່ກັບ​ອີຣ່ານ ແລະປະເທດອື່ນໆທີ່ກ່ຽວຂ້ອງ.

​ເຈົ້າໜ້າ​ທີ່​ຂັ້ນ​ອາວຸ​ໂສ​ທ່ານ​ນຶ່ງ​ຂອງ​ສະຫະລັດ ທີ່ກອງປະຊຸມເຈລະຈາ​ກັນ​ທີ່​ນະຄອນ
​ວຽນ​ນາ ກ່າວ​ວ່າ ອີຣ່ານ ຍັງ​ບໍ່​ທັນ​ໄດ້​ທຳ​ການ​ເຄື່ອນ​ໄຫວ​ ຈາກ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ທ່າ​
ທີ​ທີ່​ຍັງ​ດຳ​ເນີນ​ການບໍ່​ໄດ້ ​ແລະ​ຍັງ​ບໍ່​ທັນ​ພຽງພໍ​ເທື່ອ.”

​ເຈົ້າ​ໜ້າ​ທີ່​ທ່ານ​ນີ້ ກ່າວ​ວ່າ ​ໄດ້​ມີ​ຄວາມ​ຄືບ​ໜ້າ​ແດ່ໜ້ອຍ​ນຶ່ງ ​ແຕ່​ທັງສອງ​ຝ່າຍ ​ຍັງ​ຢູ່​ໃນ​
ທ່າ​ທີ​ທີ່​ໄກ​ກັນ​ຫຼາຍ​ ໃນ​ປະ​ເດັນ​ທີ່​ສຳຄັນ​ບາງ​ຢ່າງ ຮວມທັງ​ການ​ກັ່ນທາດ​ຢູ​ເຣນຽມ.

​ເຈົ້າ​ໜ້າ​ທີ່​ສະຫະລັດ​ອີກ​ທ່ານ​ນຶ່ງ ກ່າວ​ວ່າ ມັນ​ຈະ​ເປັນ​ເລື້ອງ​ຫຍຸ້ງຍາກ​ທີ່ຈະ​ຕໍ່ເວລາໃນ​
ການ​ພົບ​ປະ​ເຈລະຈາ​ກັນນີ້ ກາຍ​ວັນ​ເສັ້ນ​ຕາຍ​ ຄື​ວັນ​ທີ 20 ກໍລະກົດ​ ​ໂດຍ​ບໍ່​ເຫັນ​ຄວາມ​
ຄືບ​ໜ້າ​ໃດໆກ່ຽວ​ກັບ​ເລື້ອງ​ເຫຼົ່າ​ນັ້ນ.

ອັງກິດ ຝຣັ່ງ ​ແລະ​ເຢຍຣະມັນຕ່າງກໍ​ສົ່ງ​ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ ຕົນ​ໄປ​ຮ່ວມ​ໃນ​
ກອງ​ປະຊຸມ ​ທີ່​ນະຄອນ​ວຽນ​ນາ ​ເຊັ່ນ​ກັນ. ​ລັດຖະມົນຕີ ການ​ຕ່າງປະ​ເທດ​ຂອງ​ຈີນ​ແລະ
ຂອງຣັດ​ເຊຍ​ບໍ່​ໄດ້​ເດີນທາງ​ໄປ​ຍັງ​ນະ ຄອນ​ວຽນ​ນາ ​ແຕ່​ໄດ້ສົ່ງ​ນັກ​ການ​ທູດ​ຂັ້ນ​ສູງສຸດ​
ຂອງ​ຕົນ​ໄປ​ຮ່ວມນຳ.

ທ່ານ Abbas Araghchi ຮອງ​ລັດຖະມົນຕີ​ຕ່າງປະ​ເທດ ​ແລະ​ຫົວໜ້າ​ເຈລະຈາ​ຂອງ​
ອີຣ່ານ ກ່າວ​ວ່າ ທ່ານ​ຫວັງ​ວ່າ ພວກ​ລັດຖະມົນຕີ​ຕ່າງປະ​ເທດ​ເຫຼົ່າ​ນີ້ ສາມາດ​ບັນລຸ​ຂໍ້​
ຕົກລົງ​ກັນ​ໄດ້ ​ແຕ່​ທ່ານ​ກ່າວ​ວ່າ ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ ແມ່ນ​ຢູ່​ໃນ​ຂັ້ນ​ເລິກ.

Your browser doesn’t support HTML5

irannucleartalks13july14