ທ່ານ Kerry ກ່າວວ່າ ຄວາມສຳພັນ ສະຫະລັດ ຫວຽດນາມ ກ້າວເຂົ້າສູ່ ຍຸກໃໝ່

ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry (ຊ້າຍ) ແລະປະທານຫວຽດນາມ ທ່ານ Truong Tan ໃນລະຫວ່າງການປະຊຸມ ທີ່ທຳນຽບປະທານາທິບໍດີ ໃນ ນະຄອນຮາໂນ່ຍ.

ລັດຖະມົນ​ຕີຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າ​ວ
ວ່າ ການປົວ ​ແປງຮຳບາດແຜສົງຄາມ ລະຫວ່າງສະຫະລັດ ​ແລ​ະ
ຫວຽດນາມ ​ໄດ້​ໃຊ້​ເວລາ​ຊົ່ວ​ລະຍະ​ນຶ່ງ ​ແລະ “ບໍ່​ໄດ້​ເກີ​ດຂື້ນ​ຢ່າງ
​ງ່າຍ​ໆ ແກ່ທັງ​ສອງ​ຝ່າຍ.”

ທ່ານ​ໄດ້​ກ່າວ​ຢູ່​ທີ່​ນະຄອນຫຼວງ​ຮາ​ໂນ່ຍ ​ໃນ​ວັນ​ສຸກ​ມື້​ນີ້ ຢູ່​ໃນ​ຄຳ
​ປາໄສຄົບຮອບ 20 ປີ​ ໃນການ​ສ້າງ​ຕັ້ງ​ສາຍສຳພັນທາງ​ການ​ທູດ​
ແບບ​ປົກກະຕິ ລະຫວ່າງ​ສອງ​ປະ​ເທ​ດ.

ຢູ່​ໃນ​ກອງ​ປະຊຸມ​ກຸ່ມສັງຄົມພົນລະເຮືອນນັ້ນ ທ່ານ​ໄດ້​ໃຫ້ຂໍ້ສັງ
ເກດ​ວ່າ ​ມັນ​ໄດ້​ໃຊ້​ເວລາ​ເຖິງສອງ​ທົດສະ​ວັດ ເພື່ອເຮັດໃຫ້ຄວາມ​
ສຳພັນ​ກ້າວເຂົ້າສູ່ສະພາບ​ປົກກະຕິ.

ທ່ານ Kerry ກ່າວ​ວ່າ “​ມັນ​ໄດ້​ໃຊ້​ເວລາ​ເຖິງ 20 ປີ ເພື່ອ​ເຄື່ອນໄຫວຈາກ​ການ ປົວ​ແປງ
ຮຳບາດແຜສົງຄາມມາ​ສູ່​ການ​ສ້າງ​ສາ. ຈົ່ງໃຫ້ຄຶດ​ວ່າ ແມ່ນຫຍັງທີ່ພວກ ເຮົາສາມາດ
ບັນລຸໄດ້ ​ໃນ​ອີກ 20 ປີຕໍ່ໜ້າ.”

ຄວາມສຳພັນ​ລະຫວ່າງສະຫະລັດ ​ແລະ​ຫວຽດນາມ ​ໄດ້ຖືກຕັດຂາດມາເມື່ອສີ່​ທົດ​ສະ​ວັດ​
ກ່ອນ ​ໃນ​ຂະນະ​ທີ່ສົງຄາມຫວຽດນາມທີ່ແກ່ຍາວມາ ​ໄດ້​ສີ້​ນສຸດ​ລົງ.

ໃນໄລຍະ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມານີ້ ສະຫະລັດ​ແລະຫວຽດນາມ ​ໄດ້​ເສີມຂະຫຍາຍ ຄວາມ
ສຳພັນ​ດ້ານ​ເສດຖະກິດໃຫ້ເຂັ້ມແຂງຂຶ້ນ ດ້ວຍ​ການ​ຄ້າ​ສອງທາງ ທີ່ມີມູນ ຄ່າເຖິງ 36 ພັນ
​ລ້ານຕໍ່​ປີ ໃນປີກາຍນີ້.

ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ທ່ານ Pham Binh Minh ຜູ້​ທີ່​ໄດ້​ກ່າວ​ຄຳໄສເຊັ່ນ
​ດຽວກັນ​ ທີ່ກອງ​ປະຊຸມ ເວົ້າ​ວ່າ ທ່ານ​ເຊື່ອວ່າ ສາຍສຳພັນ​ລະ​ຫວ່າງ​ ສອງປະ​ເທດ​ ອາດ
ຈະກ້າວຂຶ້ນ​ສູ່​ລະ​ດັບ​ທີ່​ສູງ​ກວ່ານີ້.

Your browser doesn’t support HTML5

US Kerry Vietnam

​ເຖິງ​ແມ່ນ​ວ່າ ມີຄວາມ​ສຳພັນ​ທາງດ້ານການຄ້າ​ຢ່າງ​ແຂງ​ແຮງກໍດີ ສະຫະລັດຍັງ ສືບຕໍ່ສະ
ແດງ​ຄວາມ​ເປັນ​ຫ່ວງ​ ກ່ຽວ​ກັບປະຫວັດ ການນັບຖື​ສິດທິ​ມະນຸດ​ຂອງ​ຫວຽດນາມ.

​ໃນ​ເດືອນ​ມິຖຸນາທີ່ຜ່ານ​ມາ ກະຊວງ​ຕ່າງປະ​ເທດສະຫະລັດ ​ໄດ້​ນຳອອກເຜີຍ​ແຜ່ ລາຍ​ງານ
​ດ້ານ​ສິດທິ​ມະນຸດປະຈຳ​ປີ ຊຶ່ງລາຍ​ງານດັ່ງກ່າວ ​ໄດ້​ອ້​າງເຖິງບັນຫາ​ຕ່າງໆຂອງຫວຽດນາມ
ຮວມ​ທັງ “ການຈຳກັດ​ຮັດແຄບຢ່າງຮ້າຍແຮງ ​ບໍ່ໃຫ້ປະ ຊົນຂອງຕົນມີ​ສິດທິ​ດ້ານ​ການ​ເມືອງ
​” ພ້ອມ​ທັງ​ການ​ໂຈມຕີ ​ແລະ​ການ​ຈັບ​ກຸມ​ຄຸມ​ຂັງ​ໂດຍພາລະການ​ຂອງຕຳຫລວດ.

ນັກຂ່າວ ວີໂອເອ Pam Dockins ທີ່ ນະຄອນ ຮາໂນ້ຍ:

Your browser doesn’t support HTML5

US, Vietnam Mark Reestablishment of Ties