ສະຫະລັດ ເປັນຫ່ວງ ກ່ຽວກັບ ການເຄື່ອນໄຫວຂອງ ຣັດເຊຍ ໃນ ຊີເຣຍ

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ກັບ ລັດຖະມົນຕີຕ່າງປະເທດ ຣັດເຊຍ ທ່ານ Sergei Lavrov, ຖ່າຍຮູບຮ່ວມກັນກ່ອນການປະຊຸມໃນເມືອງ Sochi, ຣັດເຊຍ, 12 ພຶດສະພາ, 2015.

ກະຊວງ​ການ​ຕ່າງປະ​ເທດກ່າວ​ວ່າ ລັດຖະມົນຕີ​ຕ່າງ​ປະ​ເທດ ສະຫະລັດ ທ່ານ John Kerry ​ໄດ້​ສະ​ແດ​ງຄວາມ​ເປັນ​ຫ່ວງຂອງ ສະຫະລັດ​ທາງ​ໂທລະສັບກັບຄູ່​ຮ່ວມ​ຕຳແໜ່​ງ ຣັດເຊຍ ຂອງ​ທ່ານ ວັນ​ເສົາ​ວານ​ນີ້ ຕໍ່​ລາຍ​ງານທີ່​ວ່າ ຣັດດ​ເຊຍ​ ຈະ​ຍົກ​ລະ​ດັບ​ການ​ຂະຫຍາຍ​ກອງທັບ​ໃນ ຊີ​ເຣຍ. ​

ກະຊວງຕ່າງປະ​ເທດ ສຫລ ​ກ່າວ​ວ່າ “ທ່ານ​ລັດ​ຖະມົນ​ຕີໄດ້ ອະທິບາຍ​ຢ່າງ​ຊັດ​ເຈນ​ວ່າ ຖ້າ​ການ​ລາຍ​ງານ​ດັ່ງກ່າວ​ນັ້ນ ​
ແມ່​ນຖືກຕ້ອງ, ການ​ປະຕິບັດ​ດັ່ງກ່າວ​ນີ້​ຈະເຮັດ​ໃຫ້​ຄວາມ​ວຸ້ນວາຍ​ເພີ່ມ​ສູງ​ຂຶ້ນ, ນຳ​ໄປ​ສູ່​ການ​ສູນເສຍ​ຊີວິດ​ທີ່​ບໍລິສຸດ, ​ເຮັດໃຫ້​ມີ​ການລັ່ງ​ໄຫຼ​ຂອງ​ຜູ້​ລີ້​ໄພ ​ແລະ ສ່ຽງຕໍ່ການ​ປະ​ເຊີນ​ໜ້າ​ກັບ​ພັນທະ​ມິດ​ຕໍ່ຕ້ານ​ພວກ​ ລັດ​ອິສລາມ ​ໃນ ຊີ​ເຣຍ.”

ກະຊວງ​ຕ່າງປະ​ເທດກ່າວ​ວ່າ ທ່ານ Kerry ​ແລະ ລັດຖະມົນຕີ​ຕ່າງປະ​ເທດ​ຂອງ ຣັດ​ເຊຍ ທ່ານ Sergei Lavrov ​ໄດ້​ເຫັນ​ດີ​ວ່າການ​ປຶກສາ​ຫາລື​ກ່ຽວກັບ​ການ​ຂັດ​ແຍ້​ງ​ໃນ​ ຊີ​ເຣຍ ຈະ​ສືບ​ຕໍ່ໃນ​ນະຄອນ ນິວ​ຢອກ ​ໃນ​ຕອນ​ທ້າຍ​ຂອງເດືອນນີ້.

ໜັງສືພິມ New York Times ລາຍ​ງານ​ວ່າ ຣັດ​ເຊຍ ​ໄດ້​ສົ່ງ​ທີ​ມທະຫານ​ແນວ​ບຸກ ໄປ​ຍັງ​ປະ​ເທດ ຊີ​ເຣຍ ​ແລະ​ ​ໄດ້ເອົາບາດກ້າວ​ອື່ນໆ ຍ້ອນ​ວ່າຄວາມ ຢ້ານກົວ​ຂອງນະຄອນຫຼວງ
ວໍ​ຊິງ​ຕັນ ອາດ​ສົ່ງ​ສັນ​ຍານບອກວ່າ​ແຜນການ​ຕ່າງໆນີ້ແມ່ນ ເພື່ອ ​ເສີມ​ຂະ​ຫຍາ​ຍການສະໜັບ ສະໜູນ​ກຳລັງ​ທະຫານ​ ໃຫ້ແກ່ປະ​ທະ​ນາ​ທິບໍດີ​ Bashar al-Assad ອອກໄປຢ່າງກວ້າງ ຂວາງ. ​

ໜັງສື​ພິມ New York Times ລາຍ​ງານ​ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ​ລວມມີ ການ​ເຄື່ອນ​ໄຫວ​ເມື່ອ​ບໍ່​ດົນ​ມາ​ນີ້​ໃນ​ການ​ສ້າງ​ເຮື​ອນສຳ​ເລັດ​ຮູບ​ສຳ​ລັບຫຼາຍ​ຮ້ອ​ຍຄົນ​ໃນສະໜາມ​ບິນ
ຊີ​ເຣຍ ​ແລະ ນຳ​ສົ່ງ​ສະ​ຖາ​ນີຄວບ​ຄຸ​ມຈະ​ລາ​ຈອນ​ທາງ​ອາກາດ​ເຄື່ອນ​ທີ່ໃນ​ສະຖານ​ທີ່​ດັ່ງກ່າວ.

ປະທາ​ນາ​ທິບໍດີ ຣັດ​ເຊຍ Vladimir Putin ​ໄດ້​ກ່າວໃນ​ວັນ​ສຸກ​ທີ່​ຜ່ານ​ມາວ່າ ປະ​ເທດ​ຂອງ​ທ່ານ​ແມ່ນ​ກຳ​ລັງ​ສະໜອງ ການ​ຝຶກ​ຊ້ອມ​ທີ່ “​ເອົາ​ຈິງ​ເອົາ​ຈັງ” ​ແລະ ການ​ສະໜັບສະໜູ​ນສົ່ງ​ກຳລັງ​ບຳລຸງ​ທະຫານ​ໃຫ້​ກັບ​ທະຫານ ຊີ​ເຣຍ, ການ​ຢືນຢັນ​ຕໍ່​ສາທາລະນະ​ຄັ້ງ​ທຳ​ອິດໃນ​ຂອບ​ເຂດ​ການ​ມີ​ສ່ວນ​ຮ່ວມ​ຂອງ ຣັດ​ເຊຍ ​ໃນ​ສົງຄາມ​ກາງ​ເມືອງ ຊີ​ເຣຍ.

ບັນດາ​ລັດຖະບານ​ປະ​ເທດ​ ຕາ​ເວັນ​ຕົກ ​ແລະ ກຸ່ມ​ສິດ​ທິມະນຸດ ​ໄດ້​ກ່າວຫາ​ທັງ​ທະຫານ​ລັດຖະບານ ຊີເຣຍ ​ແລະ ພວກ​ລັດ​ອິສລາມ Jihad ​ວ່າລະ​ເມີດ​ສິດທິ​ມະນຸດ​ຢ່າງ​ກວ້າງ​ຂວາງ.

ທ່ານ ປູ​ຕິນ​ ​ໄດ້​ກ່າວ​ວ່າ ມັນ “ຍັງ​ໄວເກີນ​ໄປ” ທີ່​ຈະເຈລະຈາ​ຄວາມ​ເປັນ​ໄປ​ໄດ້ໃນ​ການ​ເຂົ້າ​ຮ່ວມ​ໂດຍ​ກົງ​ຂອງ ຣັດ​ເຊຍ​ ​ໃນ​ການ​ປະຕິ​ດການ​ຕໍ່​ພວກ IS ​ໃນ​ ຊີ​ເຣຍ, ​ແຕ່​ໄ​ດ້ກ່າ​ວວ່າ ຣັດ​ເຊຍ ກຳລັງ​ສະໜອງ “ການ​ຊ່ວຍ​ເຫຼືອ​ທີ່​ເອົາ​ຈິງ​ເອົາ​ຈັງ ​ແລະ ​ອຸບປະກອນ​ຕ່າງໆ”​ ​ໃຫ້​ແກ່ນະຄອນຫຼວງ Damascus, ​ແລະ ການ​ຝຶກຊ້ອມທາງ​ທະຫານ ​ພ້ອມ​ດ້ວຍ ອາວຸດ.”

​ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມາ ​ໂຄສົກທຳນຽບ​ຂາວ​ທ່ານ Josh Earnest ​ໄດ້​ກ່າວ​ວາ ວໍ​ຊິງ​ຕັນ ​ແມ່ນ “ກຳລັງ​ຕິດຕາມຢ່າງ​ໃກ້​ຊິດ​” ການ​ລາຍ​ງານ​ທີ່​ວ່າ ນະຄອນຫຼວງ ມອສ​ໂກ ໄດ້​ນຳ​ສົ່ງກຳລັງ​ທະຫານ ​ແລະ ​ເຮືອ​ບິນໄປ​ຍັງ ຊີ​ເຣຍ.

ທ່ານ Earnest ​ກ່າວ​ວ່າ “ການສະໜັບສະໜູນ​ທາງ​ການ​ທະຫານໃດໆ ຕໍ່ລະບອບ ຂອງ ປະທານາທິບໍດີ Assad ສຳລັບຄວາມປະສົງຫຍັງ ກໍຕາມ, ບໍ່ວ່າມັນຈະເປັນທາງດ້ານ ການທະຫານ, ສະໜອງເຮືອບິນ, ອາວຸດ ຫຼື ການໃຫ້ທຶນການຊ່ວຍເຫຼືອ, ຖ້າຈະເປັນ ການສ້າງປະເທດ ຂາດ​ຄວາມໝັ້ນຄົງ ແລະຕ້ານ​ຜົນປະ​ໂຫຍດ.”