ທ່ານ Kerry ໝັ້ນໃຈກ່ຽວກັບ ການບັນລຸ ຂໍ້ຕົກລົງນິວເຄລຍ ຂັ້ນສຸດທ້າຍ ກັບ ອີຣ່ານ

Your browser doesn’t support HTML5

ລັດຖະມົນ​ຕີ​ຕ່າງປະ​ເທດ ສະຫະລັດ ທ່າ​ນ John Kerry ກ່າວ​
ໃນ​ວັນ​ພຸດ​ມື້​ນີ້​ວ່າ ທ່ານມີ​ຄວາມ​ໝັ້​ນໃຈ ​ກ່ຽວ​ກັບການບັນລຸ​ຂໍ້​
ຕົກລົງ​ນິວ​ເຄລຍຂັ້ນສຸດທ້າຍ ກັບ ອີຣ່ານ.

ທ່ານ​ໄດ້​ໃຫ້ຄວາມເຫັນດັ່ງກ່າວ ​ກ່ອນ​ໜ້າກອງ​ປະຊຸມ​ກັບບັນ​
ດາ​ກຸ່ມ​ລັດຖະມົນຕີ ຕ່າງປະເທດ ຂອງເຈັດ​ປະ​ເທດ ​ທີ່ເຢຍຣະ
ມັນ ຊຶ່ງຄາດ​ວ່າຈະຮວມທັງ​ການເຈລະຈາ ຫາລືກັນ ທີ່ພາໃຫ້
ບັນລຸຂອບ​ຂອງຂໍ້ຕົກລົງໃນ​ຕົ້ນ​ເດືອນ​ນີ້.

ທ່ານ​ກ່າວ​ວ່າ “ພວກ​ເຮົາໝັ້ນ​ໃຈ​ກ່ຽວ​ກັບຄວາມ​ສາມາດ​ຂອງ​
ພວກ​ເຮົາ ​ເພື່ອ​ໃຫ້​ປະທານາທິບໍດີ ​ເຈລະຈາ​ຂໍ້​ຕົກລົງ ​ແລະ​ໃນ
​ການ​ປະຕິບັດ​ດັ່ງກ່າວ ດ້ວຍ​ຄວາມ​ສາມາດທີ່​ຈະ​ເຮັດ​ໃຫ້​ໂລກ​ມີ​ຄວາມປອດ​ໄພຫລາຍ
ຂື້ນ.”

ປະ​ທານ​າທິບໍດີ Barack Obama ກ່າວໃນ​ວັນ​ອັງຄານ​ວານ​ນີ້​ວ່າ ທ່ານ​ຈະ​ເຊັນ​ຮ່າງ​ກົດ
ໝາຍ​ດຽວ​ນີ້ຢູ່​ໃນລັດຖະສະພາສະຫະລັດ ທີ່​ຈະ​ຍອມໃຫ້ສະພາທົບທວນ ເບິ່ງຂໍ້ຕົກລົງ
ນິວເຄລຍຂັ້ນສຸດທ້າຍໃດໆກໍຕາມດ້ວຍການ​ລົງ​ຄະ​ແນນ​ສຽງ​ທີ່​ອາດ ​ເປັນ​ໄປ​ໄດ້ ເພື່ອ​ໃຫ້ການອະນຸມັດ ຫລືປະຕິ​ເສດ​ຕໍ່​ຂໍ້​ຕົກລົງດັ່ງກ່າວ.

ຄະນະ​ກຳມະການຄວາມສຳພັນຕ່າງປະເທດ ຂອງ​ສະພາ​ສູງສະຫະລັດ​ ໄດ້​ຮັບຜ່ານ​ມາດ​ຕະການ ​ໃນ​ວັນ​ອັງຄານ​ວານ​ນີ້ ຫລັງ​ຈາກ​ທັງ​ສອງຝ່າຍ​ໄດ້ມີການ​ປະ ນີປະນອມ ທີ່​ຮ້ອງ
ໃຫ້​ມີການທົບທວນພາຍໃນ 30 ມື້​ ​ແລະ​ເພື່ອ​ໃຫ້ປະທານ​າ ທິບໍດີຢັ້ງ​ຢືນ​ທຸກໆ 90 ມື້ ທີ່ວ່າ
​ອີຣ່ານຕ້ອງ​ປະຕິບັດ​ຕາມ​ຕໍ່​ຂໍ້​ຕົກ​ລົງ ຫລຸດ​ຜ່ອນ​ກິດຈະການ​ນິວ​ເຄລຍຂອງ​ຕົນ. ການ​ລົງ
​ໂທດ​ຂອງລັດຖະພາ ຈະມີການນຳມາ ໃຊ້ຄືນໃໝ່ໃນທັນ​ທີ ​ໃນ​ກໍລະນີ​ລະເມີດ.

ຮ່າງ​ກົດໝາຍດັ່ງກ່າວ ບັດ​ນີ້​ໄດ້ສົ່ງໄປຍັງສະພາ​ຕໍ່າ​ ແລະ​ສະພາ​ສູງຄົບຄະນະ ​ເພື່ອໃຫ້
ການອະນຸມັດ.

Your browser doesn’t support HTML5

US Iran Nuclear Deal