ລັດຖະມົນຕີ ຕ່າງປະເທດ Kerry ເລີ້ມຢ້ຽມຢາມ ຫ້າປະເທດ ເອເຊຍກາງ

ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry (ຊ້າຍ) ຍີ້ມຫົວ ກັບ ລັດຖະມົນຕີ ຕ່າງປະເທດ Kyrgyztan ທ່ານ Erlan Abdyldaev (ຂວາ)

ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ​ John Kerry ​ໄດ້
​ເດີນ​ທາງໄປ ເຖິງ​ນະຄອນ Bishkek ປະ​ເທດ Kyrgystan
ບ່ອນ​ຢຸດແວ່​ທຳ​ອິດ ​ໃນການ​ຢ້ຽມ​ຢາມ​ຫ້າ​ປະ​ເທດ ​ໃນເຂດ
​ເອ​ເຊຍກາງ ​ໃນ​ຂະນະ​ທີ່​ບັນດາ​ກຸ່ມປົກ​ປ້ອງ​ສິດທິ​ມະນຸດ
”ພາກັນຮຽກຮ້ອງ​ໃຫ້​ທ່ານ ກ່າວ​ເຖິງ​ເລື້ອງສິດທິ​ມ​ະນຸດ​ ແລະ
ສິດ​ເສລີ ພາບ​ໃນ​ການ​ປາ​ກ​ເ​ວົ້າ.

ທ່ານ Kerry ​ໄດ້ໄປ​ເຖິງ​ນະຄອນຫລວງ Kyrgyztan ໃນ​ວັນ​
ເສົາ​ມື້​ນີ້ເພື່ອ​ຢ້ຽມ ຢາມ​ເປັນ​ເວລາ​ໜຶ່ງ​ມື້ ​ເປັນ​ມື້​ທຳ​ອິດ​ຂອງ​
ການ​ຢ້ຽມຢາມໜຶ່ງ​ມື້ ຕໍ່​ປະ​ເທດຕ່າງໆ ທີ່​ຮວມທັງ Uzbekistan,
Kazakhstan, Tajikistan ​ແລະ Turkmenis-tan.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ​ເຫັນ​ວ່າ ການ​ຢ້ຽມ​ຢາມ​ຂອງ​ທ່ານ Kerry ມີ​ຄວາມ​ໝາຍເຖິງ
ການ​ຄໍ້າປະກັນ​ ຕໍ່ບັນດາ​ປະ​ເທດ​ໃນ​ເຂດ​ເອ​ເຊຍ​ກາງ ​ໃນ​ຄວາມສຳພັນ​ ​ອັນແໜ້ນ​ແຟ້ນ
ກັບສະຫະລັດ ຂອງ​ເຂົາ​ເຈົ້າ ​ໃນເວລາ​ທີ່ຄວາມສຳພັນ​ ລະຫວ່າງ ສະຫະລັດ ​ແລະ ຣັດ
​ເຊຍ ຊຶ່ງເປັນ​ເພື່ອນ​ບ້ານຂອງ​ເຂົາ​ເຈົ້າ ກຳລັງ​ເຢັນຊາ​ລົງ. ​ແຕ່​ວ່າທ່ານ Kerry ກໍ​ກຳລັງ​
ຖືກ​ກົດ​ດັນເພື່ອ​ໃຫ້ກ່າວ​ຢ່າງ​ເປີດ​ເຜີຍ​ກ່ຽວ​ກັບການ ​ຂາດ​ຕົກ​ບົກ​ຜ່ອງຫຼືຄວາມ​ລົ້ມ​ແຫຼວ
​ໂດຍ​ກຸ່ມ​ອະດີດສາທາລະນະ​ລັດ​ຂອງສະຫະ ພາບໂຊ​ຫວຽດ​ເຫຼົ່ານີ້.

ສະມາຊິກ​ສະພາ​ສູງສະຫະລັດ ທ່ານ​ Ben Cardin ທີ່​ສັງ​ກັດ​ຢູ່​ໃນຄະນະ​ກຳມະ ການ
ຄວາມສຳພັນຕ່າງປະເທດ ຂອງ​ສະພາ​ສູງ ​ໄດ້​ສົ່ງ​ໜັງ​ສື​ເປີດ​ຊອງ ​ໄປ​ຫາ ທ່ານ Kerry
​ໃນ​ວັນ​ສຸກ​ວານ​ນີ້ ຮຽກຮ້ອງ​ໃຫ້​ທ່ານຊຸກຍູ້​ ການ​ປ່ອຍ​ບັນດາ​ນັກ​ໂທ​ດການ​ເມືອງ ຢູ່​ໃນ
ປະ​ເທດຕ່າງໆທີ່​ທ່ານ​ຢ້ຽມຢາມ. ທ່ານ​ໄດ້​ຮ້ອງ​ຂໍ​ໃຫ້ທ່ານ​ Kerry ເນັ້ນ​ໜັກ​ເຖິງ​ຄວາມ
​ໝັ້ນໝາຍ​ອັນໜັກ​ແໜ້ນຂອງ​ສະຫະລັດ ຕໍ່​ຫລັກການ ​ປະຊາທິປະ​ໄຕທີ່​ສາກົນ​ຮັບຮູ້
”​ໃນ​ຂະນະ​ທີ່​ທ່ານ​ພົບ​ປະ​ກັບລັດຖະມົນຕີ ຕ່າງປະ​ເທດ ຂອງ​ປະ​ເທດ​ເຫລົ່ານີ້.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ທີ່​ມີ​ສຳນັກງານ​ຢູ່ ​ສະຫະລັດ ຍັງ​
ຮຽກຮ້ອງ​ໃຫ້ ທ່ານ Kerry ສະ​ແດງ​ຄວາມ​ເປັນ​ຫ່ວງ​ ກ່ຽວ​ກັບປະຫວັດ ການ​ເຄົາລົບ
​ນັບຖື​ສິດທິ​ມະນຸດ​ຂອງ​ບັນດາ​ປະ​ເທດ​ເຫລົ່ານີ້ ​ໂດຍ​ຂໍຮ້ອງ​ໃຫ້​ທ່ານ Kerry ກົດ​ດັນ
ໃຫ້​ມີການ​ປ່ອຍຜູ້​ຄົນທີ່​ຈັບ​ໃສ່ຄຸກ​ຍ້ອນແບບ​ຜິ​ດພາດ ຍຸດຕິການ ​ທໍລະມານທີ່​ບໍ່​ໄດ້
ຖືກ​ໂທດແລະຍຶດ​ໝັ້ນ​ ​ໃນ​ຄວາມ​ໝັ້ນໝາຍ​ຕ່າງໆ​ກ່ຽວ​ກັບ​ການ ນັບຖື​ບັນດາ​ສິດທິສຳ
ຄັນຕ່າງໆ.