ຊາວເຄນຢາ ​ໄດ້​ຊະນະ ​ການ​ແລ່ນມາລາ​ທອນ ຄັ້ງ​ທີ 121 ​ຢູ່​ນະຄອນ Boston

ທ້າວ Geoffrey Kirui ຈາກປະເທດເຄນຢາ ນຳໜ້າທ້າວ Galen Rupp ຈາກສະຫະລັດ ໃນການແຂ່ງຂັນ ແລ່ນມາລາທອນ ຄັ້ງທີ 121 ທີ່ນະຄອນ Boaston.

ທ້າວ Geoffrey Kirui ຈາກ​ Kenya ​ໄດ້​ຊະນະ​ການ​ແລ່ນມາລາ​ທອນ ຢູ່​ນະຄອນ
Boston ຄັ້ງ​ທີ 121 ​ໃນ​ວັນ​ຈັນ​ວານ​ນີ້ ນຳພາປະ​ເທດ​ຂອງ​ທ່ານ ​ໃນ​ການ​ຄວ້າ​ເອົາ​
ໄຊຊະນະທັງ​ປະ​ເພດຊາຍແລະຍິງມາຄອບຄອງ.

ທ້າວ Kirui ​ໄດ້ແລ່ນ​ອອກ​ໜ້າ​ ທ້າວ Galen Rupp ​ນັກ​ກິລາໂອ​ລິ​ມປິກ​ສະ ຫະລັດ​
ສາມ​ສະ​ໄ​ໝ​ໃນ​ໄລຍະ ​3 ກິ​ໂລ​ແມັດຂອງ​ໄລຍະ​ທາງ​ທັງ​ໝົດ 42 ກິ​ໂລ​ແມັດ ​ເພື່ອຄວ້າ
​ເອົາ​ຕຳ​ແໜ່​ງມາ​ຄອງ ​ໃນ​ເວລາ 2 ຊົ່ວ​ໂມງ 9 ນາທີກັບ 37 ວິນາ​ທີ. ທ້າວ Rupp ​ໄດ້​
ນຳ​ຫລັງມາ 21 ວິ​ນາ​ທີ ​ແລະ ທ້າວ Suguru Osako ຈາກ​ຍີ່ປຸ່ນ ​ໄດ້​ເປັນ​ທີ​ສາມ 51
ວິນາທີ​ ຢູ່​ຫລັງ​ຂອງ​ຜູ້​ຊະນະ​ເລີດ.

ນາງ Edna Kiplagat ຈາກເຄນຢາ ໄດ້ຊະນະປະເພດຍິງ ຂອງການແລ່ນມາລາທອນ ຄັ້ງທີ 121.

ທ້າວ Kirui ອາຍຸ 25 ປີ ​ເຂົ້າແຂ່ງຂັນ​ແລ່ນມາລາ​ທອນ​ ພຽງ​ແຕ່​ເປັນເທື່ອ​ທີ​ສາມ ກ່າວ
​ວ່າ “​ໃນ​ຈິດ​ໃຈ​ຂ້າ​ພະ​ເຈົ້າ​ແລ້ວ ຂ້າ​ພະ​ເຈົ້າ​ເຊື່ອ​ແນ່​ວ່າ ວັນ​ນຶ່ງ​ຂ້າພະ​ເຈົ້າ​ຈະໄດ້​ຊະນະ.
ມານະ​ຄອນ Boston ທີ່​ນີ້ ຂ້າພະ​ເຈົ້າ​ຮູ້​ວ່າ ຂ້າພະ​ເຈົ້າ​ຈະປະ​ເຊີ​ນໜ້າ​ກັບ​ບັນດາ​ຄູ່​ແຂ່​ງ
ຂັນ​ຕ່າງໆ ຜູ້​ທີ່​ໄດ້​ແລ່ນ​ຢູ່​ທີ່​ນີ້​ຫລາ​ຍຄັ້ງ. ຂ້າພະ​ເຈົ້າ​ຮູ້​ວ່າ ຂ້າພະ​ເຈົ້າ​ຈະ​ຖືກທ້າ​ທາຍ​
ຈາກ​ແຊມ​ປຽນ​ຈຳນວນ​ນຶ່ງ ຜູ້​ທີ່​ໄດ້​ເຂົ້າ​ແຂ່ງ ຂັນ​ຢູ່​ທີ່​ນີ້.”

ທ້າວ Yemane Tsegay ຈາກເອທິໂອເປຍ ທີ່ສີ່ຈາກຊ້າຍ ນຳໜ້າໆໝູ່ ທີ່ການແຂ່ງຂັນແລ່ນມາລາທອນ ຄັ້ງທີ 121 ທີ່ນະຄອນ Boston.

ນາງ Edna Kipagat ​ໄດ້​ຊະນະ​ການ​ແຂ່ງຂັນ​ເພດ​ຍິງ ໂດຍ​ໃຊ້​ເວລາ 2 ຊົ່ວ​ໂມງ 21
ນາທີກັບ 52 ວິນາທີ ໃຫ້​ແກ່​ເຄນ​ຢາ. ນາງ Rose Chemilo ຈາກ Bahrain ​ໄດ້​ເປັນ​
ທີສອງ ນຳ​ຫລັງມາ 59 ວິນາທີ​ ​ແລະ ຄົນອາ​ເມຣິກັນ ​ເຊື້ອສາຍຈໍ​ແດນ Hasay ​ນຳ
​ຫລັງມາ​ເກົ້າ​ວິນາທີ ​ເພື່ອ​ຄວ້າ​ເອົາ​ທີ​ສາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Boston Marathon