ເຄນຢາ ໃຫ້ສັນຍານວ່າ ອາດເປັນໄປໄດ້ ທີ່ຈະຖອນອອກຈາກ ສານອາຍາສາກົນ (ICC)

ປະທານາທິບໍດີເຄນຢາ ທ່ານ Uhuru Kenyatta ກ່າວຄຳປາ ໄສຕໍ່ປະເທດຊາດ ລະຫວ່າງສະຫລອງວັນເອກກະລາດ ຂອງຊາດ the 53rd Jamhuri Day.

ປະ​ເທ​ດ​ເຄນ​ຢາ ກຳລັງ​ໃຊ້​ຄວາມ​ຄິດ​ເຫັນ​ຢ່າງ​ໜັກ ເພື່ອ​ຈະ​ຖອນ​ໂຕ​ອອກ​ຈາກ​ສານ​ອາຍາສາກົນ (ICC). ໃນລະຫວ່າງຖະ​ແຫລ​ງການ​ຕໍ່​ສາທາລະນະຊົນ​ໃນ​ວັນ​ຈັນ​ອາທິດ​ແລ້ວ​ນີ້ ຢູ່​ໃນ​ພິທີສະຫລອງ​ວັນ​ເອກ​ກະລາດ​ເຄນ​ຢາ ປະທານາທິບໍດີ​ຂອງ​ປະ​ເທດ​ໄດ້​ໃຫ້​ຮ່ອງ​ຮອຍ​ຢ່າງກະຈ່າງ​ແຈ້ງທີ່ສຸດ ວ່າຈະ​ມຸ້ງ​ໜ້າ​ໄປສູ່​ການ​ລາອອກ​ຈາກ​ສານ​ອາຍາ​ສາກົນ. Rael Ombuor ມີ​ລາຍ​ງາ​ນມາຈາກ ​ໄນ​ໂຣບີ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ.

Your browser doesn’t support HTML5

ເຊີນຟັງລາຍງານ ເຄນຢາໃຫ້ສັນຍານ ທີ່ອາດເປັນໄປໄດ້ ຈະຖອນໂຕອອກຈາກ ສານອາຍາສາກົນ

ການຖອນໂຕຂອງເຄນຢາ ອອກຈາກສານອາຍາສາກົນ ຫລື ICC ກຳລັງຈະກາຍມາເປັນ ຄວາມຈິງ. ປະທານາທິບໍດີ Uhuru Kenyatta ກ່າວວ່າລັດຖະບານຈະພິຈາລະນາສອງ

ຂໍ້ສະເໜີຜ່ານສະພາ ເພື່ອໃຫ້ເຄນຢາຖອນອອກຈາກສານອາຍາສາກົນ.

ທ່ານກ່າວວ່າ ການຕັດສິນໃຈຂອງທ່ານ ໄດ້ຖືກອິດທິພົນຈາກການລົ້ມແຫລວຂອງ ICC ເພື່ອປະຕິຮູບທີ່ຈະໃຫ້ການນັບຖື ຄວາມເປັນອະທິປະໄຕແຫ່ງຊາດ ຂອງການເປັນສະມາ
ຊິກ​ໃນບັນດາປະເທດຕ່າງໆ.

ປະທານາທິບໍດີ Kenyetta ກ່າວວ່າ “ທາງເລືອກຂອງເຮົາເປັນພື້ນຖານທີ່ວ່າ ເຮົາຈະ ຫັນປ່ຽນທິດທາງປະເທດໄປຫາຈຸດໝາຍປາຍທາງທີ່ເປັນປະເທດປົກຄອງຕົນເອງ. ບັນພະບຸຣຸດຂອງພວກເຮົາ ໄດ້ຕໍ່ສູ້ມາຢ່າງອົງອາດກ້າຫານ ເພື່ອໃຫ້ມີສິດໃນການ
ເລືອກຢ່າງເສຣີຈາກອິດທິພົນພາຍນອກ. ປັດຈຸບັນນີ້ ໂລກເຕັມໄປດ້ວຍ ສົງຄາມທີ່
ເປັນ
ແຮງໃຈໂດຍຄວາມປາດຖະໜາຂອງຄົນຈຳນວນນຶ່ງທີ່ຢາກຂູດຮີດເອົາຊັບພະຍາກອນ
ຂອງບັນດາປະເທດເອກກະລາດ.”

ປະທານາທິບໍດີ Kenyetta ກ່່າວວ່າ ICC ໄດ້ສະແດງໃຫ້ເຫັນການຂາດຄວາມບໍ່ເຂົ້າ
ຂ້າງອອກຂາເວລາພົວພັນກັບເຄນຢາ ແລະບັນດາປະເທດອາຟຣິກາອຶ່ນໆ ທີ່ຮັບຮູ້​ໃນ
ສິ່ງດຽວກັນ.

ທ່ານກ່າວວ່າ ເຄນຢາໄດ້ເປັນແຊມປ້ຽນຂອງສະຖາບັນ​ໂ​ລກາພິວັດໃນຄວາມ ທ່ຽງທໍາ ແລະຄວາມນັບຖືແກ່ປະເທດອະທິປະໄຕ ອັນເປັນພາກສ່ວນທີ່ຕິດຕາມຫາ ຫລາຍກວ່າ
ຄວາມ​ທຸ່ນ​ທ່ຽງ ແລະເປັນພຽງແຕ່ໂລກຊື່ໆ.

ປະທານາທິບໍດີ Kenyetta ກ່າວວ່າ “ກໍລະນີຊາວເຄນຢາໃນຢູ່ສານອາຍາສາກົນ ໄດ້
ສິ້ນສຸດລົງແລ້ວ ແຕ່່ວ່າປະສົບການໄດ້ເຮັດໃຫ້ເປັນສາເຫດໃຫ້ພວກເຮົາ ສັງເກດເບິ່ງ
ວ່າ ສະຖາບັນແຫ່ງນິ້ໄດ້ກາຍມາເປັນເຄຶ່ອງມືຂອງອຳນາດທາງ​ດ້ານການເມືອງຂອງ

ໂລກ ບໍ່ແມ່ນເພື່ອຄວາມຍຸຕິທຳ."

ເຄນຢາບໍ່ແມ່ນປະເທດອາຟຣິກັນທຳອິດທີ່ຊອກຫາທາງຖອນໂຕ​ອອກຈາກ ICC.

ໃນເດືອນຕຸລາ ປະທານາທິບໍດີ Pierre Nhurunziza ໄດ້ເຊັນຮ່າງກົດໝາຍ ຮຽກຮ້ອງ
ໃຫ້ບູຣູນດີຖອນອອກຈາກ ICC ແຕ່ວ່່າລັດຖະບານບູຣູນດີກ່າວວ່າ ສານນີ້ ເປັນເຄຶ່ອງມື
ຂອງບັນດາປະເທດອຳນາດ ເພື່ອໃຊ້ ລົງໂທດບັນດາຜູ້ນຳທີ່ບໍ່ປະຕິບັດຕາມປະເທດ
ຕາເວັນຕົກ.

ປະເທດແກມເບຍໄດ້ປະກາດຄ້າຍຄືກັນ ພາຍໃຕ້ການຮັບໃຊ້ອັນຍາວນານຂອງ ປະທາ
ນາທິບໍດີ Yahya Jammeh ຜູ້ທີ່ໄດ້ປະລາໄຊໃນການເລືອກຕັ້ງຫວ່າງມໍ່ໆມານີ້ໂດຍທ່ານ Adama Barrow ຜູ້ທີ່ໄດ້ໂຄສະນາຫາສຽງຢ່າງຫ້າວຫັນທີ່ຈະຢູ່ໃນ ICC ຕໍ່ໄປ.

ອາ​ຟຣິການໃຕ້ກໍໄດ້ຖອນອອກຄືກັນ ໂດຍທີ່ໄດ້ກ່າວວ່າຂໍ້ຜູກມັດມີການຂັດແຍ້ງ ແລະບໍ່
ສະໝໍ່າສະເໝີກັບຮ່າງກົດໝາຍຍົກເວັ້ນທາງການທູດ.

ເທົ່າທີ່ຜ່ານມາ ທ່ານ Kenyetta ໄດ້ຢູ່ໃນບັນດາຜູ້ອອກປາກອອກສຽງຫຼາຍກວ່າໝູ່ ຮຽກ
ຮ້ອງໃຫ້ ບັນດາປະເທດອາຟຣິກາ ພາກັນຮວມໃຈກັນຖອນອອກຈາກ ICC.

ເຖິງແມ່ນວ່າຈະມີການໂຕ້ຖຽງກັນຢູ່ ແຕ່ສານກໍແມ່ນໄດ້ສຸມຈິດໃຈໃສ່ ບັນດາປະເທດອາ
ຟຣິກັນບໍ່ສະເໝີກັນ. ນອກນັ້ນສານດັ່ງກ່າວຍັງໄດ້ເພີ້ມການກວດ​ສອບ​ຢ່າງ​ພິຖີ​ພິຖັນ
ດ້ວຍອຳນາດຂອງປະເທດຕາເວັນຕົກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ